ເຄືອເຂົາຮໍ: ບຳລຸງນ້ຳບີ ແກ້ເລືອດລົມ ຈະເຣີິນອາຫານ.
ເຄືອຕາປາ: ຊ່ວຍເສັ້ນເອັນຢ່ອນຍານ ແກ້ປວດຕາມຂໍ້ ແກ້ປະດົງຄັນ.
ເຄືອເອັນອ່ອນ: ບຳລຸງເອັນໃຫເແຂງແຮງ ແກ້ເອັນພິການ ແກ້ປວດເມື່ອຍ.
ເຄືອສະຄ້ານ: ຂັບລົມໃນລຳໄສ້ ແກ້ຈຸກສຽບ.
ເຄືອຢານາງຂາວ: ດັບພິດຮ້ອນ ຖອນພິດໄຂ້. ຖອນພິດກິນຜິດ.
ເຄືອຢານາງແດງ: ດັບພິດຮ້ອນ ຖອນພິດໄຂ້. ຖອນພິດກິນຜິດ. ແກ້ພິດເບື່ອເມົາຈາກເຫັດ ສຸລາ ແກ້ພິດຕ່າງໆ.
ເຄືອໜໍນ້ອຍ: ດັບພິດຮ້ອນ ຖອນພິດໄຂ້. ຖອນພິດກິນຜິດ. ຮາກເປັນຢາອາຍຸວັທນະ.
ເຄືອລີ້ນແຮດ: ບຳລຸງຕັບແລະຫົວໃຈ.
ເຄືອຫາງໜູ: ບຳລຸງນ້ຳບີ ແລະດັບພິດ.
ເຄືອແລະຮາກຕັບເຕົ່າ: ແກ້ພິດເບື່ອ ແລະແກ້ຝີໃນທ້ອງ.
ເຄືອຕຳນິນ: ແກ້ຕາຂຶ້ນຝ້າ ດັບພິດ ແກ້ໄຂ້ຮ້ອນ.
ເຄືອຜັກໄສ (ທັງຫ້າ): ບຳລຸງນ້ຳບີ ແກ້ບີພິການ ແກ້ພິດ ແກ້ປະດົງເຂົ້າຂໍ້.
ເຄືອລີ້ນເສືອ: ແກ້ຕັບຊຸດ ດັບພິດທ່ີຕັບແລະປອດ.
ຮາກເຄືອຕົດໝາ: ແກ້ຕານຊາງ ແກ້ບີຮົ່ວ ແກ້ໄຂ້ຂຶ້ນ ເປັນຢາອາຍຸວັທນະ.
ເຄືອໝາກຢາງຂາວ ແດງ: ແກ້ປະດົງເຂົ້າຂໍ້, ແກ້ລົມຂັດໃນຂໍ້ ໃນກະດູກ.
ເຄືອເອັນ: ບຳລຸງເສັ້ນເອັນ ແລະແກ້ເສັ້ນເອັນພິການ.
ເຄືອໄສ້ຕັນ: ບຳລຸງທາດ ປົວບາດແຜໃນລຳໄສ້.
ເຂົ້າໝິ້ນເຄືອ: ຂັບໂລຫິດເສັັຽຂອງແມ່ຍິງ, ແກ້ປະດົງ.
ຮາກເຄືອແຂ້ວງູ (ຕື່ງເຄືອຄຳ): ແກ້ຝີທຸກຊນິດ, ແກ້ລິດສີດວງລຳໄສ້, ແກ້ເຖົາດານໃນທ້ອງ, ແກ້ພຍາດປອດທ່ີພາໃຫ້ໄອ, ດັບພິດໃນຂໍ້ກະດູກແລະເສັ້ນເອັນ, ແກ້ກາມໂຣກ. ໃບ ແກ້ພຍາດຜິວໜັງ.
ເຄືອເພັດສັງຄາດ: ແກ້ກະດູກແຕກ ຫັກ ຄ່ົນ, ຂັບລົມໃນລຳໄສ້, ແກ້ລິດສີດວງທະວານ.
ໃບເຄືອສົ້ມປ່ອຍ: ຊຳລະເມືອກມັນໃນລຳໄສ້. ແກ້ເສັ້ນເອັນພິການ. ດອກສົ້ມປ່ອຍ ຊ່ວຍເສັ້ນເອັນພິການໃຫ້ແຂງແຮງ.
ຮາກເຄືອໝາກແປບ: ແກ້ພາກແລະທັມລາ, ແກ້ໜິ້ວຫີນໃນພົກຍ່ຽວ.
ເຄືອສົ້ມໂລມ: ແກ້ໜິ້ວໝາກໄຂ່ຫຼັງຫຼືໃນພົກຍ່ຽວ.
ເຄືອຜັກປັງ: ແກ້ໝາກສຸກ. ໃບແລະດອກ ແກ້ ກາກ ເກື້ອນ. ຮາກ ແກ້ຕີນມືດ່າງ ແກ້ຂີ້ຫົວ. ໝາກ ແກ້ພິດຝີ.
ເຄືອຕາຍດິບ: ແກ້ກະເພາະອາຫານພິການ.
ຮາກເຄືອສະມັ່ງ: ຂ້າພຍາດໃນທ້ອງທັງແປແລະກົມ.
ເຄືອສະເອມລາວ: ບຳລຸງທາດ ບຳລຸງກຳລັງແລະກ້າມເນື້ອ. ດອກ ແກ້ບີແລະໂລຫິດ.
ເຄືອຕາກວາງ: ແກ້ກະໄສ ປວດເມື່ອຍ ແກ້ເໜັບຊາມຶນເຊັຽເປັນລ່ອຍ. ແກ້ລິດສີດວງລຳໄສ້ແລະທະວານ.
ເຄືອຫາງກວາງ: ບຳລຸງຕັບແລະບີ.
ດ້ວຍຄວາມປຣາຖນາດີຈາກ ບ່າວສະກ້າ.