Home / Server Side / ຖານຂໍ້ມູນ MySQL / ພາສາ SQL
SQL ຫຍໍ້ມາຈາກ structured query language ຄືພາສາທີ່ໃຊ້ໃນການຂຽນໂປຣແກຣມ ເພື່ອຈັດການກັບຖານຂໍ້ມູນໂດຍສະເພາະ ເປັນພາສາມາດຕາຖານເທິງລະບົບຖານຂໍ້ມູນເຊີງສຳພັນ ແລະ ເປັນລະບົບເປີດ (open system) ໝາຍເຖິງເຮົາສາມາດໃຊ້ຄຳສັ່ງ sql ກັບຖານຂໍ້ມູນຊະນິດໃດກໍ່ໄດ້ ແລະ ຄຳສັ່ງດຽວກັນເມື່ອສັ່ງງານຜ່ານ ລະບົບຖານຂໍ້ມູນທີ່ແຕກຕ່າງກັນຈະໄດ້ ຜົນລັບຄືກັນ ເຮັດໃຫ້ເຮົາສາມາດເລືອກໃຊ້ຖານຂໍ້ມູນ ຊະນິດໃດກໍ່ໄດ້ໂດຍບໍ່ຍຶດຕິດກັບຖານຂໍ້ມູນໃດຖານຂໍ້ມູນໜຶ່ງ ນອກຈາກນີ້ແລ້ວ SQL ຍັງເປັນຊື່ຂອງໂປຣແກຣມຖານຂໍ້ມູນ ເຊິ່ງໂປຣແກຣມ SQL ເປັນໂປຣແກຣມຖານຂໍ້ມູນທີ່ມີໂຄງສ້າງຂອງພາສາທີ່ເຂົ້າໃຈງ່າຍ ບໍ່ຊັບຊ້ອນ ມີປະສິດທິພາບການເຮັດວຽກງານສູງ ສາມາດເຮັດວຽກທີ່ຊັບຊ້ອນໄດ້ໂດຍໃຊ້ຄຳສັ່ງບໍ່ເທົ່າໃດຄຳສັ່ງ ໂປຣແກຣມ SQL ຈຶ່ງເໝາະທີ່ຈະໃຊ້ກັບລະບົບຖານຂໍ້ມູນເຊີງສຳພັນ ແລະ ເປັນພາສາໜຶ່ງ ເຊິ່ງແບ່ງການເຮັດວຽກງານໄດ້ເປັນ 4 ປະເພດ ດັ່ງນີ້
Select query ໃຊ້ສຳລັບດຶງຂໍ້ມູນທີ່ຕ້ອງການ
Update query ໃຊ້ສຳລັບແກ້ໄຂຂໍ້ມູນ
Insert query ໃຊ້ສຳລັບການເພີ່ມຂໍ້ມູນ
Delete query ໃຊ້ສຳລັບລົບຂໍ້ມູນອອກໄປ
ປະຈຸບັນມີຊໍຟຕ໌ແວຣ໌ລະບົບຈັດການຖານຂໍ້ມູນ (DBMS ) ທີ່ສະໜັບສະໜູນການໃຊ້ຄຳສັ່ງ SQL ເຊັ່ນ Oracle , DB2, MS-SQL, MS-Access ນອກຈາກນີ້ພາສາ SQL ຖືກນຳມາໃຊ້ຂຽນຮ່ວມກັບໂປຣແກຣມພາສາຕ່າງໆ ເຊັ່ນ ພາສາ C/C++ , Visual Basic ແລະ Java ນຳອີກດ້ວຍ
ຄໍາສັງການສ້າງຂໍ້ມູນ (Data Definition Language : DDL) ເປັນຄຳສັ່ງທີ່ໃຊ້ໃນການສ້າງຖານຂໍ້ມູນ ກຳນົດໂຄງສ້າງຂໍ້ມູນວ່າມີ Attribute ໃດແດ່ ລວມໄປເຖິງການເລືອກຊະນິດຂອງຂໍ້ມູນ ທັງໝົດທັງການປ່ຽນແປງຕາຕະລາງ ແລະ ການສ້າງຂໍ້ມູນ ຄຳສັ່ງ :
CREATE
DROP
ALTER
ຄຳສັ່ງຈັດການຂໍ້ມູນ (Data Manipulation Language :DML) ເປັນຄຳສັ່ງທີ່ໃຊ້ໃນການເອີ້ນໃຊ້ການ ເພີ່ມ ລົບ ແລະ ປ່ຽນແປງຂໍ້ມູນໃນຕາຕະລາງ ຄຳສັ່ງ
SELECT
INSERT
UPDATE
DELETE
ຄຳສັ່ງຄວບຄຸມຂໍ້ມູນ (Data Control Language : DCL) ເປັນຄຳສັ່ງທີ່ໃຊ້ໃນການກຳນົດສິດທິການອະນຸຍາດ ຫຼື ຍົກເລີກ ການເຂົ້າເຖິງຖານຂໍ້ມູນ ເພື່ອປ້ອງກັນຄວາມປອດໄພຂອງຖານຂໍ້ມູນ ຄຳສັ່ງ :
GRANT
REVOKE
ຄຳສັ່ງຄວບຄຸມລາຍການ (Transnational Control Language: TCL) ເປັນຄຳສັ່່ງທີ່ໃຊ້ໃນການຈັດການລາຍການ Transactions ໃນຖານຂໍ້ມູນ ຕົວຢ່າງຄຳສັ່ງ
Commit
Rollback
Statement
ຄຳສັ່ງ ສ້າງ Create
ຄຳສັ່ງ ລົບ Drop
ຄຳສັ່ງ ປ່ຽນແປງ Alter
ຄຳສັ່ງ ເລືອກຂໍ້ມູນ Select
ຄຳສັ່ງ ເພີ່ມຂໍ້ມູນ Insert
ຄຳສັ່ງ ແກ້ໄຂຂໍ້ມູນ Update
ຄຳສັ່ງ ລົບຂໍ້ມູນ Delete