ຂ້າແດ່ພຣະບິດາເຈົ້າຂອງພວກຂ້ານ້ອຍທັງຫລາຍ ຜູ້ຊົງ ສະຖິດຢູ່ໃນສະຫວັນ
ຂໍໃຫ້ພຣະນາມຂອງພຣະອົງເປັນທີ່ເຄົາຣົບບູຊາ
ຂໍໃຫ້ພຣະຣາຊອານາຈັກຂອງພຣະອົງມາຕັ້ງຢູ່
ຂໍໃຫ້ເປັນໄປຕາມນໍ້າພຣະໄທຂອງພຣະອົງໃນສະຫວັນ ເປັນຢ່າງໃດ ກໍໃຫ້ເປັນໄປຢ່າງນັ້ນທີ່ແຜ່ນດິນໂລກ.
ຂໍຊົງໂຜດປະທານອາຫານປະຈຳວັນ ໃຫ້ແກ່ຂ້ານ້ອຍທັງ ຫລາຍໃນກາລະວັນນີ້
ຂໍຊົງໂຜດຍົກໂທດໃຫ້ຂ້ານ້ອຍ ເໝືອນຂ້ານ້ອຍຍົກໂທດ ໃຫ້ແກ່ຜູ້ທີ່ເຮັດຜິດຕໍ່ຂ້ານ້ອຍນັ້ນ
ແລະຂໍຢ່າພາຂ້ານ້ອຍເຂົ້າໄປໃນການທົດລອງ ແຕ່ຂໍຊົງໂຜດໃຫ້ພົ້ນຈາກມານຊົ່ວຮ້າຍ
ເຫດວ່າ ຣາຊອານາຈັກ ຣິດອຳນາດ ແລະພຣະຣັດສະໝີ ກໍເປັນຂອງພຣະອົງສືບໆໄປເປັນນິດ
ຂ້ານ້ອຍເຊື່ອໄວ້ວາງໃຈໃນພຣະຣາຊບິດາເຈົ້າ
ຜູ້ຊົງຣິດທານຸພາບສູງສຸດ ຜູ້ຊົງນິລະມິດສ້າງຟ້າສະຫວັນແລະແຜ່ນດິນໂລກ
ຂ້ານ້ອຍເຊື່ອແລະໄວ້ວາງໃຈໃນອົງພຣະເຢຊູຄິດເຈົ້າ ພຣະຣາຊບຸດອົງດຽວຂອງ ພຣະອົງ ຜູ້ຊົງເປັນອົງພຣະຜູ້ເປັນເຈົ້າຂອງຂ້ານ້ອຍທັງຫລາຍ
ພຣະອົງຊົງປະຕິສົນທິເປັນມະນຸດໂດຍທາງອົງພຣະວິນຍານບໍລິສຸດເຈົ້າ
ຊົງປະສູດຈາກມາຣີຍິງພົມມະຈາຣີ
ຊົງທົນທຸກທໍລະມານດ້ວຍປີລາດຜູ້ປົກຄອງ
ຊົງຖືກຄຶງໄວ້ທີ່ໄມ້ກາງແຂນຊົງສິ້ນພຣະຊົນຊົງຖືກບັນຈຸໄວ້ໃນອຸບໂມງໄດ້ ສະເດັດລົງໄປສູ່ແດນມໍຣະນາ
ໃນວັນຖ້ວນສາມພຣະອົງຊົງຄືນພຣະຊົນ ແລ້ວໄດ້ສະເດັດຄືນສູ່ສະຫວັນສະຖານ
ຊົງປະທັບຢູ່ກໍ້າຂວາພຣະຫັດຂອງອົງພຣະຣາຊບິດາເຈົ້າ ຜູ້ຊົງຣິດທານຸພາບສູງສຸດຈາກທີ່ນັ້ນແຫລະ,
ພຣະອົງຈະສະເດັດຄືນມາຊົງພິພາກສາທັງຄົນເປັນ ແລະຄົນຕາຍ
ຂ້ານ້ອຍເຊື່ອໄວ້ວາງໃຈໃນອົງພຣະວິນຍານບໍລິສຸດເຈົ້າ
ໃນພຣະຄຣິສຕະຈັກສາຄົນອັນບໍຣິສຸດ
ໃນຄວາມສາມັກຄີທໍາລະຫວ່າງໄພ່ພົນທັງປວງຂອງພຣະເຈົ້າ
ໃນການພຣະຣາຊທານອະໄພໂທດບາບ
ໃນການຊົງບັນດານໃຫ້ຊາກຮ່າງກາຍຄືນມາຈາກຕາຍ
ແລະໃນການຊົງໂຜດໃຫ້ຮັບຊີວິດນິຣັນດອນ.