ຂັບທຸ້ມຫຼວງພະບາງ
ຂັບທຸ້ມ ແມ່ນການຂັບພື້ນເມືອງຂອງຊາວຫຼວງພະບາງ ມີຈັ່ງຫວະ, ເນື້ອຮ້ອງ, ທໍານອງສຽງອ່ອນຫວານ ທີ່ເປັນເອກະລັກສະເພາະ ເພື່ອສ້າງຄວາມເບີກບານມ່ວນຊື່ນ ຢອກລໍ້ລະຫວ່າງ ຍິງ-ຊາຍ ປະສານກັບສຽງດົນຕີພື້ນເມືອງ, ມີການຕົບມືສຽງຮ້ອງສ້ອຍໄປນໍາ ເຮັດໃຫ້ມ່ວນຊື່ນ ຄຶກຄື້ນ ມີບັນຍາກາດ ແລະ ອອນຊອນ ເວລາໄດ້ຮັບຟັງ.