ສັພຄຸນຢາທ່ີມີຣົດເຢັນ (ໃຊ້ແກ້ດັບທາດໄຟ (ເຕໂຊທາດ) ໄຂ້ຮ້ອນ)
· ຮາກໝາກເຟືອງ ລະງັບພິດຮ້ອນ ຖອນພິດໄຂ້ ຖອນພິດກິນຜິດ.
· ຮາກໝາກເຜັດປ່າ ແກ້ຮ້ອນ ຖອນພິດກິນຜິດ.
· ເຄືອເຂືອງຄຳ ແກ້ຮ້ອນໃນ. ຕົ້ມແຊກນ້ຳປູນໃສກິນແກ້ລິດສີດວງທະວານ.
· ຮາກ ເຄືອ ໃບ ຕຳນິນ ແກ້ພຍາດຕາ ດັບພິດຮ້ອນ.
· ຮາກເຄືອໜາມໄກ່ໄຫ້ ດັບພິດຮ້ອນ ຖອນພິດໄຂ້ ແກ້ໄຂ້ມາເລເຣັຽຂຶ້ນສມອງ.
· ຮາກແລະເຄືອຕັບເຕົ່າ ຖອນພິດເບື່ອເມົາ ພິດກິນຜິດ ແລະພິດຢາສັ່ງ.
· ໃບໝາກຜູ້ໝາກເມັຽ ແກ້ປາກເໝັນລັມນາດກິນແຂ້ວ, ລ້ອມຕັບ ດັບພິດ ແກ້ຕຸ່ມຄັນຄາຍ.
· ໃບພິມເສນ ແກ້ໄຂ້ ລົດຄວາມຮ້ອນ.
· ຮາກຕົ້ນຂັດເຄົ້າ ແກ້ໄຂ້ຍ້ອນເລີອດພິດ ແກ້ພຍາດນ້ຳບີແດງ.
· ໃບເງິນ ໃບທອງໃບນາກ ແກ້ໄຂ້ຮ້ອນ ລ້ອມຕັບ ດັບພິດ.
· ໃນສ່ຳສາ (ກ້າມປູ) ດັບພິດ ຖອນພິດ.
· ຫຍ້າຜາກຄວາຍ ດັບພິດຮ້ອນ ຖອນພິດໄຂ້. ຕຳໃບສົດໃສ່ເຫຼົ້າທາແກ້ໃຄ່ບວມ.
· ຫົວຫວ້ານມະຫາການ ດັບພິດຮ້ອນ ຖອນພິດໄຂ້. ຫົວແລະໃນສົດຕຳທາພາຍນອກແກ້ບວມ.
· ຮາກກ້ວຍຕີບ ແກ້ຮ້ອນໃນ ກະຫາຍນ້ຳ.
· ຮາກສາມສິບ ບຳລຸງເດັກໃນທ້ອງ ບຳລຸງຕັບປອດ.
· ຮາກດອກເກດ ແກ້ໄຂ້ ຂັບປັສວະ.
· ດອກກຸຫຼາບມອນ ແກ້ໄຂ້ຍ້ອນບີ ເສມຫະແລະລົມເປັນພິດ. ບຳລຸງຫົວໃຈ ບຳລຸງນ້ຳບີ.
· ດອກສາລະພີ ລ້ອມຕັບດັບພິດ ເຮັດໃຫ້ຈິດໃຈສົດໃສ.
· ຮາກໝາກເດື່ອຫອມ ແກ້ພິດງູ ພິດຝີ ບຳລຸງຕັບປອດແລະຫົວໃຈ.
· ຮາກດອກຊ້ອນ ຖອນພິດຢາເບື່ອເມົາ.
ສັພຄຸນຢາທ່ີມີຣົດຮ້ອນ (ໃຊ້ແກ້ດັບທາດລົມ(ວາໂຍທາດ) )
· ເປືອກກຸ່ມບົກ ຂັບລົມ ແກ້ໜິ້ວ ແກ້ບວມ ບຳລຸງທາດໄຟ ກະຕຸ້ນລຳໄສ້ໃຫ້ທຳງານ ບຳລຸງຫົວໃຈ ແກ້ພຍາດຜິວໜັງ.
· ເຄືອພິກໄທ ແກ້ລົງທ້ອງ ແກ້ເສມຫະໃນຊວງເອິກ. ໃບ ແກ້ລົມ. ເມັດ ແກ້ລົມ ບຳລຸງທາດ. ດອກ ແກ້ຕາແດງ.
· ຮາກປິດປີຂາວ ກະຈາຍລົມ ແກ້ລິດສີດວງທະວານໜັກ ແກ້ບວມ ແກ້ຂີ້ໂມ້. ຕົ້ນ ຂັບເລືອດເນົ່າ. ໃບ ແກ້ລົມ. ດອກ ແກ້ພຍາດຕາ.
· ຮາກປິດປີແດງ ບຳລຸງທາດໄຟ ບັງຄັບລຳໄສ້ແລະກະເພາະໃຫ້ທຳງານ, ເຮັດໃຫ້ຮ່າງກາຍອົບອູ່ນ ແລະແກ້ຝີ. ຕົ້ນ ແກ້ເລືອດດັງອອກ. ໃບ ແກ້ບີອັກເສບ. ດອກ ແກ້ບີຮົ່ວ ບີລົ້ນ ບີຊຶມ.
· ໃບຕີນຈຳກ້ຽງ ແກ້ຕັບພິການ.
· ຮາກໄຟເດີອນຫ້າ ແກ້ເລືອດຊ້ຳໃນ. ຕົ້ນ ບຳລຸງທາດໄຟ ແກ້ພິດຝີ. ໃບ ຂ້າພຍາດຄື ກາກ ເກື້ອນ ກຸດຖັງ ພຍາດກະຕືກ. ດອກ
ໝາກ ຊ່ວຍທຳລາຍເລືອດຊ້ຳພາຍໃນ.
· ເປືອກຕົ້ນອ່ີຮູມ ຂັບລົມໃນລຳໄສ້.
· ຮາກຕົ້ນເປົ້າໃຫຍ່ ແລະນ້ອຍ ແກ້ເລືອດຮ້າຍໃຫ້ຕົກອອກ ແກ້ນ້ຳເຫຼືອງເສັຽ ແກ້ພຍາດລົມ ແກ້ພຍາດຜິວໜັງຕຸ່ມຄັນ ແກ້ພຍາດເຮື້ອນ ຂີ້ໂມ້. ໃບ ບຳລຸງທາດ ແກ້ຕຸ່ມຄັນ. ດອກ ຂ້າແມ່ພຍາດທັງປວງ. ໝາກ ແກ້ໄຂ້ຍິງຢູ່ກຳ.
ສັພຄຸນຢາທ່ີມີຣົດສຸກຂຸມ (ໃຊ້ແກ້ທາດນ້ຳກຳເລີບ(ອາໂປທາດ) )
· ຫົວກະຊາຍ ..............ອ່ານໜ້າຢາບຳລຸງກຳລັງ
· ຮາກຫຸ່ງສາ ແກ້ພິດໄຂ້ຮ້ອນ ແກ້ຟົກບວມ.
· ແກ່ນຈັນຫອມ ບຳລຸງຫົວໃຈ ແກ້ລົມວິນວຽນ ຊ່ວຍຊູຫົວໃຈ.
· ດອກບຸນນາກ ບຳລຸງໂລຫິດ ແກ້ເໝັນຄາວໃນຮ່າງກາຍ. ບຳລຸງຫົວໃຈ.
· ຮາກໝໍນ້ອຍ ແກ້ໄຂ້ ແກ້ບີຮົ່ວ ບີຊ່ານ ບຳລຸງອະວັຍວະເພດໃຫ້ແຂງແຮງ ເປັນຢາອາຍຸວັທນະ.
· ດອກຊ້ອນ ບຳລຸງຈິດໃຈໃຫ້ສົດຊື່ນ ແກ້ໄຂ້ຕົວຮ້ອນ ແກ້ຫວັດຕັນດັງ ແກ້ພຍາດຕາ.
· ດອກເກດ ແກ້ເຈັບເອິກ ບຳລຸງທາດ ບຳລຸງຫົວໃຈ.
· ກິສນາ ຄຸມທາດ ບຳລຸງເລືອດໃນຫົວໃຈ ບຳລຸງຕັບປອດໃຫ້ປົກຕິ ບຳລຸງຫົວໃຈ ແກ້ລົມໜ້າມືດຕາລາຍ.
· ແກ່ນຈັນຂາວ ບຳລຸງປະສາດ ເນື້ອໜັງ ແກ້ໄຂ້ ແກ້ພຍາດຕັບ ປອດແລະບີ.
ວິທີປຸງຢາຕ້ອງເອົາຢາທ່ີມີຣົດຄ້າຍໆກັນ
· ຢາຣົດຝາດ: ແກ້ທ້ອງບິດ ຄຸມທາດ ສມານແຜ (ສະ ລ້າງ ຈອດບາດແຜ)
· ຢາຣົດຫວານ: ແກ້ອ່ອນເພັຽ.
· ຢາຣົດເບື່ອເມົາ: ແກ້ພິດ ຖອນພິດ ຂ້າແມ່ພຍາດ.
· ຢາຣົດຂົມ: ແກ້ບີແລະໂລຫິດ, ແກ້ໄອແລະຈເຣີນອາຫານ.
· ຢາຣົດເຜັດຮ້ອນ: ແກ້ລົມ ຂັບເລືອດ ແລະບຳລຸງທາດທັງ ໔.
· ຢາຣົດມັນ: ແກ້ເສັ້ນເອັນພິການ ແລະບຳລຸງໄຂຂໍ້.
· ຢາຣົດຫອມເຢັນ: ແກ້ອ່ອນເພັຽແລະບຳລຸງຫົວໃຈ.
· ຢາຣົດເຄັມ: ເຮັດໃຫ້ຊຶມຊາບໄປຕາມຜິວໜັງ, ແກ້ກາກ ເກື້ອນ.
· ຢາຣົດສົ້ມ: ແກ້ເສມຫະ, ຟອກລ້າງໂລຫິດ ແລະແກ້ໄອ.
· ຢາຣົດຈືດ: ຂັບປັສວະ, ແກ້ເສມຫະ, ແກ້ໄຂ້ຕົວຮ້ອນ ແລະແກ້ຮ້ອນພາຍໃນ.
ດ້ວຍຄວາມປຣາຖນາດີຈາກ ບ່າວສະກ້າ