ຄົນເຮົາໃນເມ່ືອອາຍຸແກ່ຫືຼແກ່ສັງຂານ ສ່ວນປະກອບໃນຮ່າງກາຍກໍຈະບໍ່ແຂງແຮງ ອະວັຍວະທຸກຢ່າງກໍອາຈບໍ່ທຳງານໄດ້ເຕັມເມັດເຕັມໜ່ວຍ. ດັ່ງນັ້ນ ເຮົາຄວນຈະປຸກທາດຕ່າງໆໃນຮ່າງກາຍ ໃຫ້ມັນມີຊີວິດຊີວາ, ບໍ່ໃຫ້ມັນເນີ້ງ ໃຫ້ມັນຕັ້ງໝັ້ນ, ຄວນປະຕິບັດດັ່ງຕໍ່ໄປນີ້:
ຂນານທີ1: ເມັດພິກໄທ ດອກດີປີ ຫົວຂີງແຫ້ງ
ໃຫ້ເອົາທໍ່ກັນຕຳເປັນຝຸ່ນລະລາຍນ້ຳກິນ
ຂນານທີ2: ເມັດພິກໄທ 1ສ່ວນ ດອກດີປີ 1ສ່ວນ ຫົວຂີງແຫ້ງ 1ສ່ວນ ເຂົ້າໝິ້ນຂຶ້ນ 1ສ່ວນ ເຄືອເຂົາຮໍ 1ສ່ວນ ເຄືອສະຄ້ານ 2ສ່ວນ ຮາກປິດປີແດງ 2ສ່ວນ ຮາກຜັກນາງເລີດ 2ສ່ວນ ຫົວຫຍ້າແຫ້ວໝູ 2ສ່ວນ ໝາກຕູມອອ່ນ 2ສ່ວນ
ຕົ້ມກິນທຸກເວລາ.
ຂນານທີ3: ເຄືອສະຄ້ານ ຮາກຜັກນາງເລີດ ຮາກສົ້ມກຸ້ງ ໝາກຈັນເທດ ໝາກຕູມອອ່ນ ຫົວຫວ້ານນ້ຳ ເປືອກມັນປາ ແກ່ນຈັນທັງສອງ
* ຢ່າງລະ1ສ່ວນຫຼື15ກຣາມ
ມະຫາຫິງ ຫົວກະທຽມ ຫົວຂີງແຫ້ງ ຮາກປິດປີແດງ ໝາກຜີເສື້ອ ໝາກຜັກຊີ ແກ່ນສົນ ຫົວເຂົ້າໝິ້ນຂຶ້ນ
* ຢ່າງລະ2ສ່ວນຫຼື30ກຣາມ
ການພູ ໝາກສະມໍ ຕິວໝາກຫູດ ດອກດິປີ ເຄືອເຂົາຮໍ
* ຢ່າງລະ3ສ່ວນຫຼື45ກຣາມ
ໃຫ້ຕຳຢາທັງໝົດເປັນຝຸ່ນໄວ້ເພື່ອລະລາຍນ້ຳກິນ ຫຼືຈະໃຊ້ຕາມອາການພຍາດດັ່ງຕໍ່ໄປນີ້:
ທ້ອງຄັດທ້ອງຍຶ່ງ: ໃຫ້ເອົາໝາກຕູມ1ໜ່ວຍຕົ້ມເອົານ້ຳປະສົມຢາກິນ.
ຖ້າທາດລົມຢ່ອນ: ຕົ້ມ້ອົານ້ຳໝາກຈັນແລະຫົວກະທຽມແນວລະ30ກຣາມລະລາຍຢາກິນ.
ຢ້າເປັນພຍາດທ້ອງຊຸແລະຮາກ: ໃຫ້ເອົານ້ຳຕົ້ມໝາກຍໍບ້ານລະລາຍຢາກິນ.
ຖ້າປວດທ້ອງ ແໜ້ນໜ້າເອິກ: ໃຫ້ເອົານ້ຳເຜິ້ງລະລາຍຢາກິນ.
ຖ້າປວດທ້ອງ ສຽບທ້ອງຫຼັງອາຫານ: ໃຫ້ຕົ້ມ້ອົານ້ຳຂີງສົດລະລາຍຢາກິນ.
ຖ້າເປັນທ້ອງບິດມູກເລືອດ: ໃຫ້ເອົານ້ຳຕົ້ມເປືອກກະເດົາລະລາຍຢາກິນ.
ຖ້າເປັນອັມພາດ (ຕີນ ມືຕາຍ), ໜ້າຂຽວປາກບ້ຽວ ຕາແຫກ: ໃຫ້ເອົານ້ຳສົ້ມສາຍຊູລະລາຍຢາກິນ.
ຖ້າເປັນຫືດ ຂະຍື ໄອອອກເລືອດ: ໃຫ້ເອົານ້ຳຕົ້ມຝາງແດງປະສົມພິມເສນເລັກນ້ອຍລະລາຍຢາກິນ.
ຖ້າເປັນພຍາດໄສ້ເລື່ອນ ປວດໜ່ວງຕາມຫົວເນົ່າ ທ້ອງນ້ອຍ: ໃຫ້ຕົ້ມເອົານ້ຳຢາຫົວໃຫຍ່ລະລາຍຢາກິນ.
ຖ້າເປັນພຍາດໜອງໄນ: ໃຫ້ຕົ້ມເອົານ້ຳແກບເຂົ້າໜຽວລະລາຍຢາກິນ.
ຖ້າເປັນພຍາດລິດສີດວງມອງຄໍ່ ໄອຫືດໄອຫອບ: ໃຫ້ເອົານ້ຳສົ້ມຊ່າປະສົມບີງູເຫຼືອມເລັກນ້ອຍລະລາຍຢາກິນ.
ຂ້າພະເຈົ້າຈະບໍ່ເວົ້າກ່ຽວກັບຢາບຳລຸງທາດສະເພາະຜູ້ໜຸ່ມ ແຕ່ຈະໃຫ້ຕົວຢ່າງສະເພາະຜູ້ເຖົ້າ:
ຢາບຳລຸງທາດສະເພາະຜູ້ເຖົ້າ: ຫົວຫຍ້າແຫ້ວໝູ, ຫົວຂິງແຫ້ງ, ຫົວຜັກທຽມ, ພິກໄທ, ດອກດີປີ, ນ້ຳເຜິ້ງ,
*ທຳເປັນລູກກອນ*
ດ້ວຍຄວາມປຣາຖນາດີຈາກ ບ່າວສະກ້າ.