ຟ້ອນນາງແກ້ວ

ຟ້ອນນາງແກ້ວ ມີ 17 ທ່າຟ້ອນ ເປັນບົດຟ້ອນ ທີ່ມີຄວາມອ່ອນຊ້ອຍງົດງາມ, ມີເຄື່ອງແຕ່ງກາຍທີ່ເປັນເອກະລັກ, ມີປະຫວັດຍາວນານ ເຊິ່ງນຳມາຈາກ ປະເທດ ກຳປູເຈຍ ໂດຍເຈົ້າຟ້າງຸ່ມ. ເປັນສິລະປະ ທີ່ຕິດພັນກັບວິຖີຊີວິດ ຂອງຊາວຫຼວງພະບາງ ທັງຍັງເປັນ ມໍຣະດົກ ຂອງຊາວຫຼວງພະບາງ.