ເຂົ້າໂຄບ

ເຂົ້າໂຄບ ໄດ້ມາຈາກ ການນຳເອົາເຂົ້າໜຽວສຸກ ( ເຂົ້າໄຮ່ ) ມາແປຮູບເປັນແຜ່ນວົງມົນຕາກໃຫ້ແຫ້ງແລ້ວ ມາຈືນດ້ວຍນ້ຳມັນພືດ ຫຼື ນ້ຳມັນໝູ ເພື່ອບໍລິໂພກກັບອາຫານປະເພດຕ່າງໆ ຫຼື ໃຊ້ປະກອບເປັນຂອງຫວານໃນພິທີກໍາ ທາງພຸດພະສາສະໜາ.