ຕົ້ນໄມ້ມີຫຼາຍຊນິດແລະມີຄຸນຄ່າຫຼາຍຢ່າງ ແຕ່ໃນນີ້ ຈະເກັບເອົາແຕ່ສ່ິງທ່ີຈຳເປັນແລະພຍາດທ່ີປົວຍາກເທົ່ານັ້ນ.
ຮາກກະຖິນ: ຂັບລົມ ຂັບລະດູຂາວ. ເປັນຢາອາຍຸວັທນະ. ດອກ ບຳລຸງຕັບແລະຕຸ່ມໃນຕາ.
ຕົ້ນຄໍ້ສົ້ມ: ເຮັດໃຫ້ເສັ້ນເອັນອ່ອນ.
ຕົ້ນແລະໃບກຳລັງເສືອໂຄ່ງ: ບຳລຸງທາດ ບຳລຸງກຳລັງ ບຳລຸງເສັ້ນເອັນໃຫ້ເຂັ້ມແຂງ ແກ້ປວດເມ່ືອຍຕາມຮ່າງກາຍ.
ແກ່ນຕົ້ນກຸ່ມນ້ຳ: ແກ້ໜິ້ວ.
ໃບກວ້າຍຕີບແຫ້ງ: ແກ້ລິດສີດວງດັງ.
ຮາກຫຍ້າຂີ້ອົ້ນ: ແກ້ໄຕພິການ.
ເປືອກຕົ້ນດູກໄສ: ແກ້ພຍາດຕັບພິການ.
ໝາກເຂັມປ່າ: ແກ້ລິດສີດວງດັງ.
ໝາກສົ້ມພໍ່: ເປັນຢາອາຍຸວັທນະ.
ຮາກແລະໃບຕົ້ນແຂ້ວງູ: ແກ້ໄຕພິການ.
ຮາກຕົ້ນຄໍ້ແລນ: ແກ້ຕັບພິການ. ເປືອກ ບຳລຸງທາດ ບຳລຸງກຳລັງ. ແກ່ນ ແກ້ພຍາດໜອງໃນ ແກ້ມົດລູກອັກເສບ. ໃບ ແກ້ລິດສີດວງດັງ. ເມັດ ແກ້ລິດສີດວງ.
ຮາກດອກຊ້ອນ: ແກ້ລຳໄສ້ອັກເສບ. ແກ້ໄຕພິການ.
ເປືອກແລະໃບຄັນຊົງ: ແກ້ບວມເນ່ືອງຈາກໄຕ, ແກ້ຫົວໃຈພິການ, ແກ້ເໜັບຊາມຶນເຊັຽ.
ຕົ້ນຄາມ: ແກ້ໜິ້ວ.
ເມັດໃນສ່ຳສາ: ແກ້ຂີ້ກາກ ຂີ້ເຮື້ອນ.
ດອກຊາຊູຕົ້ນ: ແກ້ມະເຮັງ.
ຮາກໄຮຢ່ອນ: ແກ້ໄຕພິການ.
ໃບໜາດໃຫຍ່: ແກ້ລິດສີດວງ, ແກ້ຕຸ່ມຄັນຄາຍ.
ຮາກໜາດຄຳ: ແກ້ໜິ້ວ ແກ້ໄຕພິການ.
ເກສອນຕົ້ນບຸນນາກ: ບຳລຸງຕັບ ປອດ ແລະຫົວໃຈພິການ.
ໃບ ຮາກເປົ້າໃຫຍ່: ບຳລຸງທາດ.
ຮາກຕົ້ນກາງຂອງ: ບຳລຸງປອດ ແກ້ວັນນະໂຣກປອດ.
ໃບຕົ້ນພິກຸນ: ຂ້າເຊື້ອກາມມະໂຣກ.
ແກ່ນຕົ້ນຕັບເຕົ່າ: ແກ້ຕັບແລະບີພິການ ແກ້ເສັ້ນປະສາດໃນຫົວໃຈ.
ຮາກຣາຊພຶກ (ຕົ້ນຄູນ): ຂ້າພຍາດຂີ້ໂມ້ (ຄຸທລາດ).
ຮາກຕົ້ນຕານ: ບຳລຸງກຳລັງ ບຳລຸງຫົວໃຈ.
ຕົ້ນຂາມປ້ອມ: ແກ້ມະເຮັງ ແກ້ຂີ້ໂມ້.
ຕົ້ນຕາໄກ້: ແກ້ປະດົງບວມຕາມຂໍ້.(ໃຊ້ກັບເຄືອຕາກວາງ).
ຮາກຕົ້ນແອບເຂົ້າ: ແກ້ລົມແລະບີເປັນພິດ. ບຳລຸງທາດ ບຳລຸງກຳລັງ. ແກ້ໂຣກເບົາຫວານ.
ໝາກແຫນແກ່: ຮັກສາລຳໄສ້ ແກ້ລິດສີດວງ ບຳລຸງທາດ.
ຮາກຕົ້ນສີດາ: ແກ້ໂຣກເບົາຫວານ.
ຮາກຕົ້ນສ່ອງຟ້າ: ແກ້ລິດສີດວງ ຂັບລົມໃນລຳໄສ້, ຂ້າພຍາດຊ້ຳເຮື້ອໄສ້ສຸດອັກເສບ. ຕົ້ນສ່ອງຟ້າ ຂ້າພຍາດຊ້ຳເຮື້ອໄສ້ສຸດອັກເສບ. ໃບແລະເປືອກ ແກ້ໂລຫິດໃນກະເພາະແລະລຳໄສ້ໃຫ້ກະຈາຍ. ດອກ ຂ້າພຍາດຊ້ຳເຮື້ອໄສ້ສຸດອັກເສບ.
ຕົ້ນຫູກວາງ: ແກ້ກະເພາະ.
ເປືອກຕົ້ນໝາກຫວ້າ: ແກ້ບາດແຜພາຍໃນແລະນອກ.
ຕົ້ນໝາກໄຟ: ແກ້ກະເພາະອາຫານ.
ຕົ້ນແລະໃບເອື້ອງເພັດມ້າ: ແກ້ກະໄສ ຂັບລົມໃນລຳໄສ້ ແກ້ເຖົາດານໃນທ້ອງ ແກ້ລິດສີດວງທະວານ ຕຳໂພະແກ້ປວດທ້ອງ.
ຮາກຂີ້ເຫຼັກບ້ານ: ແກ້ໄຂ້ຊ້ຳເຮື້ອ (ຮາກຝົນໃສ່ຫີນສົ້ມທາບາດກາມໂຣກ). ເປືອກ ແກ້ລິດສີດວງລຳໄສ້ແລະທະວານໜັກ. ແກ່ນຂີ້ເຫຼັກ ແກ້ທາດໄຟພິການທ່ີເຮັດໃຫ້ຄີງເຢັນ, ແກ້ກາມໂຣກໜອງໃນເຂົ້າຂໍ້ອອກດອກ ແກ້ເໜັບຊາ (ຕີນມືມຶນຫຼືຕາຍ), ຖ່າຍເສັ້ນ ຖ່າຍມ້າມຢ່ອນ (ມັກໃຊ້ຮ່ວມກັບແກ່ນຂີ້ເຫຼັກປ່າເອີ້ນວ່າ ແກ່ນຂີ້ເຫຼັກທັງສອງ). ດອກ ແກ້ເສັ້ນປະສາດພິການ (ນອນບໍ່ຫຼັບ), ດອກອອ່ນແລະໃບອອ່ນ ແກ້ໜິ້ວ ຂັບປັສວະ ແກ້ເໜັບຊາ(ເປັນລ່ອຍ).
ຕົ້ນໝາກຕິດຕໍ່: ໃຊ້ທັງຫ້າ ບຳລຸງທາດ ບຳລຸງກຳລັງ, ແກ້ປວດແອວ.
ຮາກຕົ້ນບີຄົນ: ແກ້ໂຣກເບົາຫວານ, ແກ້ໄຂ້ປ່າ, ແກ້ຍິງຢູ່ກຳກິນຜິດ. ແກ້ປວດກ້າມ. ຕົ້ມກິນແກ້ໄຂ້ປ່າ. ອົມຄ້ຽວແກ້ໄອ. ໃບ ຕຳປະສົມກັບປູນໂພະຝີ ໃຊ້ຖ່ອນພິດຝີ ແກ້ກາກເກື້ອນ ແກ້ມ້າມໃຫຍ່.
ຮາກຕົ້ນເດື່ອຫອມ: ແກ້ພິດຝີ ຂັບລົມໃນລຳໄສ້ ແກ້ຕັບ ແກ້ປອດ ບຳລຸງແລະແກ້ຫົວໃຈໃຫ້ເປັນປົກຕິ.
ຮາກຕົ້ນເດື່ອດິນ: ແກ້ປະດົງຄັນ ແກ້ຝີພາຍໃນ ຮັກສາພຍາດຕັບ ໄຕ .
ແກ່ນຕົ້ນໝາກພັບ: ບຳລຸງທາດ ບຳລຸງຄວາມກຳໜັດ.
ຮາກໝາກຕູມ: ແກ້ຝີ ໄຂ້. ຮັກສານ້ຳບີ, ແກ້ມຸຕກິດລົງຂາວ. ໝາກຕູມອ່ອນ ບຳລຸງທາດ. ໝາກຕູມທັງຫ້າ ແກ້ປວດຫົວຕາລອຍ.
ຕົ້ນຫຳຮອກ: ແກ້ກະເພາະອາຫານ ລຳໄສ້ພິການຫຼືເປັນບາດແຜຊ້ຳເຮື້ອ.
ຮາກແລະຕົ້ນປໍເຕົ່າໄຫ້: ແກ້ບີພິການ.
ຕົ້ນຕັບເຕົ່ານ້ອຍ: ແກ້ຝີພາຍໃນຫຼືວັນນະໂຣກ.
ຕົ້ນຕັບເຕົ່າໃຫຍ່: ແກ້ຕັບ ປອດ ຫົວໃຈພິການ, ແກ້ເສັ້ນປະສາດໃນຫົວໃຈອັກເສບ.
ເນື້ອໄມ້ກຳລັງຊ້າງເຜືອກ: ບຳລຸງທາດ ບຳລຸງໂລຫິດ.
ຮາກກັນນິກາ: ບຳລຸງທາດ ບຳລຸງກຳລັງ. ແກ້ລົມແລະບີ, ບຳລຸງຜິວໜັງໃຫ້ສົດຊື່ນ. ແກ້ຜົມຫງອກ. ໃບ ບຳລຸງນ້ຳບີ.
ໃບຕີນເປັດນ້ຳ: ຂ້າພຍາດກາກເກື້ອນ. ດອກ ແກ້ລິດສີດວງທະວານ. ໝາກ ແກ້ຜົມຫງອກ.
ຕົ້ນປະດົງເລືອດ ປະດົງໄຟ: ແກ້ປະດົງທ່ີເປັນຕຸ່ມຄັນຄາຍທົ່ວຕົນໂຕ.
ຮາກໝາກຍົມຜູ້: ແກ້ປະດົງຄັນຕາມຜິວໜັງ.
ຮາກຕົ້ນໝາກຫູດ ໝາກນາວ: ຂັບລົມໃນລຳໄສ້, ແກ້ຝີພາຍໃນ.
ຮາກແລະຕົ້ນໝາກເໝົ້າ: ບຳລຸງໄຕ ແກ້ມົດລູກພິການ.
ຕົ້ນດອກຊ້ອນ: ແກ້ຂີ້ໂມ້.
ຮາກຕົ້ນດອກເກດ: ແກ້ໜອງໃນ ລົງຂາວ ແກ້ໜິ້ວ.
ຮາກຕົ້ນຮູຮາ: ແກ້ຝີພາຍໃນ ແກ້ຝີໃນປອດ ບຳລຸງໂລຫິດ ບຳລຸງປອດ.
ຕົ້ນດອກສາມປີຂາວ: ແກ້ກະໄສ ຂັບປັສວະ ແກ້ພຍາດເຂົ້າຂໍ້ ແກ້ພຍາດຂີ້ເຮື້ອນ.
ແກ່ນຕົ້ນມັນປາ. ບຳລຸງນ້ຳມັນໃນຮ່າງກາຍ, ເປັນຢາອາຍຸວັທນະ.
ຮາກໝາກເຟືອງ: ດັບພິດຮ້ອນຖອນພິດໄຂ້. ແກ້ກິນຂອງຜິດ. ໝາກ ແກ້ໜິ້ວ.
ດ້ວຍຄວາມປຣາຖນາດີຈາກ ບ່າວສະກ້າ.