ຕົ້ນໄມ້ຂ້າງລຸ່ມນີ້ ໃຫ້ເອົາທັງ ໕ ພາກສ່ວນຄື: ຮາກ ຕົ້ນ ດອກ ໝາກ ໃບ ຫຼືເປືອກ ຫຼືແກ່ນ ຫຼືງ່າ ເພາະວ່າມັນມີຣົດຄືກັນ:
໑. ຂີ້ເຫຼັກທັງ໕: ແກ້ຖ່າຍພິດກະໄສ ພິດໄຂ້ ແກ້ພິດທັງປວງ ເປັນຢາລະບາຍ.
໒. ພິລາທັງ໕: ແກ້ທ້ອງຊຸ ແກ້ບິດມູກເລືອດ ຮັກສາກະເພາະອາຫານແລະລຳໄສ້.
໓. ຕົ້ນກະທັນທັງ໕: ແກ້ບວມ ແກ້ຝີ ແກ້ທ້ອງຊຸ ແກ້ເລືອດຕົກໜັກ.
໔. ຕົ້ນລີ້ນໄມ້ທັງ໕: ເປັນຢາຈອດບາດແຜ ແກ້ບວມອັກເສບ ແກ້ທ້ອງຊຸ ບຳລຸງທາດ ແກ້ນ້ຳເຫຼືອງເສັຽ ແກ້ໄຂ້ຍ້ອນລົມເລືອດ.
໕. ກະເດົາທັງ໕: ແກ້ເສມຫະ ແກ້ນ້ຳບີພິການ ແກ້ທ້ອງບິດມູກເລືອດ ແກ້ພຍາດຫົວໃຈ ບຳລຸງທາດ.
໖. ຜັກອ່ີຕູ່ລາວທັງ໕: ຂັບລົມໃນລຳໄສ້ ແກ້ພິດຕານຊາງ.
໗. ຜັກໄສທັງ໕. ບຳລຸງນ້ຳບີ ດັບພິດໄຂ້ ແກ້ປະດົງເຂົ້າຂໍ້.
໘. ພູປ່າທັງ໕: ແກ້ຂີ້ເຮື້ອນ ຂີ້ກາກ ຂີ້ຫິດ ແລະລິດສີດວງ.
ດ້ວຍຄວາມປຣາຖນາດີຈາກ ບ່າວສະກ້າ.