ຜັກອ່ີຕູ່: ແກ້ລົມວິນວຽນ, ຂັບລົມໃນລຳໄສ້, ບຳລຸງຫົວໃຈ, ເມັດໃນແຊ່ນ້ຳກິນແກ້ທ້ອງຜູກທ້ອງບິດ.
ຜັກໂຫລະພາ: ໃຊ້ຢ່າງດຽວກັບຜັກອ່ີຕູ່.
ຜັກແພວແດງ: ແກ້ປວດຫົວ, ແກ້ເສັ້ນປະສາດພິການ, ບຳລຸງທາດ, ຊ່ວຍຍອ່ຍອາຫານ, ຂັບລົມໃນລຳໄສ້.
ຜັກຊີຊ້າງ: ໃຊ້ທັງຕົ້ນຮ່ວມກັບຜັກຂະແຍງຕົ້ມຮົມແກ້ບວມ ແກ້ເໜັບຊາ(ລ່ອຍ), ຂັບເຫື່ອແກ້ນ້ຳເຫຼືອງເສັຽ, ແກ້ປຸ້ນທ້ອງຮາກ.
ຜັກຊີ: ເມັດໃນຜັກຊີເປັນຢາຂັບລົມໃນລຳໄສ້ ບຳລຸງທາດຈະເລີນອາຫານ.
ຜັກຫອມປ້ອມ: ເມັດໃນປຸງເປັນຢາຂັບລົມໃນລຳໄສ້ ບຳລຸງທາດ ແກ້ສະເອິ (ໃຊ້ຮ່ວມກັບເມັດຜັກຊີ)
ຜັກຫວານບ້ານ: ແກ້ກິນຜິດ ລະງັບຄວາມຮ້ອນ ຖອນພິດໄຂ້ ແກ້ພຍາດຄາງທູມ.
ຜັກຫວານປ່າ: ລະງັບພິດ ແກ້ພິດຮ້ອນກະວົນກະວາຍ ແກ້ນ້ຳບີພິການ ແກ້ໄຂ້ເຊຶ່ອມຊຶມ.
ຜັກກ້ານຕົງ: ສັພຄຸນຄືກັບຜັກຫວານ.
ຜັກຊະຄາມ: ຂັບປັສວະ ແກ້ກາມໂຣກ.
ຜັກກະເສດ: ຖອນພິດກິນຜິດ ຫຼືພິດຢາເບື່ອແກ້ພິດໄຂ້ຮ້ອນ.
ຜັກໜອກ: ແກ້ຮ້ອນໃນ ບຳລຸງຫົວໃຈ ແກ້ອິດເມື່ອຍ ຂັບປັສວະ ແກ້ທ້ອງຊຸ ແກ້ຟົກຊ້ຳ ຂັບເລືອດ.
ຜັກສ້ຽນລາວ: ຕົ້ນແກ້ເລືອດເນົ່າ, ຮາກຜັກສ້ຽນແກ້ລົມ, ໃບບຳລຸງເສມຫະ(ນ້ຳລາຍ), ໜາກ ຂ້າກະຕືກໄສ້ເດືອນ, ດອກ ແກ້ໂລຫິດ.
ຜັກສ້ຽນຜີ: ຕົ້ນ ຂັບໜອງໃນຮ່າງກາຍ, ຮາກ ແກ້ພຍາດຜອມແຫ້ງຜູ້ຍິງຫຼັງອອກລູກ, ແກ້ຝີວັນນະໂຣກຕັບປອດແລະລຳໄສ້, ໃບແກ້ປັສວະພິການ ຕຳໂພະດູດນົມ, ດອກ ຂ້າເຊື້ອພຍາດ.
ໝາກ ຂ້າພຍາດໃນທ້ອງ. ໃຊ້ທັງ໕ ແກ້ປວດທ້ອງ ຈເຣີນໄຟທາດ ແກ້ພິດຝີ ແກ້ໄຂ້ເນື່ອງຈາກບີ ແກ້ເສມຫະແລະລົມເປັນພິດ ແກ້ລົມສຽບແທງ.
ຜັກຫູເສືອ: ໃບແກ້ປວດຫູ ແກ້ພິດຝີໃນຫູ ແກ້ຫູເປັນໜອງ.
ຜັກຕັບເຕົ່ານ້ຳ: ແກ້ເສມຫະ ແກ້ບີພິການ(ບີເດືອດຄ້າຍຈະເປັນບ້າ) ຂັບນ້ຳຍ່ອຍອາຫານ ຂັບລົມ.
ຜັກກາດນາ: ແກ້ພິດໄຂ້ຮ້ອນ ໄຂ້ທໍຣະພິດ ຂັບເຫື່ອ.
ຜັກກາດນ້ຳ (ຫຍ້າເອັນຢືດ): ຂັບປັສວະ ແກ້ໜິ້ວ ແກ້ໜອງໃນ ແກ້ໄຕພິການ ລະງັບຄວາມຮ້ອນ ແກ້ເດັກຕົວຮອນ.
ຜັກໂຫມໜາມ: ຮາກໃຊ້ແກ້ຮ້ອນໃນ ແກ້ໃຂ້ ລະງັບຄວາມຮ້ອນ. ຕົ້ນໃຊ້ຂັບປັສວະ ແກ້ລະດູຕົກໜັກ ບົ່ມໜອງຝີໃຫ້ແຕກ ແກ້ໜອງໃນ
ຜັກໂຫມຫັດ: ຮາກໃຊ້ຖອນພິດຮ້ອນພາຍໃນ ແກ້ຄັນ ຖອນພິດໄຂ້.
ຜັກໂຫມຫີນ: ຕົ້ນແກ້ເສມຫະ ຈະເຣີນໄຟທາດ ແກ້ຟົກບວມໃນທ້ອງ ຂັບລົມໃຫ້ເອື້ອມອອກ ແກ້ບີພິການ ດັບພິດໄຂ້ຮ້ອນ ແກ້ພິດເສມຫະແລະພິດທັງປວງ. ຮາກແກ້ລິດສີດວງທະວານ ແກ້ອັນດະບວມ.
ຜັກບົ້ງ: ຖອນພິດເບື່ອເມົາ ຖອນພິດຢາທັງປວງ ແກ້ພຍາດຕາຟາງ ຕາອັກເສບ ບຳລຸງສາຍຕາ ຕົ້ມກັບເກືອອົມແກ້ລຳມະນາດ.
ຜັກເປັດ: ໃຊ້ທັງຕົ້ນທັງຮາກເປັນຢາດັບພິດໂລຫິດ ຟອກໂລຫິດ ບຳລຸງໂລຫິດ.
ຜັກປອດ: ໃຊ້ທັງຕົ້ນທັງຮາກແກ້ໂລຫິດພິການ ຂັບເຫື່ອ ຂັບເສມຫະແລະລົມໃຫ້ກະຈາຍ ແກ້ທ້ອງມານ ແກ້ລິດສີດວງລຳໄສ້.
ຜັກແມງແຄງ: ຂັບລົມໃນທ້ອງໃຫ້ລະລາຍອອກ.
ຜັກແກງຂົມ: ແກ້ໄຂ້ພິດ ບຳລຸງນ້ຳບີ ແກ້ໄອ ແກ້ຟົກບວມ. ຕຳໂພະຂມ່ອມເດັກແກ້ປວດຫົວ ແກ້ໄອ.
ຜັກແຫວ້ນ: ແກ້ຕຸ່ມອອກຮ້ອນ ຕຳໃສ່ນ້ຳເຂົ້າຈ້າວແກ້ຍິງເຈັບນົມ.
ຜັກກາດ: ເມັດຂັບເສມຫະແລະໂລຫິດ ແກ້ຟົກບວມ ແກ້ປອດບວມອັກເສບ.
ຜັກຄາວທອງ: ແກ້ກາມມະໂຣກນ້ຳເຫຼືອງເສັຽ ແກ້ແຜເນົ່າເປື່ອຍຊ້ຳເຮື້ອ.
ຜັກນາງເລີດ: ຂັບລົມໃນລຳໄສ້ ແກ້ທ້ອງອືດ ແກ້ປວດເມື່ອຍ.
ຜັກຂະຍ່າ: ແກ້ພຍາດໃນຄໍ ເຮັດໃຫ້ຜິວໜັງຜ່ອງໃສ.
ຜັກກະລຳປີ: ບຳລຸງທາດ ບຳລຸງຮ່າງກາຍ ແກ້ຮ້ອນໃນ.
ຜັກຕຳນິນ: ຮາກເປັນຢາລົດຄວາມຮ້ອນແກ້ໄຂ້, ເຄືອເປັນຢາດັບພິດ, ໃບສົດເປັນຢາຖອນພິດ ໃຊ້ຖອນພິດຈາກຄາຍໜາກຕຳແຍ. ຖ້າເອົາຕົ້ນສ່ວນນຶ່ງຕັດລົນໄຟແລ້ວເປົ່າອອກນ້ຳທ່ີອອກມານັ້ນໃຊ້ຢອດຕາແດງ.
ຜັກອ່ີຮູມ: ເປືອກຕົ້ນເປັນຢາຂັບລົມໃນລຳໄສ້. ຖາກເອົາເປືອກຕົ້ມກິນແກ້ໜິ້ວໃນກະເພາະປັສວະ. ເມັດອ່ີຮູມເປັນຢາແກ້ຫືດ. ບຳລຸງທາດ ແກ້ບວມ.
ຜັກຫອມແປ້ນ: ຍ່ອງໃສ່ນ້ຳເຂົ້າຈ້າວທາແກ້ຕຸ່ມຄັນຄາຍ. ກິນແກ້ໜິ້ວຫີນໃນກະເພາະຍ່ຽວ. ເມັດຂົ້ວແລ້ວປະສົມນ້ຳມັນຍາງເປັນຢາຂ້າແມ່ແຂ້ວ. ເມັດເຜົາໄຟເອົາຄວນຮົມຂ້າແມງໄມ້ເຕົ້າຫູ.
ຜັກກຸ່ມ: ໃຊ້ໃບຕົ້ມຮົມແກ້ພິດປາປັກປາແທງ. ເປັນຢາຂັບເຫື່ອ.
ຜັກຕົບ: ແກ້ຕາມົວ ຕາຟາງ ບຳລຸງປອດແລະໄສ້ອອ່ນ.
ຜັກໂຫບເຫບ(ຫອບແຫບ): ບຳລຸງຕັບ ມ້າມ ບີ ແກ້ພຍາດໃນຕັບ.
ຜັກຂະນ່ອງມ້າ: ແກ້ຕັບ ບີ ເສມຫະໃນລຳຄໍ ແກ້ຂີ້ຄາພຸ.
ຜັກກະໂດນທົ່ງແລະຜັກກະໂດນນ້ຳ: ຕຳໂພະແກ້ຈອດແຜ, ກິນແກ້ບາດແຜໃນກະເພາະແລະລຳໄສ້, ແກ້ເລືອດຄໍອອກ.
ຜັກພີພວຍ: ແກ້ຮ້ອນໃນ ແກ້ກະເພາະ ແກ້ຍ່ຽວຢັດ.
ຜັກຄາດ: ແກ້ພິດຕານຊາງ ແກ້ລິດສີດວງຜອມເຫຼືອງ, ໃຊ້ທັງຕົ້ນຕຳປະສົມສຸລາອົມກືນທີລະນ້ອຍແກ້ຕ່ອມນ້ຳລາຍອັກເສບ ແກ້ຝີໃນຄໍ ແກ້ໄຂ້ຄໍຕັນ.
ຕຳປະສົມເຂົ້າໝິ້ນຂຶ້ນແລະເກືອໂພະຫົວເດັກແກ້ເດັກຕົວຮ້ອນ ແກ້ພິດຕານຊາງ.
ຜັກໜາມ: ບຳລຸງທາດຈເຣີນອາຫານລະງັບເສັ້ນປະສາດ. ໃຊ້ທັງຕົ້ນຕົ້ມອາບແກ້ພຍາດຜິວໜັງ ແກ້ອ່ີສຸກອ່ີໃສ.
ຜັກໄສ່: ໃບແລະໝາກແກ້ລົມເຂົ້າຂໍ້ ຫົວເຂົ່າບວມ ບຳລຸງນ້ຳບີ ແກ້ຕັບພິການ ແກ້ມ້າມຢ່ອນ ຕຳໂພະແກ້ປວດບວມອັກເສບ.
ຜັກໄສ່ນ້ຳ(ໂຄກກະອອມ): ໃຊ້ທັງ໕ແຊ່ອາບ ກິນ ແກ້ຟົກບວມທັງຕົວ, ດັບພິດຮ້ອນ ບຳລຸງນ້ຳບີ. ໃບ ແກ້ຫືດ, ເຄືອແກ້ໄຂ້ໜາວໆຮ້ອນໆ, ດອກແກ້ໂລຫິດໃຫ້ຕົກ, ໝາກດັບພິດໄຟໄໝ້, ຮາກແກ້ຕາເປັນຕໍ້ ແກ້ພິດງູ.
ຜັກນ້ຳ: ບຳລຸງເລືອດລົມແກ້ທ້ອງຍຶ່ງ ແກ້ກົດໃນກະເພາະ.
ຜັກປັງ: ແກ້ລົມ ແກ້ລິດສີດວງ ແກ້ຫືດໄອ ແກ້ທ້ອງມານ ແກ້ກະເພາະ ແກ້ເສັ້ນປະສາດພິການ ແກ້ປວດເມ່ືອຍຕາມຂໍ້ກະດູກ. ເຄືອແລະໃບຕຳໂພະແກ້ພິດຝີ, ດອກແກ້ກາກເກື້ອນ, ຮາກແກ້ຕີນມືດ່າງ ແກ້ທ້ອງຜູກ ແກ້ຂີ້ລັງແຄ, ໝາກແກ້ພິດຝີ.
ຜັກກ້ານຈອງແລະຜັກພາຍ: ແກ້ຕັບ ປອດ ບີ ແລະຫົວໃຈພິການ.
ຜັກຕາກົ້ງ: ແກ້ພິດຝີ ແກ້ລິດສີດວງ.
ຜັກຫຸ້ມຫໍ່: ໃຊ້ເຄືອຕົ້ມກິນແກ້ເສັ້ນປະສາດນອນບໍ່ຫຼັບ, ໃບແລະຍອດອອ່ນໜຶ້ງກິນເຮັດໃຫ້ນອນຫຼັບສະບາຍ.
ຜັກຊະເມັກ: ແກ້ພຍາດເບື່ອຫອຍນ້ຳລາຍໄຫຼ, ຮັກສາລຳໄສ້ ແລະກະເພາະ.
ຜັກບີອ່ຽນ: ແກ້ຕັບ ແລະບີພິການ.
ຜັກຂະ: ໜຶ້ງກິນຂັບລົມໃນລຳໄສ້.
ຜັກສົ້ມປ່ອຍ: ໃບແກງກິນຟອກໂລຫິດ ຂັບເສມຫະ ແກ້ໄອ.
ຜັກສົ້ມປູນ: ໃບແກງກິນຟອກໂລຫິດ ຂັບເສມຫະ, ຕຳໃສ່ປູນໂພະບາດແຜ.
ຜັກສົ້ມສຽ້ວ: ໃບຟອກໂລຫິດ ຂັບຍ່ຽວ ຖ່າຍເສມຫະ ແກ້ໄອ ແກ້ບິດ ຕຳໂພະບາດແຜ.
ຜັກສົ້ມພໍດີ: ໃບຟອກໂລຫິດ ຂັບປັສວະ ຖ່າຍເສມຫະ ແກ້ໄອ ຂັບລະດູຂາວ.
ຜັກຕິ້ວສົ້ມ: ໃບຟອກໂລຫິດ ຂັບປັສວະ ຖ່າຍເສມຫະ ແກ້ໄອ ຂັບລະດູຂາວ.
ຜັກສົ້ມສັງກາ: ໃບແລະເຄືອຕຳກັບສຸລາໂພະຝີ ແກ້ບວມ ອົມແກ້ຝີໃນຄໍ ແກ້ຕ່ອມທອນຊິນອັກເສບ ແກ້ໄຂ້ຄໍຕັນ ໃຊ້ຖອນພິດ.
ຜັກສົ້ມເຊົ້າ: ຍາມເຊົ້າມັນສົ້ມ. ຢາງຂອງມັນຂັບພຍາດທ້ອງ ແກ້ຈຸກສຽບ ແກ້ທ້ອງມານ ແກ້ບວມ ແກ້ມ້າມຢ່ອນ.
ຜັກຫອມຫໍ້: ຕົ້ນແລະໃບຍ່ອງທາຂມັບແກ້ປວດຫົວ ແກ້ປວດບວມ, ກິນຂັບລົມໃນລຳໄສ້.
ຜັກຫອມເທດ: ເໝືອນກັບປັກຫອມຫໍ້.
ຜັກກະເດົາ: ດອກກິນບຳລຸງທາດ ແກ້ນ້ຳບີພິການ ແກ້ໄຂ້, ກ້ານໃບຕົ້ມກິນແກ້ໄຂ້, ເປືອກຮັກສາລຳໄສ້ແລະກະເພາະ, ຮາກແກ້ໄຂ້ ແກ້ພຍາດຜິວໜັງ, ໝາກຖ່າຍພຍາດທ້ອງ ແກ້ລິດສີດວງ ແກ້ປັສວະພິການ.
ຜັກກະແຍງ: ຕົ້ມຮົມແກ້ຟົກບວມ ແກ້ເໜັບຊາ.
ຜັກເກັດຫອຍ, ຜັກພ່ອງ, ຜັກບໍ່, ຜັກໄໝ: ແກ້ພຍາດຕັບ ບີ ແກ້ຮ້ອນໃນ.
ດ້ວຍຄວາມປຣາຖນາດີຈາກ ບ່າວສະກ້າ.