ຕົ້ນຝິ່ນເປັນຢາດີເລີດສຳລັບບຸກຄົນທ່ີມີບັນຫາກັບອາວຸດປະຈຳຕົວໝົດລູກກະສຸນແລະຍິງບໍ່ອອກ, ໄຄ້ກໍບໍ່ຕິດມັນມີບັນຫາ. ວິທີທ່ີງ່າຍທ່ີສຸດແມ່ນປູກຕົ້ນຝ່ິນໃຫ້ເກີດເປັນໝາກແລະດອກແລ້ວດຶງຫຼຶຂຸດເອົາທັງຮາກ ລ້າງນ້ຳ
ໃຫ້ສະອາດ ຕາກແຫ້ງ ຫຼັງຈາກນັ້ນກໍເອົາເຂົ້າກວດບອງເຫຼົ້າ. ວິທີນີ້ແມ່ນປອດສານພິດຕ່າງໆແລ້ວທ່ານຈະບໍ່
ຜິດຫວັງໃນຕົວຂອງທ່ານເອງ. ດື່ມຄືນລະຈອກກໍຈະສາມາດຍິງນົກກາງເດິກໄດ້ຄືນລະຕົວ.
ຂນານທີ1:ກະຊາຍດຳ/ຂີງດຳ (Kaempferia parviflora) ຫຼືອາຈເອີ້ນວ່າ ໂສມລາວ.
ສັພຄຸນ: ເຮັດໃຫ້ນານເຖົ້າ, ມີຊີວິດຍືນຍາວ, ເປັນຢາອາຍຸວັທນະ, ບຳລຸງກຳລັງ ( Help slowdown aging, longevity, physical and mental enrichment, good health, energy and strength/ to stimulate physical activity) ບຳລຸງຄວາມທົນທານ ບໍ່ໃຫ້ອິດເມ່ືອຍ ( Stimulate vitality/stamina and reduce fatigue)
ປັບປຸງຄວາມດຸ່ນດ່ຽງຂອງຮໍໂມນໃນຮ່າງກາຍ (Balance hormone)
ຮັກສາໂຣກເບົາຫວານ, ລົດຜ່ອນນ້ຳຕານໃນເມັດເລືອດ (Can heal Diabetes by reducing sugar in blood)
ລົດຜ່ອນຄວາມດັນເລືອດ (Reduce blood pressure) ເຮັດໃຫ້ເລືອດໝູນວຽນຢ່າງໂສມດູນ (Help the blood circulation to operate as normal)
ລົດຜ່ອນ ໂຄແລສຕີຣອນ (Help reduce Cholesterol) ລົດຜ່ອນໂຣກອະຫິວາ (Reduce Diarrhea)
ຊ່ວຍຣະບົບຍ່ອຍອາຫານ, ກຳຈັດກະເພາະອັກເສບ, ຝີ (Help balance the digestion system, get rid of stomach-ache and Peptic ulcer)
ບຳລຸງສມອງ, ບຳລຸງຄວາມຈຳ (Regulate brain activity, Improve memory)
ແກ້ເຈັບຫຼັງ ເຈັບແອວ ເຈັບກ້າມເນື້ອ ເຈັບໜ້າເອິກ ເຈັບຫົວ (Reduce or relieve back-pain, pain in the body, muscular pain ,chest pain, head-ache, treatment of gastric hyperactivity, heartburn) ປັບປຸງຄວາມດຸ່ນດຽ່ງປະຈຳເດືອນຂອງແມ່ຍິງ (Treatment for symptoms in women menstrual disorder)
ຊ່ວຍອະໄວຍະວະເພດໃຫ້ມີກຳລັງແຂງແກ່ງ Strengthen sex organ, improve sex life, maintain erection of penis, increase frequency of libido, treatment erection dysfunction)
ຊ່ວຍໃຫ້ຜົມນານຫງອກ (Rejuvenate hair color)
ວິທີໃຊ້: ຕຳຫຼືບົດໃຫ້ມຸ່ນ, ໃສ່ນ້ຳຮ້ອນດື່ມ ຫຼືປະສົມກັບນ້ຳຊາ, ກາເຟ, ຫຼືຜອງເອົາ1ບ່ວງຫຼື10ກຣາມຕໍ່ນ້ຳ2ລີດ, ຕື່ມນ້ຳເຜິ້ງ ແລະໝາກນາວເພື່ອໃຫ້ມີຣົດແຊບ. ດື່ມວັນລະ 2 ຫາ4 ຈອກ. ອາຈດອງໃສ່ກັບເຫຼົ້າປະສົມນ້ຳເຜິ້ງ//ລະວັງ ມັນເຮັດໃຫ້ບໍ່ຢາກນອນ. ອາຈເອົາຂີງດຳນີ້ປະສົມກັບຮາກອ່ີຮູມແລະຢານາງແດງ ບອງເຫຼົ້າ ຫຼືເຕີມເຂົ້າດ້ວຍໝໍນ້ອຍ, ເຄືອເຂົາຮໍ ແລະຫົວຫຍ້າແຫ້ວໝູ. ບ່າວສະກ້າເຕີມໃສ່ກັບຮາກອ່ຽນດອ່ນ ພຍາຣາຊາບີ ຮາກບີຄົນ ໂສມເກົາຫຼີ ເພາະວ່າມັນມີຣົດຂົມຄືກັນ. ນອກຈາກນັ້ນ ຂ້າພະເຈົ້າຍັງໃຊ້ຂີງດຳເຮັດເປັນເຫຼົ້າວາຍນ໌ອີກດ້ວຍ. ທ່ານອາຈຖາມເຖິງວິທີເຮັດເຫຼົ້າ ກໍຈະບອກໃຫ້ເລີຍ. ຄວາມເດັດຂອງເຫຼົ້າຂຶ້ນກັບນ້ຳຕານຫຼືນ້ຳອ້ອຍ, ຖ້າໃສ່ນ້ຳຕານຫຼາຍ ເຫຼົ້າກໍຈະປຸກຫຼາຍ. ເຮົາຈະໃໍຊ້ນ້ຳຕານ1ກິໂລ/ນ້ຳ5ຫຼື6ລີດ///ໃຊ້ນ້ຳອ້ອຍດີກວ່າ. ຖ້າຖັງ20ລີດ ກໍໃຊ້ນ້ຳອ້ອຍ 3ກິໂລ ປະສົມກັບຂີງດຳ1ກິໂລ ເຕີມເຂົ້າໄປດ້ວຍແປ້ງ ຫຼື YEAST ມີຂາຍຕາມຮ້ານເຮັດເຫຼົ້າວາຍນ໌ຫຼືຮ້ານຂາຍຂອງແຫ້ງ ຫຼືຮ້ານເຮັດເຂົ້າຈີ່. ປິດຝາໄວ້ໃຫ້ດີໂດຍໃຫ້ອາກາດອອກແຕ່ບໍ່ໃຫ້ອາກາດເຂົ້າໄດ້. ຖ້າອາກາດເຂົ້າ ເຫຼົ້າຈະບໍ່ແຊບ. ຫຼັງຈາກມັນເຊົາຟົດປະມານ2ຫຼື3ອາທິດ, ໃຫ້ຕອງເອົາແຕ່ນ້ຳເຫຼົ້າແລ້ວປິດໄວ້ເໝືອນເດີມ, ເຮັດເຊັ່ນນີ້ໄປປະມານ3ຄັ້ງ ເຫຼົ້າກໍຈະໃສແລ້ວຈຶ່ງຄຽ່ນໃສ່ແກ້ວໃຫຍ່ປະໄວ້ຈົນກວ່າບໍ່ມີອາກາດຢູ່ເຫຼົ້າ ປະໄວ້ປະມານ3ອາທິດຈຶ່ງຄ່ຽນໃສ່ແກ້ວນ້ອຍ. ວິທີເຮັດເຫຼົ້ານີ້ສາມາດຄົ້ນຄວ້າໄດ້ຈາກ Internet. ນອກຈາກຂີງດຳແລ້ວ ຈະປະສົມຫຍັງໃສ່ອີກ ກໍຕາມໃຈ. ຂ້າພະເຈົ້າໄດ້ໃສ່ສິ່ງທ່ີຫາໄດ້ແລະເຫຼົ້າກໍແຊບຢູ່ບໍ່ນ້ອຍ. ຍາມກິນ ຖ້າຢາກໃຫ້ມິຣົດຫວານກໍຕື່ມນ້ຳຕານໃສ່. ຖ້າມັກເຫຼົ້າເດັດກໍເຮັດເຊັ່ນດຽວກັນ ຕ່າງແຕ່ວ່າຕ້ອງເພີ່ມນ້ຳຕານໃສ່1ກິໂລ/ນ້ຳ4ລີດ. ໃສ່Yeast ປະໄວ້2ຫາ3ອາທິດຫຼືຈົນກວ່າມັນເຊົາຫາຍໃຈແລ້ວຈຶ່ງຕົ້ມຈາກ5 ລີດຈະໄດ້ເຫຼົ້າເດັດ1ລີດ. ຍ້ອນອ້າຍຂີງດຳນີ້ແລະ ຫົວຈ່ຶງບໍ່ເຈັບມາເທົ່າທຸກວັນນີ້. ແຕ່ກ່ອນເຄີຍເຈັບຫົວມາໄດ້ຫຼາຍປີ ແລະໄດ້ໃຊ້ຢາແກ້ປວດເປັນປະຈຳ. ດຽວນີ້ໄດ້ປິດມັນຖິ້ມໄປແລ້ວ. ຄົ້ນຄວ້າມາຈາກປື້ມຢາພື້ນເມືອງ. ສະເພາະຜູ້ທ່ີບໍ່ດື່ມເຫຼົ້າກໍໃຊ້ຂີງດຳປະສົມກັບນ້ຳເຜິ້ງຮັປທານ.
ຂນານທີ2: ຕົ້ນກາງຂອງ 1ສ່ວນ ຕົ້ນຂີ້ເເຫງັນ 1ສ່ວນ ຢາຫົວນ້ອຍ 2ສ່ວນ ອ້ອຍດຳ 2ສ່ວນ ຕົ້ມກິນຫຼັງອາຫານ ເທື່ອລະຈອກ. ໃຊ້ບອງເຫຼົ້າກໍໄດ້.
ຂນານທີ3: ພິກໄທ ດີປີ ຂີງແຫ້ງ ຫົວກະຊາຍ ຫົວຫຍ້າແຫ້ວໝູ ເປືອກຖ່ອນ ເປືອກຕະໂກນາ ຕົ້ນຄາງກົບ
ໃຫ້ເອົາທໍ່ກັນ ຟັກຕາກແຫ້ງ ຕຳເປັນຝຸ່ນ ປະສົມນ້ຳເຜິ້ງ ປັ້ນເປັນລູກກອນ ຮັປທານເຊົ້າແລງ.
ຂນານທີ4: ແກ່ນແດງ ເຄືອຢານາງແດງ ເຄືອອ້ອຍສາມສ່ວນ
ໃຫ້ເອົາທໍ່ກັນຕົ້ມຂ້ຽວໃຫ້ບົກສາມເທື່ອແລ້ວຕອງເອົາປະສົມກັບນ້ຳເຜິ້ງດອງໄວ້. ຮັປທານກ່ອນອາຫານ.
ຂນານທີ5: ເຄືອເຫົ່າຫ້ອມ ເຄືອຊ້າງສານ ເຄືອຕັ້ງໜ້ອງ 4. ແກ່ນໝາກກໍ່
* ຕົ້ມກິນກ່ອນອາຫານ..
ຂນານທີ6: ໃຫ້ເອົາຫົວມັນອ້ອນລີງ ຝານເປັນຕ່ອນບາງຯແລ້ວບອງເຫຼົ້າ. ຮັປທານເຊົ້າແລງ.
ຂນານທີ7: ເຄືອເຂົາຮໍ 1ສ່ວນ ຮາກຫິ່ງຫາຍ 1ສ່ວນ ຫົວຫຍ້າແຫ້ວໝູ 2ສ່ວນ ຢາຫົວໃຫຍ່ 2ສ່ວນ ຜັກໜອກ 2ສ່ວນ ແກ່ນຂີ້ເຫຼັກບ້ານ 3ສ່ວນ ແກ່ນຂີ້ເຫຼັກສານ 3ສ່ວນ
ຟັກຕາກແຫ້ງ ຕຳເປັນຝຸ່ນ ປະສົມນ້ຳເຜິ້ງ ປັ້ນເປັນລູກກອນ. ຮັປທານກ່ອນອາຫານເຊົ້າແລງ.
ຂນານທີ8: ກຳລັງຊ້າງສານ ກຳລັງເສືອໂຄ່ງ ກຳລັງທະນຸມານ ກຳລັງທໍລະພີ ກຳລັງງົວຖະເຫຼີງ ໂສມເກົາຫຼີ
ຈະໃຊ້ເຮັດເປັນລູກກອນປະສົມກັບນ້ຳເຜິ້ງ ຫຼືດອງເຫຼົ້າກໍໄດ້. ຮັປທານກ່ອນອາຫານ.
ຂນານທີ9: ໃຫ້ເອົາໜໍ່ໄມ້ສັງຄຳເຮັດເປັນໜໍ່ໄມ້ສົ້ມ, ໃນເມື່ອເປັນແລ້ວໃຫ້ເອົາອອກຕາກແດດໃຫ້ແຫ້ງຈຶ່ງບອງເຫຼົ້າ.
ຂນານທີ10: ແກ່ນໂກທາ ແກ່ນຕູມກາ ໝາກພິກ ຮາກດີປີ
ຕາກແຫ້ງແລ້ວເອົາບອງເຫຼົ້າ. .
ຂນານທີ11: ຫົວຂີງ ຫົວຫຍ້າແຫ້ວໝູ ເຂົ້າໝິ້ນຂຶ້ນ ພິກໄທ ຮາກຊົມຊື່ນ ເປືອກກະເດົາ
ບອງເຫຼົ້າ
ຂນານທີ12: ເຄືອອ້ອຍສາມສ່ວນ ເຄືອອີລ້ຽນ ຮາກກຳລັງຣາຊສີ ຮາກພຍາຮາກດຽວ ຮາກເຮື້ອນກວາງ ຮາກຣືສີສົມແລ້ວ ນ້ຳເຜິ້ງ ເຫຼົ້າ
ດອງໃສ່ກັນ. ເປັນຢາບຳລຸງຮ່າງກາຍໃຫ້ເຂັ້ມແຂງ ຮັກສາຊົງແລະບຳລຸງກຳລັງ.
ຂນານທີ13 ໃຫ້ເອົາຫົວກະຊາຍດອງໃສ່ນ້ຳເຜິ້ງ
ດ້ວຍຄວາມປຣາຖນາດີຈາກ ບ່າວສະກ້າ.