ແຄນມົ້ງ


ຄໍາ​ວ່າ: ແຄນ ໝາຍເຖິງ ເຄື່ອງດົນຕີປະເພດເປົ່າ ຊະນິດໜຶ່ງ ເຮັດດ້ວຍໄມ້ປ່ອງ (ໄມ້ລັນ, ໄມ້ເຮ້ຍ,ໄມ້ອໍ້, ໄມ້ຫົກ) ມີລິ້ນຢູ່ທາງກາງ ມີຫຼາຍອັນ (ຫຼາຍລູກ) ສຸບໃສ່ໃນເຕົ້າດຽວລຽນກັນ ໃຊ້ເປົ່າໃສ່ໝໍລໍາ ຫຼື ເປົ່າປະສານສຽງດົນຕີທຸກຊະນິດ. ແຄນມີສຽງທີ່ແສນມ່ວນ ແລະອ່ອນຊອນ ເຊິ່ງມັນສາມາດຊີ້ບອກເຊື້ອຊາດ, ສັນຊາດ ສິລະປະວັດທະນະທໍາ ໄປໃນຕົວ.