ປັ້ນໝໍ້ດິນ
ການຕີໝໍ້ ຫຼື ປັ້ນໝໍ້ ມີປະຫວັດຄວາມເປັນມາຍາວນານ, ເປັນພູມປັນຍາທ້ອງຖິ່ນ ທີ່ເປັນເອກະລັກ ໃນການຜະລິດພາຊະນະດິນເຜົາ ຮັບໃຊ້ສັງຄົມ ເຊິ່ງຕິດພັນກັບວິຖີຊີວິດ ຂອງຊາວຫຼວງພະບາງ.
ການຕີໝໍ້ ຫຼື ປັ້ນໝໍ້ ມີປະຫວັດຄວາມເປັນມາຍາວນານ, ເປັນພູມປັນຍາທ້ອງຖິ່ນ ທີ່ເປັນເອກະລັກ ໃນການຜະລິດພາຊະນະດິນເຜົາ ຮັບໃຊ້ສັງຄົມ ເຊິ່ງຕິດພັນກັບວິຖີຊີວິດ ຂອງຊາວຫຼວງພະບາງ.
ການຄົ້ນພົບເຄື່ອງປັ້ນດິນເຜົາ ອາຍຸ 1,500-2,500 ປີ ທີ່ຖໍ້າອານມ້າ ບ້ານຊຽງມວກ, ນະຄອນຫຼວງພະບາງ, ແຂວງຫຼວງພະບາງ ແລະ ທີ່ເມືອງປາກງຶ່ມ ແຂວງວຽງຈັນ. ນີ້ສະແດງໃຫ້ເຫັນວ່າພື້ນທີ່ທາງພາກເຫນືອ ແລະ ພາກກາງ ຂອງ ສປປ ລາວ ມີການປັ້ນຫມໍ້ດິນເຜົາມາດົນນານແລ້ວ. ໃນສະໄໝ ຫຼວງພະບາງເປັນເມືອງເອກ ຂອງອານາຈັກລາວລ້ານຊ້າງ ເຈົ້າຊີວິດໄດ້ຈັດສັນອາຊີບ ໃຫ້ລາຊະດອນ. ເຊິ່ງປະຊາຊົນແຕ່ລະບ້ານ ແມ່ນຖືເອົາອາຊີບອັນໃດອັນຫນຶ່ງເປັນຫຼັກ. ສ່ວນບ້ານພັນຫຼວງ ແມ່ນຍຶດຖືເອົາການຕີຫມໍ້ດິນ ເປັນອາຊີບ.
ປະຊາຊົນ ປະລະອາຊີບດັ້ງເດີມ ຫັນໄປເລືອກອາຊີບ ບໍລິການ-ຄ້າຂາຍ ແລະ ການບໍລິການທ່ອງທ່ຽວ.
ປະຊາຊົນ ຫັນໄປນິຍົມເຄື່ອງໃຊ້ທີ່ເປັນໂລຫະ ແລະ ເຄື່ອງໃຊ້ໄຟຟ້າ ທີ່ມີຄວາມທົນທານ.
ວັດຖຸດິບທີ່ນຳມາປັ້ນໝໍ້ຂ້ອນຂ້າງຫາຍາກ ເປັນຕົ້ນແມ່ນ ດິນດາກ, ຂີ້ຊາຍ, ຫຼົວ ແລະ ເຟືອງ ເປັນຕົ້ນ
ຂາດຜູ້ສືບທອດ ເຍົາວະຊົນຮຸ່ນໃໝ່ກໍ່ບໍ່ໃຫ້ຄວາມສົນໃຈເຂົ້າມາສຶກສາຮຽນຮູ້.
ບໍ່ມີຕະຫຼາດຮອງຮັບ ເພື່ອຈໍາໜ່າຍຢ່າງກ້ວາງຂວາງ.
ຜູ້ມີປະສົບການ ຕ້ອງຖ່າຍທອດຫັດຖະກໍາສີມືການປັ້ນໝໍ້ ໃຫ້ແກ່ລູກຫຼານຂອງຕົນ ໃຫ້ເປັນຜູ້ສືບທອດຕໍ່ໄປ.
ພາກສ່ວນທີ່ກ່ຽວຂ້ອງ ຕ້ອງມີແນວທາງນະໂຍບາຍ ໃນການອະນຸລັກຮັກສາ ດ້ວຍການຈັດຕັ້ງເປັນກຸ່ມຫັດຖະກໍາການປັ້ນໝໍ້ ຕິດພັນກັບການທ່ອງທ່ຽວ.
ຕ້ອງສ້າງປື້ມຄູ່ມື, ສ້າງຕຳລາ ຂອງການປັ້ນໝໍ້ເຂົ້າໃນຫຼັກສູດການສຶກສາ ຂອງວິທະຍາໄລວິຈິດສິນຫຼວງພະບາງ.
ເພີ້ມຜະລິດຕະພັນໃຫ້ມີຄວາມຫຼາກຫຼາຍສີສັນເພື່ອສາມາດຈໍາໜ່າຍທັງພາຍໃນ ແລະ ຕ່າງປະເທດ.
ໂຄສະນາ, ສົ່ງເສີມ ໃຫ້ຊາວຫຼວງພະບາງ ໃຫ້ຫັນມາໃຊ້ໝໍ້ດິນ.
ຕ້ອງກໍານົດເນື້ອທີ່ຕອນດິນ ໃຫ້ຊຸມຊົນຢ່າງຄັກແນ່ ເພື່ອເປັນແຫຼ່ງສະໜອງວັດຖຸດິບ (ດິນດາກ, ສູນຫັດຖະກຳ).
ນໍາສະເໜີໃຫ້ພາກສ່ວນທີ່ກ່ຽວຂ້ອງ ຈົດທະບຽນເຂົ້າເປັນມໍລະດົກວັດທະນະທຳ ໃນລະດັບທ້ອງຖິ່ນ.