New for you, all Laotians ( Lao People), try my brand new Lao font ( LaoStyleUI) Best for web and Facebook. Lao BaoSaka.ttf is the best of the best. These two font have been tuned up.
For the love of my mother tongue, I have created these fonts for you to use. I am the Lao Language expert and know Lao better than the non-Lao spoken, so it's better for me to know how to do it. It's better if non-Lao spoken and wants to create Lao font for me to use, that's non-sense. So feel free to use. Every font here is almost the same, but there are some small changes in the font itself, unless you enlarge the font then you will see the differences.
Lao News is wider, Lao Style is a bit narrower ແລະເໝາະສົມກັບ Facebook. LaoStyleUI is much better than any fonts that I have created.
BaoSaka Lao ເປັນ Font ທ່ີຂ້າພະເຈົ້າໄດ້ປະດິດມາຊາວກວ່າປີແລ້ວ.
ພາສາລາວ (AkraLao.ttf) simplified ໄດ້ປະດິດຂຶ້ນມາເພື່ອໃຫ້ທ່ານໄດ້ຊົມໃຊ້ຊຶ່ງແມ່ນຝີໄມ້ລາຍມືຈາກຂ້າພະເຈົ້າ. ຖ້າທ່ານ install ແລ້ວ in web browser ໃຊ້ font ນີ້
ທ່ານຈະອ່ານພາສາລາວໄດ້ຢ່າງແຈ່ມແຈ້ງຊັດເຈນດີ, ເບ່ິງຕົວຢ່າງຢູ່ນີ້: Sample Text in PDF
LaoStyle.ttf ແມ່ນ font ນີ້ ງາມຫຼາຍ.
How to set your web browser to see First Download the Font, then right click on the font, click on Install, or double click on the font then click on install.
Launch your web browser!
FireFox:
Click on right hand side ( ທ່ີເຫັນ 3 ຂີດ), then click on Content on the left, Look at Fonts & Colors, Look at Default font: click on the arrow and look for LaoStyleUI, select that font and choose size ( I use 16), after that Click on Advanced:
Proportional: Serif
Serif: LaoStyle
Sans-serif: LaoStyle
Monospace: Courier New
.......................
Google:
Click on right hand side ( ທ່ີເຫັນ 3 ຂີດ), settings, on the bottom, click on Show advanced settings, look for Web content, we see Font size I use Large), then click on Customize fonts:
Fonts and encodingນີ້ແມ່ນລາວເຮັດໃຫ້ຄົນລາວໃຊ້
Standard font: LaoStyle
Serif font: LaoStyle
Sans-serif font: LaoStyle
Fixed width font: Courier New
then Click Done.
I would like to say thank you to Google for allowing me to setup this web site for all people, especially Lao, to gain some knowledge about Lao Traditional Medicine. I hope one day this little knowledge will become the major research in Traditional or Herbal Medicine. The font that you see here may not be my font, so please do not forget to download and use it. I think I have created the most beautiful font like my own handwriting.
ກ່ອນອື່ນໝົດ ກະຣຸນາ Download LaoStyle.ttf ທ່ີໃຊ້ຂຽນຢູ່ນີ້, Akra Lao ຫຼື Baosaka Lao ຂ້າພະເຈົ້າໃຊ້ເປັນໂຕສຳຮອງ ຢູ່ໜ້າ Download ແລ້ວ install ເພາະວ່າໂຕໜັງສືທ່ີທ່ານອ່ານຢູ່ນີ້ອາຈບໍ່ແມ່ນຝີມືຂອງຂ້າພະເຈົ້າ, ຫຼືຢາກເບິ່ງຕົວຢ່າງກໍລອງໄດ້ເລີຍ.ນອກຈາກນັ້ນກໍມີ BaoSakaUI Font, ຢູ່ໜ້າ Download.
ອະໂຣຄະຍາ ປາຣະມາຣາພາ ໝາຍຄວາມວ່າຄວາມບໍ່ມີໂຣກ (ພຍາດ)ແມ່ນລາບອັນປະເສີດ. ຄົນເຮົາລ້ວນແລ້ວຢາກຢູ່ດີກິນດີ ມີຄວາມສຸກກາຍສະບາຍໃຈ ມີອາຍຸຍືນຍາວໂດຍປາສຈາກຄວາມເຈັບໄຂ້ໄດ້ປ່ວຍທັງປວງ. ຖ້າຢາກເປັນເຊັ່ນນີ້ ແມ່ນເຮົາເອງ ມີສ່ວນຮັບຜິດຊອບຕໍ່ຮ່າງກາຍເພາະວ່າເຮົາເປັນຜູ້ກິນອາຫານເຂົ້າໄປຫຼໍ່ລ້ຽງຮ່າງກາຍ ເຮົາເປັນຜູ້ມັກ ເຮົາເປັນຜູ້ຄົວ ເຮົາເປັນຜູ້ກິນ. ແຕ່ຢ່າລືມວ່າ ສິ່ງທ່ີເຮົາຮັປທານເຂົ້າໄປນັ້ນ ມັນມີຜົນຫຍັງແດ່ຕໍ່ຮ່າງກາຍ, ເຮົາອາຈບໍ່ເຫັນໃນປັດຈຸບັນນີ້ ແຕ່ໃຫ້ຄິດເຖິງອະນາຄົດ. ກະເພາະອາຫານກໍຕ້ອງການພັກຜ່ອນ ເຮົາຄວນກິນເປັນເວລາ ແລະບໍ່ໃຫ້ມັນເຕັມຫຼາຍ ຢ່າງນ້ອຍກໍໃຫ້ປະໄວ້ນຶ່ງສ່ວນສີ່ ບໍ່ຄວນຈະ ໃຫ້ມັນເຕັມໂພດໄປ.
ຄົນເຮົາສ່ວນຫຼາຍກໍຖືກັນວ່າ ເຈັບຕ້ອງໄປຫາທ່ານໝໍ, ຖືກຕ້ອງ, ເພາະວ່າໝໍເປັນຄົນປ່ິນປົວພຍາດ, ແຕ່ວ່າເປັນຫຍັງເຮົາຈຶ່ງຈະໄປ ຫາໝໍ ຖ້າຫາກວ່າເຮົາປ້ອງກັນບໍ່ໃຫ້ມັນເກີດພຍາດ. ບາງຄັ້ງມັນອາຈຊ້າເກີນໄປໃນເມື່ອເຮົາຮູ້ວ່າເຮົາເປັນມະເລງໃນສ່ວນໃດສ່ວນນື່ງໃນ ຮ່າງກາຍ. ມີໃຜແດ່ທ່ີຈະຊ່ວຍປົວມະເລງໃຫ້ຫາຍ, ຖ້າຈະປິ່ນປົວກໍຈະຕ້ອງໃຊ້ຊັບຫຼາຍທ່ີສຸດ. ເພາະສນັ້ນ ເຮົາຄວນປ້ອງກັນບໍ່ໃຫ້ມັນເກີດ. ຢ່າງນ້ອຍ ພາຍໃນນຶ່ງເດືອນກໍຄວນເອົາເຫັດສາມຢ່າງມາແກງກິນ ເພ່ືອລ້າງສານພິດ ແລະເຫັດເປັນສ່ິງທ່ີມະເລງບໍ່ມັກ ແຕ່ມະເລງມັກຊີ້ນ. ນ້ຳມັນ ນ້ຳຕານ ເປັນບໍ່ເກີດຂອງພຍາດ ເຊັ່ນໂຣກເບົາຫວານ ທ້ອງໃຫຍ່ ໄຂມັນໃນລຳໄສ້ ເມັດເລືອດ, ເຮົາຄວນລົດຜ່ອນ.
ດຽວນີ້ ນິຍົມກັນເຄັ່ງໜ້າເຄ່ັງຕາ ຢ້ານບໍ່ງາມ, ແຕ່ສ່ິງງ່າຍໆ ແມ່ຍິງກໍຄວນເອົາໄຂ່ຂາວທາໜ້າປະໄວ້ສິບຫາສິບຫ້ານາທີແລ້ວລ້າງອອກ, ໜ້າກໍຈະເຄັ່ງຢູ່ສເມີໂດຍບໍ່ຕ້ອງໃຊ້ເງິນຄຳໄປຈ້າງໝໍຜ່າຕັດທາງໃນທາງນອກ. ທ່ີເຫັນມາກໍຫຼາຍລາຍ ເພາະວ່າໃນເມື່ອອາຍຸແກ່ຢ້ານຜົວບໍ່ມັກ ກໍເລີຍໄປເສັຽເງິນເປັນໝື່ນຂຶ້ນເມືອ, ແມ່ນແທ້ມັນງາມແລະຈັບໃຈ ແຕ່ປີຕໍ່ມາກໍເກີດມະເລງໃນນົມ ຊີວິດທ່ີມີຄ່າກໍເສັຽໄປ, ໂອຍໂລກອະນິດຈັງ.
ຄວາມເຊື່ອຖືຂອງຄົນມັນບໍ່ຄືກັນ, ບາງຄົນກໍຈະຄິດວ່າບ່າວສະກ້າເຊື່ອງົມງວຍ ເປັນຄົນສໄມຫີນ ຢົກຢາເຕັມບໍ່ອຶດບໍ່ຢາກ ມີຂາຍກັນເຕັມຕລາດ ມັນແມ່ນຄວາມຈິງ, ແຕ່ຢ່າລືມວ່າຢາທຸກກ້ອນມັນທຳດ້ວຍສານເຄມີ ແລະມັນເປັນສ່ິງບັນເທົາ ຕ້ອງໄດ້ໃຊ້ເປັນປະຈຳ, ແຕ່ຖ້າໃຊ້ທາງພື້ນເມືອງ ແມ່ນມັນຕັດກົກຖອນຮາກ. ແຕ່ຄາວຍັງນ້ອຍ ເປັນໄຂ້ ໄດ້ກິນແຕ່ນ້ຳຢາທ່ີພໍ່ຝົນຈາກເປືອກໄມ້ ຫ້າຫຼືຫົກຊນິດ ແລ້ວໄຂ້ກໍຫາຍໄປ. ເຈັບຫົວແຕ່1970 ເຖິງ 2000, ໃໍຊ້ຢາທັນໃຈ ຢາແກ້ປວດກໍພໍທຸນເລົາ ຈົນປີ2000 ໄດ້ໃຊ້ກະຊາຍດຳພາຍໃນສອງອາທິດ ຄວາມເຈັບຫົວຫາຍໄປ ປານປິດຖິ້ມເໝືອນກັບວ່າຕັດກົກຖອນຮາກ ຍ້ອນຢາພື້ນເມືອງນີ້ແລ້ວ. ດ້ວຍເຫດນີ້ເອງ ບ່າວສະກ້າຈຶ່ງເຊື່ອຖື.
ເພິ່ນບອກວ່າ ຫ້າມບໍ່ໃຫ້ຄົນເປັນພຍາດກ່ຽວກັບຫົວໃຈກິນກວ້ຍຫອມ, ຄົນທ່ີເປັນມະເລງ ບໍ່ໃຫ້ກິນຊີ້ນ ດັ່ງນີ້ເປັນຕົ້ນ. ຖ້າເປັນມະເລງ ໃນລຳໄສ້ ໝໍຈະຝ່າຕັດໄສ້ທ່ອນນັ້ນອອກ ດົນໄປ ກໍຈະເກີດຂຶ້ນອີກ ຈົນກວ່າໄສ້ໝົດ, ຄວນປ້ອງກັນບໍ່ໃຫ້ມັນເກີດ. ນ້ຳໝາກພ້າວກໍເປັນນ້ຳຢາ ແມ່ຍິງທ່ີຖືພາ ຄວນດື່ມນ້ຳໝາກພ້າວເພື່ອລ້າງໄຂມັນອອກຈາກເດັກ.
ເພື່ອເກັບກຳຂອງເກົ່າຂອງແກ່ ບ່າວສະກ້າໄດ້ຖອດເອົາຄວາມຮູ້ເຫຼົ່ານີ້ ຈາກຕຳລາແພດສາດພື້ນເມືອງລາວພຣະຄຳພີໃບລານຫຼືພຣະໄຕຼປີດົກ ທ່ີຄົນລາວສໄມກ່ອນໄດ້ນຳໃຊ້ປະຕິບັດສືບທອດກັນມາ ແລະຄັດຈ້ອນເອົາສິ່ງທ່ີຫາໄດ້ງ່າຍຕາມປ່າຫົວນາຫຼືໃນສວນຫຼັງບ້ານຂອງທ່ານເອງ. ຄິດວ່າຄວາມຮູ້ເລັກໆນ້ອຍໆຈາກບ່າວສະກ້າຈະຊ່ວຍຊີວິດຂອງທ່ານໃຫ້ມີສຸຂພະລານາໄມຫຼາຍຂຶ້ນກວ່າເກົ່າ. ນີ້ຄືຕົວຢ່າງອັນເລັກນ້ອຍທ່ີທ່ານຄວນຮູ້;
Cancer ມະເລັງ ແມ່ນພຍາດທີ່ຮ້າຍແຮງທີ່ສຸດ ສິ່ງເຫຼົ່ານີ້ອາຈຊ່ວຍທ່ານໄດ້ ຄົນລາວສ່ວນຫຼາຍອ່ານພາສາໄທໄດ້ ນີ້ຄືຢາປົວມະເລັງ ໄຂມັນໃນເສັ້ນເລືອດຄວນລົດມັນອອກ
ຜັກອ່ີຮຸມ ໄທເອີ້ນວ່າMarumมะรุมແລະເປັນພາສາພືດ ເອີ້ນວ່າ Moringa Oleifera
ຜັກອ່ີຮຸມ ເປັນຕົ້ນໄມ້ທ່ີເທພເຈົ້າໄດ້ໂຜດ
ຜັກອ່ີຮຸມ ມີ14ເທົ່າຂອງທາດແຄນຊຽມທ່ີໄດ້ຈາກນົມ
ຜັກອ່ີຮຸມ ມີໄວຕາມິນ ສອງເທົ່າຫຼາຍກວ່າ Carrots
ຜັກອ່ີຮຸມມີ Potassium ຫຼາຍກວ່າ ໝາກກ້ວຍ 4ເທົ່າ
ຜັກອ່ີຮຸມ ມີທາດເຫຼັກຫຼາຍກວ່າ Spinach 9 ເທົ່າ
ຜັກອ່ີຮຸມ ໄດ້ຖືກນຳມາໃຊ້ປຸກເພດທັງຜູ້ຊາຍແລະແມ່ຍິງແລະເປັນພືດທ່ີປ້ອງກັນບໍ່ໃຫ້ຖືພາ, ແຕ່ເປັນຢາຊ່ວຍໃຫ້ມີນ້ຳນົມຕອນມີລູກນ້ອຍ.
ເປັນຢາຊ່ວຍໃຫ້ມີກຳລັງ, ເຮັດໃຫ້ຜິວໜັງນຸ້ມນວນ, ປົວໂຣກເບົາຫວານ, ນອນຫຼັບສະບາຍ, ຊ່ວຍປົວພຍາດກະວົນກະວາຍ, ລົດຜ່ອນນ້ຳຕານໃນເລືອດ.
ປົວຝີໃນກະເພາະ, ຊ່ວຍໃຫ້ມີອາຣົມດີຂິຶ້ນ, ຊ່ວຍລະບົບຍ່ອຍອາຫານ.
ໝາກເດ່ືອ, (Fig) or Ficus carica ເປັນໝາກໄມ້ທ່ີບໍ່ມີໃຜຢາກຮັປທານ ແຕ່ແລ້ວມັນເປັນໝາກໄມ້ທ່ີຊ່ວຍ ການຖ່ານເທ ປ້ອງກັນທ້ອງຂີ້ຮາກ ຊ່ວຍລົດຄວາມອ້ວຍ ຊ່ວຍລົດຜ່ອນ cholesterol ຊ່ວຍລົດຜ່ອນພຍາດຫົວໃຈ ມະເລງໃນລຳໄສ້
ປ້ອງກັນບໍ່ໃຫ້ເກີດມະເລງນົມ ກຳຈັດໂຣກເບົາຫວານ ຊ່ວຍອະໄວຍະວະເພດໃຫ້ມີກຳລັງບັງຊາ ຖ້າກິນຫຼາຍອະໄວຍະວະເພດຈະໃຫຍ່ຍາວອອກ Soak 2-3 figs in milk overnight and eat them in the morning to enhance your sexual abilities.
ຖ້າມັນຍາວຜິດປົກຕິທ່ານບໍ່ຕ້ອງໂທດບ່າວສະກ້າ ໃຫ້ທ່ານອ່ານເອົາເອງເດີ! ຕອນຍັງນ້ອຍບ່າວສະກ້າມັກຮັປທານໝາກສຸກ ມັນຫວານແລະແຊບດີ.
ສຳລັບຜູ້ທ່ີແຕ່ງງານໃໝ່ ຄວນອ່ານ ໜ້ານີ້ ຖ້າຫາກທ່ານຢາກໄດ້ລູກຊາຍຫຼືລູກຍິງຕາມໃຈຊອບ.
ຖ້າທ່ານມີຄວາມເຫັນແນວໃດ ກະຣຸນາຂຽນລົງທ່ີ ບ່າວໝໍຢາລາວ Forum ກໍໄດ້.
ດ້ວຍຄວາມປຣາຖນາດີຈາກ ບ່າວສະກ້າ.
ໃຊ້ປົວພຍາດທ່ີເກີດກັບແມ່ຍິງເຊັ່ນ: ມະເຣງຕ່າງໆ ແລະໃຊ້ປ່ິນປົວປະດົງຕາມຄໍ່.ແມ່ຍິງກິນໄດ້ ຜູ້ຊາຍກິນດີ ໃຊ້ແລ້ວອາຈທຳໃຫ້ໜຸ່ມຢູ່ຕລອດໄປ.
ພຍານາງແຮ້ງຄໍຄຳນີ້ ອາຈໃຊ້ເປັນຊາວິເສດກໍໄດ້. ດ້ວຍໃບຂອງຢາວິເສດນີ້
ບ່າວສະກ້າໄດ້ຊ່ວຍແມ່ຍິງສອງຄົນແລ້ວ.
ລູກເຮົາມັນຮັກກັນ ເລື່ອງອັນໃດຂອງມັນໃຜຈະໄປຮູ້ຈັກມັນຢາກມີເມັຽກໍເພາະມັນຢາກມີລູກແມ່ນແລ້ວມີລູກໄວ້ສືບໜໍ່ແທນແນວ ບາງຄູ່ກໍຢາກໄດ້ຍິງກ່ອນ ບາງຄູ່ກໍຢາກໄດ້ຊາຍກ່ອນງ່າຍນ້ອຍດຽວ ບ່າວສະກ້າຈະຊ່ວຍເອົາໜູນ້ອຍບີບໃສ່ຕົງນີ້: Baby Gender Selection by Choice