ຖ້າລຳໄສ້ເກີດອັກເສບ ໄປຫາໝໍເຂົາກໍຈະຕັດແລ້ວຕໍ່ ແຕ່ວ່າອີກບໍ່ດົນກໍຈະທຳເໝືອນເກົ່າ ເພາະວ່າລຳໄສ້ບໍ່ແຂງແຮງ ມັນເປື່ອຍ. ຖ້າໃຊ້ຢາພື້ນເມືອງ ມັນຈະຊ່ວຍໃຫ້ລຳໄສ້ແຂງແຮງແລະບໍ່ເປັນແຄນເຊີ. ຈະເຊື່ອຫຼືບໍ່ ສຸດແລ້ວແຕ່ບຸກຄົນຈະພິຈາຣະນາ.
ຂນານທີ ໑:
· ຫົວຫວ້ານນ້ຳ ໜັກ ໑໕ ກຣາມ
· ເປືອກໄຂ່ເນົ່າ ໜັກ ໑໕ ກຣາມ
· ຫັສກຸນເທດ ໜັກ ໑໕ ກຣາມ
· ຮາກເປົ້ານ້ອຍ ໜັກ ໑໕ ກຣາມ
· ເມັດພິກໄທ ໗ ເມັດ
· ຫົວຂີງ ໗ ຝານ
· ຫົວກະທຽມ ໗ ງີມ
· ຫົວຫອມບົ່ວ ໗ ງີມ.
· ຕຳເປັນຝຸ່ນລະລາຍນ້ຳຮ້ອນກິນ ໓ຄັ້ງ/ມື້.
ຂນານທີ ໒:
· ແກ່ນຕົ້ນຫາດ ໑ກຳມື
· ເມັດພິກໄທ ໑໕ເມັດ
· ຫົວຂີງ ໑໕ຝານ
· ຫົວກະທຽມ ໑໕ງີມ
· ຫົວຫອມບົ່ວ ໑໕ງີມ
· ຕົ້ມຂ້ຽວເອົາ ໑/໓ ກິນກ່ອນອາຫານ ໑ຈອກ ໓ເວລາ.