ຢາອາຍຸວັທນະຫຼືຈະເອີ້ນວ່າຢານານເຖົ້ານານຕາຍ ບໍ່ໃຫ້ຮ່າງກາຍແກ່ຊຣາໄວ ຢາກຢູ່ໂລກນີ້ໄປອີກນານແລະຈ່າຍພາສີໃຫ້ຣັຖຕໍ່ໄປ
ຂນານທີ1: ຫົວຫຍ້າແຫ້ວໝູ, ເຂົ້າໝິ້ນຂື້ນ, ຜັກສ້ຽນຜີ, ໂຄກກະສຸນ ຫຼືໜາມດິນ.
ໃຫ້ເອົາຢາທັງ4ແນວລະ15 ກຣາມຊອຍຕາກແຫ້ງຕຳເປັນຝຸ່ນປະສົມນໍໍ້າເຜິ້ງປັ້ນເປັນລູກກອນທໍ່ກັບໃນສາລີ ກິນກ່ອນອາຫານ2ກ້ອນເຊົ້າແລງ.
ຂນານທີ2: ຫົວກະຊາຍ, ຫົວຂ່າປ່າ, ຫົວຂີງແຄງ,
ໃຫ້ເອົາແນວລະ15ກຣາມຊອຍຕາກແຫ້ງຕຳເປັນຝຸ່ນ,ໃຫ້ເອົານໍໍ້າຕານ1ຈອກຕົ້ມໃສ່ນໍ້າເຕົ້າໃຫ້ສຸກປະໄວ້ໃຫ້ເຢັນ ່ຈຶ່ງເອົາຢາດອງໃສ່. ກິນກ່ອນອາຫານ1ບ່ວງກາເຟ ເຊົ້າແລງ.
ຂນານທີ3: ເຄືອເຂືອງຄໍາ, ເຂົ້າໝິ້ນຂຶ້ນ, ຫົວຫຍ້າແຫ້ວໝູ,
ໃຫ້ເອົາແນວລະ15ກຣາມຕົ້ມຂ້ຽວ3ຈອກເອົາຈອກນຶ່ງແລ້ວປະສົມນໍ້າເຜິ້ງໜ້ອຍນຶ່ງ. ກິນກ່ອນອາຫານ1ບ່ວງກາເຟ ເຊົ້າແລງ.
ຂນານທີ4: ເຂົ້າໝີ້ນຂຶ້ນ, ນ້ຳເຜິ້ງ,
ໃຫ້ເອົາເຂົ້າໝີ້ນຂຶ້ນຕຳປັ້ນເອົານ້ຳໃຫ້ໄດ້1ແກ້ວປະສົມກັບນ້ຳເຜິ້ງ ໃສ່ໄຫອັດໃຫ້ແໜ້ນແລ້ວເອົາຝັງໄວ້ຈອມໂພນ ໃຫ້ໄດ້3ເດືອນຈຶ່ງກິນກ່ອນອາຫານ2ບ່ວງເຊົ້າແລງ.
ຂນານທີ5: ເຂົ້າໝີ້ນຂຶ້ນ, ເຄືອເຂົາຮໍ, ຫົວຫວ້ານໄພ, ຫົວຫຍ້າແຫ້ວໝູ, ຜັກສ້ຽນຜີ,
ໃຫ້ເອົາຢ່າງລະ15ກຣາມຊອຍຕາກແຫ້ງຕຳເປັນຝຸ່ນປະສົມນ້ຳເຜິ້ງປັ້ນເປັນລູກກອນ. ກິນ2ກ້ອນເຊົ້າແລງ. ເປັນຢາອາຍຸຍືນ ແກ້ໄຂ້ປ່າ ແກ້ກະເພາະອາຫານພິການ ແກ້ເລືອດລົມບໍ່ດີ.
ຂນານທີ6: ຮາກພັງຄີ, ຮາກສ່ອງຟ້າ, ຮາກປິດປີແດງ,
ໃຫ້ເອົາຢ່າງລະ15ກຣາມບອງເຫຼັົ້າ1ລີດ. ກິນເຂົ້າຈອກແລງຈອກ.
ຂນານທີ7: ນ້ຳໝາກນັດສຸກ 2ແກ້ວ, ໂພ່ນເໝັ້ນ 1ຖົງ, ນ້ຳເຜິ້ງ 1ລີດ,
ໃຫ້ປັ້ນເອົານ້ຳໝາກນັດແລ້ວຕົ້ມກັບໂພ່ນເໝັ້ນໃຫ້ຍັງເຫຼືອພຽງ1ແກ້ວຈ່ິງດອງໃສ່ນ້ຳເຜິ້ງໄວ້7ວັນຈຶ່ງກິນ1ບ່ວງກາເຟ
ຂນານທີ8: ຢາຫົວໃຫຍ,່ ຢາຫົວນ້ອຍ, ຫຍ້າງວງຊ້າງທັງ5,
ໃຫ້ເອົາແນວລະ300ກຣາມປະສົມກັນຕົ້ມກິນກ່ອນອາຫານ1ຈອກ 3ຄັ້ງ. ເຊົ້າ ສວາຍ ແລງ.
ຂນານທີ9: ຜັກໜອກຕາກແຫ້ງ 30 ກຣາມ, ພິກໄທ 15 ກຣາມ, ນ້ຳເຜິ້ງ,
ໃຫ້ຕຳປະສົມເຂົ້າກັນປັ້ນເປັນລູກກອນ ກິນກ່ອນອາຫານເທ່ືອລະ3ກ້ອນ ເຊົ້າແລງ.
ຂນານທີ10: ສຸກໃນດິນ//ເຂົ້າໝິ້ນທອງຫຼື້ຫົວກະຊາຍ ບິນບົນອາກາດ//ນ້ຳເຜິ້ງ, ພາດປາຍໄມ້//ເຄືອເຂົາຮໍ, ໄງ້ທໍຣະນີ//ຫົວຫຍ້າແຫ້ວໝູ, ໜີສົງສານ//ເຂົ້າໝິ້ນຂຶ້ນ, ໄປນິພານບໍ່ກັບ//ເຄືອງ້ວນໝູ//ບໍ່ໃສ່ກໍໄດ້,
ໃຫ້ເອົາທໍ່ກັນຕາກແຫ້ງຕຳເປັນຝຸ່ນປະສົມນ້ຳເຜິ້ງປັ້ນເປັນລູກກອນ. ກິນກ່ອນອາຫານ ເຊົ້າແລງ.
ຂນານທີ11: ຫົວຫຍ້າແຫ້ວໝູ, ຫົວກະຊາຍ, ໝາກສະມໍ,
ໃຫ້ເຮັດຄືຂນານທີ10
ຂນານທີ12: ຢາຫົວໃຫຍ່ 1200 ກຣາມ, ຫົວຫຍ້າແຫ້ວໝູ 1200 ກຣາມ, ພິກໄທ 75 ກຣາມ, ດອກດີປີ 75 ກຣາມ,
ໃຫ້ຕຳເປັນຝຸ່ນປະສົມກັບນ້ຳເຜິ້ງປັ້ນເປັນລູກກອນ ກິນກ່ອນອາຫານ ເຊົ້າ ແລງ.
ຂນານທີ13 ແກ່ນດູ່, ແກ່ນແດງ, ແກ່ນຈິກ, ແກ່ນແຕ້, ແກ່ນຖ່ອນ, ແກ່ນຂາມ, ແກ່ນມີ້ໜັງ, ນ້ຳອ້ອຍ3ປ່ຽງ, ເຫຼົ້າເດັດ,
ໃຫ້ເອົາຢາ7ຢ່າງແນວລະ1200ກຣາມຕົ້ມຂ້ຽວ3ເທ່ືອແຕ່ລະເທ່ືອໃຫ້ເຫຼືອ1/3ແລ້ວຕອງເອົານ້ຳຢາຈຶ່ງເອົານ້ຳອ້ອຍແລະ ເຫົ້ຼາເດັດໃສ່ປິດຝາແໜ້ນປະໄວ້3ເດືອນຈຶ່ງກິນ. ອາຍຸບໍ່ຮອດ30ປີຫ້າມກິນ.
ຂນານທີ14: ເຂົ້າໝິ້ນຂຶ້ນ, ຫົວກະຊາຍ, ເຄືອເຂົາຮໍ, ເຄືອງ້ວນໝູ, ຫົວຫຍ້າແຫ້ວໝູ, ນ້ຳເຜິ້ງ,
ໃຫ້ເອົາຢ່າງລະ7500ກຣາມຕາກແຫ້ງຕຳເປັນຝຸ່ນປະສົມນ້ຳເຜິ້ງປັ້ນເປັນລູກກອນ ກິນກ່ອນອາຫານເຊົ້າແລງ.
ຂນານທີ15: ເອົາເຄືອເຂົາຮໍບອງເຫຼົ້າ
ຂນານທີ16: ຢາຫົວໃຫຍ່, ໝາກຫູດ,
ໃຫ້ເອົາຢ່າງລະ6000ກຣາມຕາກແຫ້ງຕຳເປັນຝຸ່ນປະສົມນ້ຳເຜິ້ງປັ້ນເປັນລູກກອນກິນກ່ອນອາຫານ3ຍາມ.
ຂນານທີ17: ເຄືອອ້ອຍສາມສ່ວນ 3ວາ, ເຄືອເຂົາຮໍ 3 ວາ, ນ້ຳເຜິ້ງ 1ລີດ,
ຕັດເປັນທ່ອນ ຕົ້ມຂ້ຽວ ຕອງເອົານ້ຳແລ້ວປະສົມກັບນ້ຳເຜິ້ງກິນກ່ອນອາຫານເຊົ້າແລງ.
ຂນານທີ18: ໝໍນ້ອຍ, ຢານາງ, ເຫົ້ຼາ, ນ້ຳເຜິ້ງ,
ຖ້າເປັນນ້ຳໃຫ້ເອົາຢ່າງລະ1ລີດປະສົມກັນຫຼືດອງໃສ່ກັນ ປະໄວ້3ເດືອນກິນເຊົ້າແລງ.
ຂນານທີ19: ເໝືອນກັບຂນານທີ18 ໃຫ້ເພີ່ມຫົວກະຊາຍ ຮາກອ່ີຮ້ຼ ຫົວຫຍ້າແຫ້ວໝູ.
ຂນານທີ20: ໃຫ້ເອົາຢາຈາກຂນານທີ17, ຂນານທີ18, ຂນານທີ19 ປະສົມກັນ
ຢາທ່ີກ່າວມານີ້ ຖ້າກິນແລ້ວຈະທຳໃຫ້ມີອາຍຸຍືນຍາວ ນານເຖົ້າຈຶ່ງເອີ້ນວ່າ ຢາອາຍຸວັທນະ, ເຮັດໃຫ້ນານເຖົ້າ, ມີຊີວິດຢູ່ໄດ້ຍາວນານ.
ດ້ວຍຄວາມປຣາຖນາດີຈາກ ບ່າວສະກ້າ.