ຫຍາ້ຂັດມອນ: ຂັບພິດຮ້ອນ ຖອນພິດໄຂ້ ແກ້ນ້ຳບີພິການ ບຳລຸງປອດ ແກ້ເຫຍື້ອສມອງອັກເສບ. ປະສົມຢາອື່ນປົວກະເພາະ.
ຫຍ້າຄາ: ຮາກມັນແກ້ເບົາແດງ ແກ້ໜິ້ວ ແກ້ພິດອັກເສບໃນທໍ່ປັສວະ ແກ້ໃຕພິການ ແກ້ບີຊ່ານ ຂັບລະດູຂາວ.
ຫຍ້າຜາກຄວາຍ: ດັບພິດໄຂ້ ບຳລຸງຕັບ ປອດ ຫົວໃຈແລະເລືອດ ແກ້ອອ່ນເພັຽ.
ຫຍ້າຝຣັ່ງ: ບຳລຸງຕັບ ປອດ ຫົວໃຈ ບຳລຸງເລືອດ ແກ້ໄຂ້ ແກ້ຊາງ ແກ້ອ່ອນເພັຽ.
ຫຍ້າງວງຊ້າງ: ຮາກ ຕຳຄັ້ນເອົານ້ຳຢອດຕາ ແກ້ຕາເຈັບ ຕາມົວ ຕາຟາງ. ຕົ້ນເປັນຢາລະລາຍກ້ອນໜິ້ວ.
ຫຍ້າເອັນຢືດ (ຜັກກາດນ້ຳ): ຂັບປັສວະ, ແກ້ໜິ້ວ ແກ້ໜອງໃນ ແກ້ໃຕພິການ ແກ້ເເສັ້ນເອັນພິການ ບຳລຸງຄວາມກຳໜັດ.
ຫຍ້າປ້ອງ: ຂັບປັສວະ ຂັບລະດູຂາວ ແກ້ໜິ້ວ ບຳລຸງໃຕ.
ຫຍ້າຂວາກ: ແກ້ໜິ້ວ ແກ້ຍ່ຽວຢັດ ແກ້ລົງຂາວ.
ຫຍ້າຄົມປາວ: ບຳລຸງກຳລັງ ເປັນຢາອາຍຸວັທນະ.
ຫຍ້າຍຸບຍອບ: ຮາກ ແກ້ໜິ້ວໃນກະເພາະປັສວະ ແກ້ໜອງໃນ. ຕົ້ນ ແກ້ໄຂ້ ດັບພິດຮ້ອນ ແກ້ປັສວະພິການ. ໃບ ຕຳໂພະຖອນພິດຝີ ແກ້ເດັກລີ້ນກະດ້າງຄາງແຂງ ແກ້ສະເອິ ແກ້ຮ້ອນໃນ ຖອນພິດຢາເບື່ອ ແກ້ແຜບວບຊ້ຳ. ເມັດບົດໃຫ້ລະອຽດຮັກສາແຜສົດ.
ຫຍ້າແຫ້ວໝູໃຫຍ່: ຫົວຕຳໃສ່ຂີງປະສົມນ້ຳເຜິ້ງບຳລຸງຫົວໃຈ, ຂັບເຫື່ອ ຂັບປັສວະ ຂັບລົມໃນລຳໄສ້ ແກ້ປວດທ້ອງ ແກ້ທ້ອງບິດ. ຖ້າກິນຫຼາຍເປັນຢາຂ້າກະຕືກໄສ້ເດືອນ. ຕຳໂພະນົມຊ່ວຍໃຫ້ມີນ້ຳນົມຫຼາຍ. ເປັນຢາດູດພິດອັກເສບຊ້ຳບວມ.
ຫຍ້າແຫ້ວໝູນ້ອຍ: ຫົວ...ແກ້ໄຂ້ ບຳລຸງທາດແລະກຳລັງ, ບຳລຸງທາຣົກໃນຄັນ. ເປັນຢາອາຍຸວັທນະ.
ຫຍ້າຫ່າງເສືອຫຼືຫຍ້າໜອນໜ່າຍ: ຮາກ ຕົ້ນ ໃບ ແກ້ພຍາດປອດວັນນະໂຣກ ແກ້ເບື່ອຫອຍ. ໃບ ດອກ ໃສ່ໄຫປາແດກ ໜອນຈະຕາຍ ຈຶ່ງເອີ້ນວ່າໜອນໜ່າຍ.
ຫຍ້າຫ້ອມແກ່ວ: ຮາກ ຕົ້ນ ໃບ ຂັບລົມໃນບຳໄສ້, ບຳລຸງເລືອດ, ແກ້ກະເພາະອາຫານ ແກ້ຮາກເປັນເລືອດ ແກ້ພຍາດຕັບແລະມ້າມພິການ. ເປັນຢາຖ່າຍພິດເບ່ືອເມົາໃຫ້ອາຈຽນ(ຮາກ)ອອກ, ດອກແລະໝາກແກ້ນ້ຳບີຊ່ານ,
ຫຍ້າໄຟເດືອນຫ້າ: ຮາກ ແກ້ເລືອດດັນສູງ, ຕົ້ນ ບຳລຸງທາດ, ໃບ ຂ້າພຍາດກາກເກື້ອນກູດ ແລະໄສ້ເດືອນໃນທ້ອງ, ດອກແລະຮາກຂັບປະຈຳເດືອນ, ແກ້ຕັບຊຸດຕັບພິການ, ແກ້ພິດຝີ ບຳລຸງຫົວໃຈ ແກ້ໄຂ້ຕົວເຢັນ.
ດ້ວຍຄວາມປຣາຖນາດີຈາກ ບ່າວສະກ້າ.