ຂນານທີ ໑:
· ຮາກເລົາແລ້ງ
· ຮາກໄຄ້ນ້ຳ
· ຮາກເດ່ືອກ້ຽງ
· ຮາກເດື່ອປ່ອງ
· ຝອຍລົມ
· ໃຫ້ເອົາທ່ໍກັນຫຼື ໑ກຳມື ຕົ້ມຂ້ຽວ ໑/໓ ກິນ໑ຈອກ ໓ເວລາ.
ຂນານທີ ໒:
· ຮາກເປົ້ານ້ອຍ
· ຮາກຈີຈໍ້ຫຼວງ
· ເຄືອສະຄ້ານ
· ເຄືອພູປ່າ
· ໝາກດີປີ
· ຫົວຂີງແຄງ
· ເກືອທາ
· ໃຫ້ເອົາທໍ່ກັນຫຼືຢ່າງລະ໓໐ກຣາມ ຕຳເປັນຝຸ່ນ ລະລາຍນ້ຳຮ້ອນກິນ ໓ເວລາ.
ຂນານທີ ໓:
· ໃບຕອງກຸງ
· ຮາກຕາເສືອ
· ຮາກກ້ວຍຕີບ
· ຮາກກ້ວຍຫອມ
· ຮາກອ້ອຍແດງ
· ໃຫ້ເອົາທໍ່ກັນຫຼື໑ກຳມື ຕົ້ມຂ້ຽວ ໑/໓ ກິນກ່ອນອາຫານເທື່ອລະຈອກ ໓ເວລາ.
ຂນານທີ ໔:
· ເຄືອແລະໃບຜັກໜອກ ໑໕ກຣາມ
· ຮາກກ້າງປາແດງ ໑໕ກຣ
· ຮາກກະຈາຍ ໑໕ກຣ
· ຮາກປ່ານ ໑໕ກຣ
· ເລືອດແຮດ ໑໕ກຣ
· ຍອດໝາກມ່ວງ ໗ຍອດ
· ເມັດພິກໄທ ໗ເມັດ
· ຫົວຂີງ ໗ຝານ
· ຫົວກະທຽມ ໗ງີມ
· ຫົວຫອມບົ່ວ ໗ງີມ
· ຕຳເປັນຝຸ່ນປະສົມນ້ຳເຜິ້ງ ປັ້ນເປັນລູກກອນທໍ່ເມັດພິກໄທ ກິນຕອນເຊົ້າ ເທື່ອລະ ໑ເມັດ.