ໝາກຜັກໄສ(ໝາກມະຮະ)Ampalayaເປັນຢາປົວປະດົງຕາມຄໍ່ ຊ່ວຍກຳຈັດໂຣກເບົາຫວານ. ເອົາໝົດທັງ5 ຫຼືຖ້າຫາບໍ່ໄດ້ກໍເອົາໝາກແລະໃບຕົ້ມກິນ.
ແກ່ນໃນຂອງໝາກມະຮະເປັນຢາຂ້າແມ່ທ້ອງ.
ຢາແກ້ປະດົງລົມ ຄັນຕາມຜິວໜັງ
ຂນານທີ1: ຮາກອີຫົກ, ແກ່ນໄມ້ຂາມ, ແກ່ນໄມ້ຂະຍຸງ, ແກ່ນຈັນແດງ, ຮາກເຄືອໝາກແຕກ,
ໃຫ້ເອົາຢາທັງໝົດຝົນທາ ຫຼືເອົາທໍ່ກັນຕົ້ມກິນ.
ຂນານທີ2: ຮາກສະມໍ, ເປືອກສົ້ມກົບຂາວ, ຮາກພັງຄີນ້ອຍ, ຮາກປໍເຕົ່າໄຫ້, ຮາກຕີນຕັ່ງເຕັ້ຽ, ຮາກຊາຊູຕົ້ນ, ຮາກຊາຊູເຄືອ,
ຝົນທາ ຫຼືເອົາທໍ່ກັນຕົ້ມກິນ.
ຂນານທີ3: ໃບຕຳນິນ ໃບໝໍນ້ອຍ
ເອົາທໍ່ກັນຕຳໂພະຫຼືທາ.
ຂນານທີ4: ໃບດອກຊ້ອນ 3ກຳມື, ໝາກກະໂດນ 3ໜ່ວຍ, ເຂົ້າສານຈ້າວ 1ກຳມື, ຕຳປະສົມກັນໂພະຫຼືທາ.
ຢາແກ້ປະດົງເລືອດ
ຂນານທີ1: ເປືອກປະດົງເລືອດ, ຮາກຕີນຕັ່ງເຕັ້ຽ, ຮາກພັງຄີນ້ອຍ, ຮາກພີພ່ວນ, ຮາກປິດປີແດງ, ຮາກພາຍສະເມົາ.
ຂນານທີ2: ຣາກໝາກ, ຮາກພ້າວ, ຮາກສົ້ມກົບ, ຮາກເຄືອໝາກແປບ.
ໃຫ້ເອົາທໍ່ກັນແຊ່ ກິນ ທາ ແລະອາບ.
ຢາແກ້ປະດົງລຳໄສ້
ຂນານທີ1: ຮາກເຄືອຕົດໝາ, ຮາກຕົ້ນຂີ້ໝູ, ຮາກນາງແຊ່ງ, ຮາກຕົ້ນພັນຊາດ, ຮາກຕົ້ນກະຖິນ.
ໃຫ້ເອົາທໍ່ກັນຕົ້ມກິນ.
ຢາແກ້ປະດົງລົມ
ຂນານທີ1: ຫົວຂ່າ, ແກ່ນດ່ຼ, ແກ່ນໄມ້ສັກ.
ເອົາທໍ່ກັນຕົ້ມກິນ
ຂນານທີ2: ຣາກພັງຄີ, ຝອຍລົມ, ກຽງລົມ, ໝາກບວບຂົມ.
ເອົາທໍ່ກັນຕົ້ມກິນ
ຢາແກ້ປະດົງໄຟ
ຂນານທີ1: ເຂົ້າສານຈ້າວ, ໝາກຟັກ, ຫົວຂ່າໂຄມ, ຫົວຜັກສາບ, ຫົວຫຍ້າເພັກ, ຫົວສາຍກ່ອງເຂົ້າ, ເປືອກງິ້ວບ້ານ,
ເອົາທໍ່ກັນຕຳໂພະຫຼືທາ.
ຢາແກ້ປະດົງເສັ້ນ ປະດົງເອັນ
ຕົ້ນຫຼືເປືອກປະດົງດຳ, ແດງ, ຂາວ, ເຫຶຼອງ, 15ກຣາມ, ຮາກຜັກຫວານບ້ານ 15ກຣາມ, ຮາກຜັກກ້ານຕົງ 15ກຣາມ, ຮາກດູກອື່ງ 15ກຣາມ, ຮາກຕອງທຶງ 15ກຣາມ, ຮາກອຽ່ນດອ່ນ 15ກຣາມ, ຮາກໜາມເລັບແມວ 15ກຣາມ, ເຫັດຕານ ເຄິ່ງກຣາມ, ເຫັດກະຖິນພິມານ ເຄິ່ງກຣາມ, ເຫັດໄມ້ແດງ ເຄິ່ງກຣາມ.
ຕົ້ມກິນກ່ອນອາຫານ
ຢາແກ້ປະດົງໃຄ່ ແລະພາກຕັນຄໍ
ຂນານທີ1: ຮາກປໍແດງ, ຮາກນາງແຊ່ງ, ຮາກບະຊາດ, ຮາກເຄືອໝາກເຫັບ, ຮາກມີ້ໜັງ, ຮາກດູ່ທົ່ງ, ຮາກສົ້ມພໍ່ຫຼວງ.
ຝົນໃສ່ນ້ຳກິນ ແລະຝົນໃສ່ນ້ຳເຂົ້າຈ້າວທາ.
ຂນານທີ2: ຮາກນາງແຊ່ງ, ຮາກດູ່ທົ່ງ.
ໃຫ້ເອົາທໍ່ກັນຕົ້ມກິນ
ຢາແກ້ປະດົງລ່ອຍ ມຶນເຊັຽຕາມຕົນໂຕແລະແຂນຂາ
ແກ່ນປະດົງດຳ, ແກ່ນປະດົງແດງ, ແກ່ນປະດົງຂາວ, ແກ່ນປະດົງເຫຼືອງ, ເຄືອປະດົງຂໍ ປະດົງງໍ, ຢາຫົວແລະອ້ອຍດຳ,
ໃຫ້ເອົາທໍ່ກັນຕົ້ມກິນ.
ຢາແກ້ປະດົງຟົກໃຄ່
ເປືອກສັງຄຳ, ເປຶອກສະຝາງປ່າ, ຮາກຊາຕຼີຂາວ ແດງ, ຮາກມີ້ໜັງ, ຮາກໝາກພິກນ້ອຍ,
ໃຫ້ເອົາທໍ່ກັນຕົ້ມກິນ
* ອີກພາກນຶ່ງ ໃຫ້ເອົາຫຍ້າຄົມປາວ ແລະຮາກຫວດ ຕົ້ມກິນ.
ຢາແກ້ປະດົງມຶນ ເມື່ອຍເຈັບຕາມຕົນໂຕ ແຄ່ງຂາຍ່າງບໍ່ໄດ້
ຂນານທີ1: ແກ່ນຊະຄາມ 15ກຣາມ, ຮາກປິດປີແດງ 15ກຣາມ, ພິກໄທ 15ກຣາມ, ດອກດີປີ 150ກຣາມ,
ຕຳເປັນຝຸ່ນດອງເຫຼົ້າກິນເຊົ້າແລງ.
ຂນານທີ2: ເຄືອຊະຄ້ານ 1200ກຣາມ, ຮາກປິດປີແດງ 1200ກຣາມ, ຫົວຂີງແຄງ 1200ກຣາມ, ພິກໄທ 150ກຣາມ, ດອກດີປີ 150ກຣາມ, ເຫຼົ້າ 2ລີດ.
ໃຊ້ດອງເຫຼົ້າກິນເຊົ້າແລງ.
ຢາແກ້ປະດົງແລ່ນຄືຜີເຂົ້າເຈົ້າສູນ
ຂນານທີ1: ຮາກເຄືອສົ້ມລົມ, ຮາກຈຽງປືນ, ຮາກຫຍ້າແພດ, ຝອຍລົມ, ກຽງລົມ, <
ໃຫ້ເອົາທໍ່ກັນຕົ້ມກິນ.
ຂນານທີ2: ເຄືອໝໍນ້ອຍ, ເຄືອຢານາງ, ແລະຫົວຫວ້ານນ້ຳ.
ຕຳປະສົມນ້ຳເຫຼົ້າທາເວລາເຈັບປວດ.
ຢາແກ້ປະດົງຟັກຫຼືປະດົງເຂົ້າຂໍ້
ຂນານທີ1: ເຄືອຫວາຍຊະນອຍ, ເຄືອງວງສຸ່ມ, ເຄືອຕັ້ງຕຸ່ນ, ເຄຶອໝາກຢາງແດງ, ແກ່ນຊ້າຈວງ, ຢາຫົວ,
ໃຫ້ເອົາທໍ່ກັນຕົ້ມກິນ.
ຂນານທີ2: ຫົວພາຍຊະເມົາ, ຫົວພາຍຊະລຽງ,
ຝົນໃສ່ນ້ຳໝໍ້ໜຶ້ງທາເວລາເຈັບປວດ.
ຂນານທີ3: ຮາກແຂ່ນຕົ້ນ, ຮາກແຂ່ນເຄືອ,
ຝົນໃສ່ນ້ຳເຫຼົ້າທາເວລາເຈັບປວດ.
ຂນານທີ4: ເຄືອປະດົງຫຼວງ, ປະດົງຂໍ້, ປະດົງພັນຊັ້ນ, ປະດົງຂໍ, ປະດົງງໍ, ຢາຫົວ.
ໃຫ້ເອົາທໍ່ກັນຕົ້ມກິນ.
ຢາແກ້ປະດົງທຸກຊນິດ
ແກ່ນຕາໄກ້, ເຄືອຕາກວາງ, ເຄືອຕາປາ, ເຄືອເຂົາແກບ, ເຄືອຂັດເຄົ້າ, ເຄືອໝາກຢາງແດງ, ເຄືອເຂົ້າໝິ້ນ, ແກ່ນຫູລີງ, ແກ່ນດູກໃສ, ແກ່ນຕານົກກົດ, ແກ່ນຄໍ້ແລນ, ແກ່ນແກ, ແກ່ນຂີ້ເຫຼັກບ້ານ, ແກ່ນຂີ້ເຫຼັກສານ,
ໃຫ້ເອົາທໍ່ກັນຕົ້ມກິນ.
ດ້ວຍຄວາມປຣາຖນາດີຈາກ ບ່າວສະກ້າ.