ຢາແກ້ໜິ້ວທໍ່ປັສວະ
ຂນານທີ1:
1. ຫົວຫຍ້າແຫ້ວໝູ, 2. ຮາກຫຍ້າຄາ, 3. ຮາກຫຍ້າຫຼັບມືນ, 4. ຮາກເດືອນຫີນ, 5. ຮາກຫຍ້າໂຄ້ຍງູນ້ອຍແລະໃຫຍ່, 6. ຮາກດອກເກດ, 7. ຮາກຫຍ້າຍຸບຍອບ, 8. ຮາກຝ້າຍເຮື້ອ, 9. ຫົວເອື້ອງ, 10. ຫີນສົ້ມໜ້ອຍນຶ່ງ
· ໃຫ້ເອົາຢາທັງ9ຕົ້ມໃສ່ຫີນສົ້ມຈັກໜ້ອຍກິນເປັນປະຈຳ.
ຂນານທີ2:
1. ຫົວຫຍ້າແຫ້ວໝູ, 2. ຮາກຫຍ້າຄາ, 3. ຮາກຫຍ້າຫຼັບມືນ, 4. ຮາກເດືອນຫີນ, 5. ຮາກຫຍ້າໂຄ້ຍງູນ້ອຍແລະໃຫຍ່, 6. ຮາກດອກເກດ, 7. ຮາກຫຸ່ງຕ່ິງ, 8. ໃນໝາກຝ້າຍ, 9. ຫົວເອື້ອງ, 10. ເຫງົ້າໝາກນັດ, 11. ເຫງົ້າໄມ້ໄຝ່ປ່າ
· ໃຫ້ເອົາທໍ່ກັນຕົ້ມກິນ. ແກ້ຍ່ຽວເປັນເລືອດ ເປັນໜອງ ຍ່ຽວຂຸ່ນ ແກ້ປັສວະອັກເສບ ແກ້ໜອງໃນກາມໂລກ.
ຂນານທີ3:
1. ຢາຫົວໃຫຍ່, 2. ຫົວຫຍ້າແຫ້ວໝູ, 3. ຮາກຫຍ້າຄາ, 4. ຮາກຫຍ້າໂຄ້ຍງູທັງສອງ, 5. ຮາກເຄືອດີປີ, 6. ຮາກເຄືອພູ,
7. ຮາກເດືອຍຫີນ, 8. ອ້ອຍດຳ, 9. ພິກໄທ, 10. ເຂົ້າເປືອກຈ້າວ
· ເອົາຢາທັງໝົດນີ້ ຕົ້ມກິນ.
ຂນານທີ4:
1. ຮາກເລັບແມວ, 2. ຮາກຫຍ້າຄາ, 3. ຮາກຫຍ້າຂັດມອນໃຫຍ່, 4. ຫົວຫຍ້າແຫ້ວໝູ
· ໃຫ້ເອົາທໍ່ກັນຕົ້ມກິນ.
ຂນານທີ5:
1. ກະດູກບ່າງລົ້ວ, 2. ເຂົາເຍືອງ, 3. ຮາກສາມຄວາຍ
· ໃຫ້ຝົນໃສ່ເຫົ້ຼາເດັດກິນຫຼືຝົນໃສ່ນ້ຳໝາກນາວ.
ຂນານທີ6:
1. ຮາກຜັກຂະຍ່າ, 2. ຢາຫົວໃຫຍ່, 3. ເຫົ້າເດັດ
· ເອົາຫຼາມໃສ່ປ້ອງໄມ້ໄຝ່ແລ້ວກິນ.
ຢາແກ້ໜິ້ວຢູ່ໄຕ (ໝາກໄຂ່ຫຼັງ)
ຂນານທີ1:
1. ຫົວຫຍ້າແຫ້ວໝູ, 2. ຮາກຫຍ້າຄາ, 3. ຮາກເດືອຍຫີນ, 4. ຮາກຕິບນວດ, 5. ຮາກຫຍ້າໂຄ້ຍງູທັງສອງ, 6. ຮາກກະຈາຍ
7. ຮາກຫຸ່ງຕິ່ງ, 8. ເຫົງົ້າໝາກນັດ, 9. ເມັດຝ້າຍ, 10. ຫີນສົ້ມເລັກນ້ອຍ
· ໃຫ້ເອົາທໍ່ກັນຕົ້ມກິນໃສ່ຫີນສົ້ມຈັກໜ້ອຍ
ຂນານທີ2:
1. ຫົວຫຍ້າແຫ້ວໝູ, 2. ຮາກຫຍ້າຄາ, 3. ຮາກຫຍ້າໂຄ້ຍງູ, 4. ຮາກຫຍ້າຂວາກ, 5. ເຄືອສົ້ມລົມ, 6. ໜັງຊ້າງເລັກນ້ອຍ
· ໃຫ້ເອົາທໍ່ກັນຕົ້ມກິນ
ຂນານທີ3:
1. ຫົວຫຍ້າແຫ້ວໝູ, 2. ຮາກໝາກ, 3. ຮາກພ້າວ, 4. ຮາກຫຍ້າຄາ, 5. ຮາກຫຍ້າໂຄ້ຍງູແດງ, 6. ຮາກເດືອຍຫີນ, 7. ຮາກຈຳປາຂາວ
8. ຮາກໜາດ, 9. ຮາກເຄືອຕົດໝາ, 10. ຮາກຫຍ້າຕັງນາຍ, 11. ຮາກມອນແກ້ວ, 12. ແກ່ນໄມ້ສັກ, 13. ເຫງົ້າໝາກນັດ, 14. ໃນໝາກຝ້າຍ
15. ຢາຫົວໃຫຍ່
· ໃຫ້ເອົາທໍ່ກັນຕົ້ມກິນ.
ຂນານທີ4:
· ໃຫ້ເອົາຮາກ ເຄືອ ແລະໃບສົ້ມລົມ ຕົ້ມໃສ່ກັບຂີ້ເຈັຽເລັກນ້ອຍກິນ.
ຂນານທີ5:
1. ໃບໝາກຂາມ, 2. ໃບສົ້ມປ່ອຍ, 3. ໃບໝາກນາວ, 4. ຫົວຫອມບົ່ວ, 5. ຫີນສົ້ມເລັກນ້ອຍ, 6. ຂີ້ເຈັຽເລັກນ້ອຍ
7. ນ້ຳອ້ອຍ3/4ປ່ຽງ
* ຕົ້ມກິນ
ຂນານທີ6:
1. ແກ່ນຕົ້ນເອກຝາງບ້ານ, 2. ຮາກສະແກ, 3. ຢາຫົວໃຫຍ່, 4. ຢາຫົວນ້ອຍ,
· ຕົ້ມກິນ
ຂນານທີ7:
1. ຮາກມູກໃຫຍ່, 2. ແກ່ນຖ່ອນ, 3. ຮາກຕີນເປັດ, · ຕົ້ມກິນ
ຂນານທີ8:
1. ຮາກບີງູຕົ້ນ 1 ກຳມື, 2. ຂໍ້ໄມ້ຮວກ 7ຂໍ້, 3. ພິກໄທ 7 ເມັດ, 4. ດີປີ 7 ດອກ, 5. ຂີງ 7 ຝານ, 6. ຢາຫົວໃຫຍ່ 7 ຝານ
· ຕົ້ມກິນ
ຂນານທີ9:
1. ຮາກຄູນ, 2. ຮາກຜັກໂຫມແດງ
· ໃຫ້ຕົ້ມ ຍາມໃດກິນໃຫ້ເອົານ້ຳເຜິ້ງໃສ່ ກິນກ່ອນນອນ.
ຂນານທີ10:
1. ຢາຫົວໃຫຍ່, 2. ຮາກຢານາງ, 3. ຮາກກົນທາ, 4. ຮາກຊາຊູຕົ້ນ, 5. ຮາກແລງຊ່ອນ, 6. ຮາກເດື່ອກຽ້ງ, 7. ເຄືອໝາກແຕກ
· ຕົ້ມກິນ
ດ້ວຍຄວາມປຣາຖນາດີຈາກ ບ່າວສະກ້າ