ເຮົາຈະໃຊ້ໂປຣແກຣມ Xampp ໃນການຮຽນການສອນດັ່ງນັ້ນໃຫ້ນັກສຶກສາ ທຳການດາວໂຫຼດ ແລະ ຕິດຕັ້ງໂປຣແກຣມ ໃຫ້ສົມບູນ ໂດຍການ ຄິກທີ່ປຸ່ມດ້ານລຸ່ມ
SQL ແມ່ນຫຍັງ Structured Query Language ຄືຄຳສັ່ງທີ່ໃຊ້ບໍລິຫານຈັດການ Database ເຊິ່ງເປັນພາສາ Programming ທີ່ອອກແບບມາເພື່ອຈັດການຂໍ້ມູນ ຄົ້ນຫາຂໍ້ມູນ ປັບປຸງ ປ່ຽນແປງ ເພີ່ມ ແລະ ລົບ ຂໍ້ມູນນັ້ນເອງ ເຊິ່ງຂໍ້ມູນຈະຖືກເກັບຢູ່ໃນຖານຂໍ້ມູນໃນຮູບແບບຕາຕະລາງທີ່ມີລັກສະນະເປັນຄໍລ່ຳແລະ ແຖວ ແບບ Excel ເປັນຕົ້ນ
ເປັນລະບົບຈັດການຖານຂໍ້ມູນເຊີງສຳພັນ (Relational Database Management System) ໂດຍໃຊ້ພາສາ SQL ໂດຍ MySQL ເປັນຊອບແວ Open Source ໂດຍມີການພັດທະນາໂດຍບໍລິສັດ MySQL AB ໃນປະເທດສວີເດນ ໂດຍຈັດການ MySQL ທັງໃນແບບທີ່ໃຫ້ໃຊ້ຟຣີ ແລະ ແບບທີ່ໃຊ້ໃນເຊີງທຸລະກິດ ສະຫຼຸບງ່າຍໆ ຄື MySQL ກໍຄື ເປັນຖານຂໍ້ມູນນັ້ນເອງ
ແລ້ວ 2 ຕົວນີ້ກ່ຽວພັນກັນແບບໃດ ເອົາງ່າຍໆ ຄື MySQL ເປັນຖານຂໍ້ມູນ ໂດຍມີພາສາ SQL ເປັນພາສາໃນການສື່ສານກັນເຊື່ອມໂຍງກັນນັ້ນເອງສະຫຼຸບງ່າຍສຸດໆ ຄືພາສາ SQL ຍັງເປັນພາສາທີ່ໃຊ້ຕິດຕໍ່ກັບຖານຂໍ້ມູນອື່ນໆ ອີກດ້ວຍ
ໝາຍເຖິງຄຳສັ່ງທີ່ໃຊ້ໃນການຈັດການກັບຂໍ້ມູນທີ່ເຮົາສາມາດໃຊ້ງານ ໃນການຈັດການກັບຖານຂໍ້ມູູນໂດຍຫຼັກໆ ແລ້ວ ຈະແບບອອກເປັນ 2 ກຸ່ມດັ່ງຕໍ່ໄປນີ້
ຈັດການ database ຄື ຄຳສັ່ງຈັດການຖານຂໍ້ມູນ
Create Database ຄື ການສ້າງຖານຂໍ້ມູນ
Drop Database ຄື ການລົບຖານຂໍ້ມູນ
Select Database ຄື ການເລືອກໃຊ້ງານຖານຂໍ້ມູນທີ່ຕ້ອງການ
ຈັດການ Table ຄື ຄຳສັ່ງຈັດການຕາຕະລາງ
Select Query ຄື ການສະແດງຂໍ້ມູນໃນຕາຕະລາງຂອງຖານຂໍ້ມູນ
Insert Query ຄື ການເພີ່ມແຖວຂໍ້ມູນລົງໃນຕາຕະລາງຂອງຖານຂໍ້ມູນ
Update Query ຄື ການປ່ຽນແປງຂໍ້ມູນໃນຕາຕະລາງຂອງຖານຂໍ້ມູນ
Delete Query ຄື ການລົບຂໍ້ມູນໃນຕາຕະລາງຂອງຖານຂໍ້ມູນ
Where Clause ຄື ການສ້າງເງື່ອນໄຂເພື່ອເລືອກຂໍ້ມູນທີ່ຕ້ອງການ
AND & OR Clauses ຄື ການເຊື່ອມຄວາມສຳພັນຂອງເງື່ອນໄຂ
Group By ຄື ການຈັດກຸ່ມຂໍ້ມູນຕາມ Column ທີ່ກຳນົດ
Order By ຄື ການຈັລຽງຂໍ້ມູນທີ່ສະແດງຜົນຕາມລຳດັບ