ທີມງານ ICT

ຫ້ອງການມໍຣະດົກໂລກຫຼວງພະບາງ ມີພາລະບົດບາດ ເປັນເສນາທິການ ໃຫ້ແກ່ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ອົງການປົກຄອງແຂວງຫຼວງພະບາງ ໃນການຄົ້ນຄວ້າວາງແຜນການຄຸ້ມຄອງ ແລະ ພ້ອມທັງພັດທະນາໃຫ້ມີຄຸນຄ່າ ຢູ່ໃນຂອບເຂດເນື້ອທີ່ ຂອງອົງການອຸຍແນັດໂກ ທີ່ໄດ້ຮັບຮອງເອົາ ແລະ ຂອບເຂດອ້ອມຮອບ ຫຼື ຂອບເຂດໃດໜຶ່ງຕາມການຕົກລົງເຫັນດີ ຂອງລັດຖະບານ ໂດຍໃຫ້ ສອດຄ່ອງກັບແນວທາງນະໂຍບາຍ ຂອງພັກ ແລະ ລະບຽບກົດໝາຍ ຂອງລັດຖະບານ ວາງອອກ ໃນແຕ່ລະໄລຍະ.