ຢາແກ້ລິດສີດວງດັງ
ຂນານທີ1:
· ໃຫ້ບີບເອົານ້ຳໝາກບວບຂົມຢອດໃສ່ຮູດັງທັງສອງຂ້າງໃນດວລານອນຫງານຢູ່ ແລ້ວຈຶ່ງຂວ້ຳລົງໃຫ້ນ້ຳມູກອອກ.
ຂນານທີ2:
1. ໝາກບວບຂົມ, 2. ຫົວຫວ້ານໄພ, 3. ໃບຫຍ້າຫອມແກ່ວ, 4. ໃບຜັກໜອກ
· ເອົາທໍ່ກັນ ຕຳໃຫ້ເຂົ້າກັນຈຶ່ງດອົານ້ຳໃສ່ປະສົມກັບນ້ຳມັນດິນອີກສອງສ່ວນຫຸ່ງໃສ່ກັນຂ້ຽວລົງໃຫ້ຍັງແຕ່ນ້ຳມັນ ປະໄວ້ໃຫ້ເຢັນແລ້ວຈຶ່ງເອົານ້ຳມັນຍາງໃສຕື່ມເຂົ້ານຶ່ງສ່ວນ. ໃຊ້ຢອດດັງ.
ຂນານທີ3:
1. ເຂົາຄວາຍດ່ອນ/ຂູດເອົາ, 2. ງາຊ້າງ/ຂູດເອົາ, 3. ໃບເຂືອງຊອຍແລ້ວຕາກແຫ້ງ
* ປະສົມກັນແລ້ວໃຊ້ໃບບົວຫຼວງພັນສູບ.
ຂນານທີ4:
1. ໃບຄໍ້ແລນ/ຊອຍຕາກແຫ້ງ, 2. ໃບຜີເສື້ອ/ຊອຍຕາກແຫ້ງ, 3. ໃບໜາດ/ຊອຍຕາກແຫ້ງ, 4. ໃບບົວຫຼວງ/ຊອຍຕາກແຫ້ງ, 5. ເປືອກຊາຊູຕົ້ນ/ຂູດເອົາ, 6. ເປືອກຂ່ອຍ/ຂູດເອົາ
· ປະສົມກັນ ພັນເປັນຢາສູບ.
ຂນານທີ5:
1. ໃບບົວຫຼວງ/ຊອຍຕາກແຫ້ງ, 2. ໃບປ່ານ/ຊອຍຕາກແຫ້ງ, 3. ໃບສະມັດ/ຊອຍຕາກແຫ້ງ, 4. ເປືອກໂກທາ/ຂູດເອົາ, 5. ເຂົາຄວາຍດ່ອນ/ຂູດເອົາ,
· ປະສົມກັນ ພັນເປັນຢາສູບ.
ຂນານທີ6:
· ໃຫ້ເອົາຮາກດຳດວນ, ຢາຫົວໃຫຍ່, ອ້ອຍດຳ ທໍ່ກັນຕົ້ມກິນ ສາມເວລາ.
ຂນານທີ7:
· ໃຫ້ເອົາແກ່ນຕົ້ນຂີ້ເຫງັນ, ແກ່ນຕົ້ນດູກໃສ, ແກ່ນຕົ້ນຕາໄກ້, ເຄືອຕາກວາງ, ຮາກເກັດລິ່ນນ້ອຍ, ຢາຫົວໃຫຍ່, ອ້ອຍດຳ ທໍ່ກັນ
ຕົ້ມກິນກ່ອນອາຫານສາມເວລາ.
ຢາແກ້ລິດສີດວງ5ຈຳພວກ ( ຫູ, ຕາ, ດັງ, ທະວານໜັກ, ທະວານເບົາ)
1. ຫົວບຸກລໍ (ບອນບ້ຽວ), 2. ຫົວກອຍ, 3. ຫົວອຸຕພິດ(ຫວ້ານຂີ້), 4. ແກ່ນສົນ, 5. ແກ່ນໄມ້ສັກ, 6. ແກ່ນໄມ້ດູ່, 7. ແກ່ນຂີ້ເຫຼັກສານ, 8. ແກ່ນສະແຫມທະເລ, 9. ຮາກໝາກແຄ້ງເຄືອ, 10. ຮາກໝາກເຂືອຂື່ນ, 11. ຮາກປິດປີແດງ, 12. ຕາໄມ້ໄຜ່ປ່າ, 13. ກະໂປະໝາກພ້າວແຫ້ງ
· ໃຫ້ເອົາທໍ່ກັນ ສັບເປັນຕ່ອນແລ້ວຕົ້ມກັ່ນ(ເຮັດຄືຕົ້ມເຫຼົ້າ) ຮັປທານເຊົ້າແລງ.
ນອກຈາກແກ້ລິດສີດວງທັງຫ້າແລ້ວ ຍັງເປັນຢາແກ້ເລືອດລົມຄັດອົກ ແກ້ຮາກເປັນເລືອດ ແກ້ລົມອັມພາດ (ຕີນມືຕາຍ).
ຢາແກ້ລິດສີດວງງອກໃນທະວານເບົາ, ໃນດັງ ຫຼືເປັນຄຸທລາດ
1. ຫົວກະຜຸກແດງ, 2. ຫົວກະຜຸກຂາວ, 3. ຫົວບອນບ້ຽວ, 4. ຫົວດຸບເດື່ອປ່າ, 5. ຫວ້ານຂີ້, 6. ຫົວກອຍ, 7. ແກ່ນຂີ້ເຫຼັກສານ, 8. ແກ່ນສະແຫມທະເລ, 9. ຢາຫົວໃຫຍ່
· ໃຫ້ເອົາທໍ່ກັນດອງເຫຼົ້າກິນເຊົ້າແລງ.
ຢາຮົມແກ້ລິດສີດວງທະວານໜັກ ທະວານເບົາ
ຂນານທີ1:
ຜັກກະຊັບ, ເປືອກຍາງແດງ, ປູນຂາວ, ນ້ຳຍ່ຽວ
* ໃຫ້ຕົ້ມໃສ່ໝໍ້ປົກດ້າຍກະໂປະໝາກພ້າວເຈາະເປັນຮູແລ້ວນັ່ງຮົມ.
ຂນານທີ2:
1. ຮາກສາມສິບ, 2. ຫຍ້າໜອນຕາຍຍາກ, 3. ຫຍ້າຂອບຊະນາງແດງ, 4. ຫົວເຂົ້າຂ້າ, 5. ໃບກັນຊາ, 6. ແກ່ນໃນໝາກບ້າ
· ໃຊ້ນ້ຳຕົ້ມຮົມຄືກັບຂ້າງເທິງ.
ຢາຕົ້ມກິນຂ້າລິດສີດວງທະວານ
ຂນານທີ1.
1. ຜົກສ້ຽນຜີທັງຫ້າ, 2. ຜັກອ່ີຕູ່ແດງທັງຫ້າ, 3. ຜັກອ່ີຕູ່ຂາວທັງຫ້າ, 4. ຂອບຊະນາງແດງທັງຫ້າ, 5. ປັກໂຫມຫີນທັງຫ້າ, 6. ແກ່ນຂີ້ເຫຼັກ
· ໃຫ້ເອົາຢາທັງໝົດຕົ້ມກິນເຊົ້າແລງ.
ຂນານທີ2.
· ໃຫ້ເອົາຫວ້ານດີລິດສີດວງຕົ້ມກິນ.