· ຫົວຫຍ້າແຫ້ວໝູ: ບຳລຸງທາດ ບຳລຸງກຳລັງ ຂັບລົມໃນລຳໄສ້ ເປັນຢາອາຍຸວັທນະ. ປະສົມກັບແປ້ງເຫຼົ້າເຮັດໃຫ້ມີເຫຼົ້າຫຼາຍຂຶ້ນ.
· ຫົວຖ່ົວພູ: ແກ້ຫືດ ບຳລຸງກຳລັງ ແກ້ ອ່ອນເພັຽ.
· ຫົວເຂົ້າໝິ້ນຂຶ້ນ: ຈອດແຜ ຄຸມທາດ ຮັກສາກະເພາະອາຫານແລະລຳໄສ້ ປົວແຜພາຍໃນແລະນອກ.
· ຫົວຫວາຍຂົມ: ແກ້ໄຂ້ຍ້ອນບີ ບຳລຸງນ້ຳບີ.
· ຫົວຫອມບົ່ວແດງ: ແກ້ຫວັດຕັນດັງ ຂັບລົມໃນລຳໄສ້.
· ຫົວຫອມບົ່ວຂາວ: ບຳລຸງຜົມໃຫ້ງາມ ບຳລຸງຫົວໃຈ.
· ຫົວກະທຽມ: ຂັບລົມໃນລຳໄສ້ ແກ້ຫືດ ແກ້ອັມພາດເຂົ້າຂໍ້ ປ້ອງກັນຜົມຫງອກ ແກ້ປວດບວມ ແກ້ວັນນະໂຣກ ບຳລຸງທາດ ແກ້ ເສັ້ນປະສາດ ທາແກ້ກາກເກື້ອນ. ນ້ຳຈາກຫົວກະທຽມໃຊ້ຢອດຫູອື້ງ, ແກ້ພຍາດປອດ.
· ຫົວສິງໄຄ: ແກ້ເບື່ອ ບຳລຸງໄຟທາດ ແກ້ໜິ້ວ.
· ຫົວທູນ: ແກ້ໄຂ້ ແກ້ເຖົາດານໃນທ້ອງກັດຝ້າກັດໜອງ ແກ້ລິດສີດວງ.
· ຫົວພັນມະຫາ: ແກ້ລິດສີດວງມອງຄໍ່ ແກ້ເຮື້ອນ ແກ້ມະເຮັງ ຂີ້ໂມ້ ແກ້ສຽບຍຶ່ງ ແກ້ໜອງໃນ.
· ຢາຫົວ: ດັບພິດໃນກະດູກ ແກ້ປະດົງຄັນ ແກ້ຄຸທລາດໂມ້ ແກ້ເສັ້ນເອັນພິການ ແກ້ກາມໂຣກເຂົ້າຂໍ້.
· ຫົວກູດຮອກ (ກະແຕໄຕ່ໄມ້): ແກ້ປັສວະພິການ ແກ້ໜິ້ວ ແກ້ເບົາຫວານ ແກ້ໄຕພິການ.
· ເຫງົ້າໝາກນັດ: ແກ້ໜິ້ວ ແກ້ໜອງໃນ.
· ຫົວຄ້າ: ເປັນຢາທັ່ງພິດ ແກ້ໄຂ້ທຸກຊນິດ.
· ຫົວກ້ວຍນ້ອຍ: ແກ້ວັນນະໂຣກ ບຳລຸງປອດ ແກ້ໄອເປັນເລືອດ.
· ຫົວຂ່າ: ຂັບລົມໃນລຳໄສ້. ລະບາຍເລືອດ. ປະສົມກັບນ້ຳໝາກຂາມຕື່ມເກືອຈັກໜ້ອຍໃຫ້ຍິງອອກລູກໃໝ່ເພື່ອຂັບເລືອດ ນ້ຳຄາວປາ.
· ຫົວຂ່າລີງ: ແກ້ກາມໂຣກ ແກ້ລົມໜ້າມືດຕາລາຍ ແກ້ທ້ອງບິດ. ຕົ້ນ ແກ້ຝີດາດ(ໝາກສຸກ). ໃບ ແກ້ເກື້ອນ. ດອກ ຂັບພຍາດໃນລຳໄສ້. ຮາກ ແກ້ພິດຝີ ກາມໂຣກ.
· ຫົວແລະຮາກຕາວ: ແກ້ຕັບຊຸດ ດັບພິດປອດແລະຫົວໃຈພິການ.
· ຫົວບົວບົກ: ແກ້ລົມ ແກ້ປວດເມື່ອຍ ແກ້ຝີພາຍນອກ ບຳລຸງທາດໃຫ້ຮ່າງກາຍແຂງແຮງ. ເປັນຢາອາຍຸວັທນະ. ໃບ ແກ້ຊ້ຳໃນ.
· ຫົວບອນບ້ຽວ, ຫົວຫວ້ານຂີ້: ແກ້ລິດສີດວງລຳໄສ້.
· ຫົວກອຍ: ກັດຝ້າ ເປັນຢາສມານແຜ.
· ຫົວກະຊາຍ: ອ່ານໜ້າຢາບຳລຸງກຳລັງ.
· ຮາກໂສມຄົນ: ບຳລຸງກຳລັງ ບຳລຸງເສັ້ນເອັນ.
· ເຫງົ້າກ້ວຍຕີບ: ແກ້ຕຸ່ມຄັນຍ້ອນໄຂ້ພິດ.
· ເຫງົ້າຫົວບົວຫຼວງ: ບຳລຸງກຳລັງ.
· ເຫງົ້າຂີງສົດ: ຂັບລົມໃນລຳໄສ້.
· ເຫງົ້າຂີງແຫ້ງ: ຈະເຣີນອາຍຸ ໄລ່ລົມ ແກ້ໜິ້ວ.
· ຮາກໝໍນ້ອຍ: ແກ້ບີຮົ່ວ ບີລົ້ນ ບີຊ່ານ. ເປັນຢາອາຍຸວັທນະ.
ດ້ວຍຄວາມປຣາຖນາດີຈາກ ບ່າວສະກ້າ