· ເຂົາງົວ, ເຂົາຄວາຍດ່ອນ, ເຂົາແພະ, ເຂົາແກະ, ເຂົາກວາງ, ເຂົາກຸຍ, ເຂົາລະມັ່ງ, ເຂົາໂອງ, ເຂົາຟານ, ເຂົາເຍືອງ, ເຂົາກະທິງ, ເຂົາຄວາຍດຳ: ແກ້ພິດໄຂ້, ພິດຮ້ອນໃນ, ໄຂ້ອອກຕຸ່ມດຳແດງ, ຖອນພິດກິນຜິດ, ແກ້ພິດຝີ, ແກ້ພິດສັດກັດຕອດ.
· ນໍແຮດ: ແກ້ໄຂ້ພິດ.
· ເຂົາກວາງອ່ອນ, ເຂົາຟານອ່ອນ: ບຳລຸງທາດ, ບຳລຸງກຳລັງ, ບຳລຸງຄວາມກຳໜັດ.
· ເຂົາກວາງແກ່: ແກ້ໄຂ້ພິດ, ຖອນພິດຕ່າງໆ.
· ເຂົາກວາງຊີ: ແກ້ໄຂ້ພິດ, ພິດຝີ, ພິດປະດົງ, ແກ້ພາກແລະທັມລາ.
· ເຂົາໄກ້: ບຳລຸງກຳລັງ, ບຳລຸງຄວາມກຳໜັດ, ແກ້ປວດຫຼັງປວດແອວ ແລະເປັນຢາອາຍຸວັທນະຊັ້ນຢ້ຽມ.
· ງາຊ້າງ, ແຂ້ວເສືອ, ແຂ້ວໝີ, ແຂ້ວໝູປ່າ, ແຂ້ວແຂ້, ແຂ້ວນາກ, ແຂ້ວອົ້ນ, ແຂ້ວເຍືອງ, ແຂ້ວແຮດ: ແກ້ພິດທັງປວງ, ດັບພິດໃນຂໍ້ ໃນກະດູກ ໃນເສັ້ນເອັນ. ແກ້ພິດຕານຊາງ.
· ກະດູກຊ້າງ: ແກ້ພຍາດເຮື້ອນ, ມະເຮັງ, ພຍາດໃນກະດູກ ແລະໜອງໃນ.
· ກະດູກຄວາຍດ່ອນ: ບຳລຸງກະດູກ, ແກ້ໂຣກໜອງໃນ, ບຳລຸງໄຂຂໍ້, ແກ້ມະເຮັງ ຂີ້ໂມ້.
· ກະດູກໝີ: ບຳລຸງກຳລັງ ບຳລຸງໂລຫິດ ບຳລຸງກະດູກ ແກ້ ຊ້ຳ ກະຈາຍເລືອດຊ້ຳໃນ ແກ້ໄຂຂໍ້ພິການ ແກ້ພຍາດມະເຮັງຄຸທລາດໂມ້.
· ກະດູກເສືອ: ບຳລຸງກະດູກ ເລືອດ ເນື້ອແລະໄຂຂໍ້ ແກ້ເຈັບແອວ.
· ກະດູກເຍືອງ: ແກ້ເສັ້ນເອັນ ຂັດຍອກ ປວດເມື່ອຍ ຊ້ຳບວມ ຕໍ່ກະດູກ (ປະສານກະດູກ).
· ກະດູກຄາງກະທ້າງ: ແກ້ໄຂ້ ແກ້ພາກ ປວດຫົວ ປວດແອວ ປວດແຂ້ວ ຄາງທຸມ ຄາງແຂງ.
· ກະດູກຄ່າງ: ແກ້ໄຂ້ພິດ ບຳລຸງໂລຫິດ ບຳລຸງກຳລັງ ແກ້ຜອມແຫ້ງ ປວດເມື່ອຍຂັດຍອກຕາມຮ່າງກາຍ ແລະແກ້ກາມໂຣກ.
· ກະດູກແພະ: ແກ້ພຍາດຜິວໜັງ ເກື້ອນນ້ອຍເກື້ອນໃຫຍ່ ກາມໂຣກໜອງໃນ.
· ຄັນຄາກ: ຂ້າພຍາດເຮື້ອນ ມະເຮັງ ຄຸທລາດໂມ້.
· ເລີືອດຄ່າງ: ບຳລຸງກຳລັງ ບຳລຸງໂລຫິດ ແກ້ປວດເມື່ອຍຕາມຮ່າງກາຍ.
· ບີຄ່າງ: ບຳລຸງປະສາດ ແກ້ພິດຕານຊາງ.
· ບີງູເຫຼືອມ: ດັບພິດຕານຊາງ ແກ້ຕາປຽກ ຕາມົວ ຕາຟາງ ຕາແດງ ແກ້ປວດຕາ ບຳລຸງນ້ຳບີ.
· ນ້ຳມັນງູເຫຼືອມ: ແກ້ຂັດຍອກ ເຮັດໃຫ້ເສັ້ນເອັນຢ່ອນຍານ.
· ບີໝີ: ລະລາຍກ້ອນເລືອດໃຫ້ກະຈາຍ.
· ບີໝູປ່າ ບີງົວປ່າ ບີຄວາຍດ່ອນ: ແກ້ພິດກະວົນກະວາຍ ແກ້ຕາລອຍເຜີສະຕິ ບຳລຸງນ້ຳບີ.
· ກະດອງເຕ່ົານາ: ແກ້ຝີໃນຄໍ ແກ້ຕ່ອມທອນຊິນອັກເສບ ແກ້ບາດແຜຊ້ຳເຮື້ອ.
· ກະເພາະເໝັ້ນ: ບຳລຸງນ້ຳບີ ບຳລຸງໂລຫິດ ຊ່ວຍກຳລັງລຳໄສ້ຍ່ອຍອາຫານ.
· ໜັງຊ້າງ: ປະສົມກັບຢາອື່ນໆປຸງເປັນຢາແກ້ໜິ້ວໃນໄຕ.
· ໜັງເຍືອງ: ເຜົາໄຟ ບົດປະສົມກັບນ້ຳມັນງາທາແຜໄຟໄໝ້.
· ຂົນໝີ: ປະສົມກັບຢາອື່ນໆພັນສູບແກ້ລິດສີດວງດັງ.
· ນ້ຳມັນເຍືອງ ນ້ຳມັນເສືອ: ໃຊ້ທາບີບຄັ້ນແກ້ປວດເມື່ອຍຂັດຍອກໃຄ່ບວມ ແກ້ເໜັບຊາ ຕີນມືຕາຍ.
· ກະດູກບ່າງລົ້ວ: ເປັນຢາແກ້ໜິ້ວ ຝົນໃສ່ນ້ຳໝາກນາວຮັປທານ.
· ເປືອກຫອຍຂົມ, ຫອຍແຄງ, ຫອຍຈູບ, ຫອຍມຸກ, ຫອຍອ່ີລົມ, ຫອຍສັງ: ໃຊ້ເຜົາໄຟ ຕຳແຊ່ນ້ຳຮັປທານ ແກ້ ໄຕພິການ, ຂັບລົມໃນລຳໄສ້, ແກ້ຕັບຊຸດ, ບຳລຸງທາດ, ບຳລຸງກະດູກ ເພ່ີມທາດປູນ.
· ບີນົກການ້ຳ: ບຳລຸງເສັ້ນຜົມ ເຮັດໃຫ້ເສັ້ນຜົມດົກດຳ.
ດ້ວຍຄວາມປຣາຖນາດີຈາກ ບ່າວສະກ້າ