Home / Server Side / ຖານຂໍ້ມູນ MySQL / ລະບົບຖານຂໍ້ມູນ
ໝາຍເຖິງ ກຸ່ມຂອງຂໍ້ມູນທີ່ມີຄວາມສຳພັນກັນ ນຳມາເກັບລວບລວມເຂົ້າໄວ້ນຳກັນຢ່າງມີລະບົບ ແລະ ຂໍ້ມູນທີ່ປະກອບກັນເປັນຖານຂໍ້ມູນນັ້ນ ຕ້ອງກົງຕາມວັດຖຸປະສົງການໃຊ້ງານຂອງອົງກອນ ເຊັ່ນ ໃນສຳນັກງານກໍ່ລວບລວມຂໍ້ມູນ ຕັ້ງແຕ່ໝາຍເລກໂທລະສັບຂອງຜູ້ທີ່ມາຕິດຕໍ່ຈົນເຖິງການເກັບເອກະສານທຸກຢ່າງຂອງສຳນັກງານ ເຊິ່ງຂໍ້ມູນສ່ວນນີ້ຈະມີສ່ວນທີ່ສຳພັນກັນແລະ ເປັນທີ່ຕ້ອງການນຳອອກມາໃຊ້ປະໂຫຍດຕໍ່ໄປພາຍຫຼັງ ຂໍ້ມູນນັ້ນອາດຈະກ່ຽວກັບບຸກຄົນ ສິ່ງຂອງສະຖານທີ່ ຫຼືເຫດການໃດໆ ກໍ່ໄດ້ທີ່ເຮົາສົນໃຈສຶກສາ ຫຼື ອາດໄດ້ມາຈາກການສັງເກດ ການນັບ ຫຼື ການປຽບທຽບກໍ່ເປັນໄດ້ ທັງໝົດທັງຂໍ້ມູນທີ່ເປັນຕົວເລກ ຂໍ້ຄວາມ ແລະ ຮູບພາບຕ່າງໆ ກໍ່ສາມາດນຳມາຈັດເກັບເປັນຖານຂໍ້ມູນໄດ້ ແລະ ທີ່ສຳຄັນຂໍ້ມູນທຸກຢ່າງຕ້ອງມີຄວາມສຳພັນກັນ ເພາະເຮົາຕ້ອງການນຳມາໃຊ້ປະໂຫຍດຕໍ່ໄປໃນອະນາຄົດ
ລະບົບຈັດການຖານຂໍ້ມູນ ( Database Management System) ຫຼື ທີ່ເອີ້ນວ່າ ດີບີເອັມເອດ (DBMS) ຄືຊອບແວຣ໌ສຳລັບ ບໍລິຫານ ແລະ ຈັດການຖານຂໍ້ມູນ ຄ້າຍຄືກັບສື່ກາງລະຫວ່າງຜູ້ໃຊ້ ແລະ ໂປຣແກຣມຕ່າງໆ ທີ່ກ່ຽວຂ້ອງກັບການໃຊ້ຖານຂໍ້ມູນ ເຊິ່ງມີຫນ້າທີ່ຊ່ວຍໃຫ້ຜູ້ໃຊ້ເຂົ້າເຖິງຂໍ້ມູນໄດ້ງ່າຍສະດວກ ແລະ ມີປະສິດທິພາບ ການເຂົ້າເຖິງຂໍ້ມູນຂອງຜູ້ໃຊ້ ອາດເປັນການສ້າງຖານຂໍ້ມູນ ການແກ້ໄຂຖານຂໍ້ມູນ ຫຼື ການຕັ້ງຄຳຖາມເພື່ອໃຫ້ໄດ້ຂໍ້ມູນມາໂດຍຜູ້ໃຊ້ບໍ່ຈຳເປັນຕ້ອງຮັບຮູ້ກ່ຽວກັບລາຍລະອຽດພາຍໃນໂຄງສ້າງຂອງຖານຂໍ້ມູນ
ແປງຄຳສັ່ງທີ່ໃຊ້ຈັດການກັບຂໍ້ມູນພາຍໃນຖານຂໍ້ມູນ ໃຫ້ຢູ່ໃນຮູບແບບທີ່ຜູ້ໃຊ້ງານເຂົ້າໃຈງ່າຍ
ນຳຄຳສັ່ງຕ່າງໆ ທີ່ຜູ້ໃຊ້ງານເຮັດການ compile ແລ້ວນຳ ໄປສັ່ງໃຫ້ກັບຖານຂໍ້ມູນໃຫ້ເຮັດວຽກຕາມຄຳສັ່ງ ເຊັ່ນ ການເອີ້ນໃຊ້ (Retrieve) ແກ້ໄຂ (Update) ລົບ (Delete) ເພີ່ມຂໍ້ມູນ (Add) ເປັນຕົ້ນ
ປ້ອງກັນຄວາມເສຍຫາຍທີ່ຈະເກີດຂຶ້ນກັບຂໍ້ມູນພາຍໃນຖານຂໍ້ມູນ ໂດຍຈະຄອຍຖ້າກວດສອບວ່າຄຳສັ່ງໃດທີ່ສາມາດເຮັດວຽກໄດ້ ແລະ ຄຳສັ່ງໃດທີ່ບໍ່ສາມາດເຮັດວຽກໄດ້
ຮັກສາຄວາມສຳພັນຂອງຂໍ້ມູນພາຍໃນຖານຂໍ້ມູນໃຫ້ມີຄວາມຖືກຕ້ອງຢູ່ສະເໝີ
ເກັບລາຍລະອຽດຕ່າງໆ ທີ່ກ່ຽວຂ້ອງກັບຂໍ້ມູນພາຍໃນຖານຂໍ້ມູນໄວ້ໃນພົດຈະນານຸກົມຂອງຖານຂໍ້ມູນ (Data Dictionary) ເຊິ່ງລາຍລະອຽດເຫຼົ່ານີ້ມັກຈະຖືກເອີ້ນວ່າ ເມຕາດາຕ້າ (Metadata) ເຊິ່ງໝາຍເຖິງ "ຂໍ້ມູນທີ່ໄດ້ໃຊ້ເປັນປະຈຳ"
ເບິ່ງແຍງການໃຊ້ງານໃຫ້ກັບຜູ້ໃຊ້ ໃນການຕິດຕໍ່ກັບຕົວຈັດການລະບົບແຟ້ມຂໍ້ມູນໄດ້ ໂດຍຈະເຮັດຫນ້າທີ່ຕິດຕໍ່ກັບລະບົບແຟ້ມຂໍ້ມູນເຊິ່ງຄືກັບເປັນຜູ້ຈັດການແຟ້ມຂໍ້ມູນ (file manager) ນຳຂໍ້ມູນຈາກຫນ່ວຍຄວາມຈຳສຳຮອງເຂົ້າສູ່ຫນ່ວຍຄວາມຈຳຫຼັກສະເພາະສ່ວນທີ່ຕ້ອງການໃຊ້ງານ ແລະ ເຮັດຫນ້າທີ່ປະສານກັບຕົວຈັດການລະບົບແຟ້ມຂໍ້ມູນໃນການຈັດເກັບ ເອີ້ນໃຊ້ ແລະ ແກ້ໄຂຂໍ້ມູນ
ຄວບຄຸມການໃຊ້ຂໍ້ມູນພ້ອມກັນ (Concurrency Control) ໃນລະບົບຄອມພິວເຕີທີ່ໃຊ້ຢູ່ປະຈຸບັນ ໂປຣແກຣມການເຮັດວຽກງານມັກຈະເປັນແບບຜູ້ໃຊ້ຫຼາຍຄົນ (Multi User) ຈຶ່ງເຮັດໃຫ້ຜູ້ໃຊ້ແຕ່ລະຄົນສາມາດເອີ້ນໃຊ້ຂໍ້ມູນໄດ້ພ້ອມກັນ ລະບົບຈັດການຖານຂໍ້ມູນທີ່ມີຄຸນສົມບັດຄວບຄຸມການໃຊ້ຂໍ້ມູນພ້ອມກັນນີ້ ຈະກໍ່ການຄວບຄຸມການໃຊ້ຂໍ້ມູນພ້ອມກັນຂອງຜູ້ໃຊ້ຫຼາຍຄົນໃນເວລາດຽວກັນໄດ້ ໂດຍມີລະບົບການຄວບຄຸມທີ່ຖືກຕ້ອງເໝາະສົມເຊັ່ນ ຖ້າຂໍ້ມູນໃດມີການແກ້ໄຂຢູ່ ຂໍ້ມູນນັກຈະບໍ່ສາມາດນຳມາໃຊ້ການໄດ້ ຈົນກ່ວາຈະແກ້ໄຂຂໍ້ມູນສຳເລັດ
ຄວບຄຸມລະບົບຄວາມປອດໄພຂອງຂໍ້ມູນໂດຍປ້ອງກັນບໍ່ໃຫ້ຜູ້ທີ່ບໍ່ໄດ້ຮັບອະນຸຍາດເຂົ້າມາເອີ້ນໃຊ້ ຫຼື ແກ້ໄຂຂໍ້ມູນໃນສ່ວນປ້ອງກັນເອົາໄວ້ ພ້ອມທັງສ້າງຟັງກ໌ຊັນໃນການຈັດລຽງຂໍ້ມູນສຳຮອງ
ອໍຣາເຄີນ (Oracle)
ມາຍເອດຄິວແອນ (MySQL)
ໄມໂຄຣຊໍຟທ໌ ເອດຄິວແອນ ເຊິຣ໌ຟເວອຣ໌ (Microsoft SQL Server)
PostgreSQL
MongoDB
ໄອບີເອັມ ດີບີທູ (IBM DB/2)
Elasticsearch
Redis
ໄມໂຄຣຊໍຟຕ໌ ແອກເຊດ (Microsoft Access)
SQLite
ລະບົບຖານຂໍ້ມູນ ຈະຊ່ວຍແກ້ບັນຫາຂອງລະບົບແຟ້ມຂໍ້ມູນ ແລະ ມີປະໂຫຍດຫຼາຍດ້ານດັ່ງນີ້
ຫຼຸດຄວາມຊ້ຳຊ້ອນຂອງຂໍ້ມູນ
ເນື່ອງຈາກການນຳຂໍ້ມູນທີ່ຈຳເປັນຕໍ່ການໃຊ້ງານມາຈັດເກັບໄວ້ ທັງໝົດກັນເປັນຖານຂໍ້ມູນສ່ວນກາງ ເຮັດໃຫ້ແຕ່ລະຫນ່ວຍງານທີ່ຈຳເປັນຕ້ອງໃຊ້ຂໍ້ມູນ ບໍ່ຕ້ອງຈັດເກັບຂໍ້ມູນໄວ້ທີ່ໜ່ວຍງານຂອງຕົນເອງອີກ ນອກຈາກຫຼຸດຄວາມສີ້ນເປືອງໃນການຈັດເກັບແລ້ວ ຍັງຊ່ວຍແກ້ບັນຫາຕ່າງໆ ທີ່ຈະເກີດຕາມມາ ເນື່ອງຈາກຄວາມຊ້ຳຊ້ອນຂອງຂໍ້ມູນໄດ້
ແກ້ບັນຫາຄວາມຂັດແຍ່ງກັນຂອງຂໍ້ມູນ
ເຊິ່ງເປັນບັນຫາທີ່ເກີດເນື່ອງມາຈາກຄວາມຊ້ຳຊ້ອນຂອງຂໍ້ມູນ ເມື່ອມີຂໍ້ມູນທີ່ຊ້ຳໆ ກັນຢູ່ຫຼາຍທີ່ ຫາກມີການປັບປຸງແກ້ໄຂຂໍ້ມູນໃນບ່ອນໜຶ່ງແລ້ວ ແຕ່ບໍ່ໄດ້ແກ້ໄຂຂໍ້ມູນໃນບ່ອນ ອື່ນໆ ຕາມໄປນຳ ກໍ່ຈະເຮັດໃຫ້ຂໍ້ມູນໃນແຕ່ລະບ່ອນເກີດຄວາມຂັດແຍ່ງກັນຂຶ້ນ ດັ່ງນັ້ນການຈັດເກັບຂໍ້ມູນໄວ້ພຽງບ່ອນດຽວຈຶ່ງ ຊ່ວຍແກ້ບັນຫາຄວາມຂັດແຍ່ງກັນຂອງຂໍ້ມູນໄດ້
ການບໍລິຫານຈັດການຖານຂໍ້ມູນເຮັດໄດ້ງ່າຍ
ເນື່ອງຈາກມີການຈັດເກັບຂໍ້ມູນໄວ້ທີ່ສ່ວນກາງ ເຮັດໃຫ້ການ ຈັດການຂໍ້ມູນເຮັດໄດ້ງ່າຍຂຶ້ນ ໂດຍຜູ້ທີ່ເຮັດຫນ້າທີ່ໃນການບໍລິຫານຈັດການຖານຂໍ້ມູນເອີ້ນວ່າ ຜູ້ບໍດູແລລະບົບຂອງຖານຂໍ້ມູນ (Database Administrator: DBA)
ກຳນົດມາດຕະຖານຂອງຂໍ້ມູນໄດ້
ເນື່ອງຈາກການຈັດເກັບຂໍ້ມູນໄວ້ທີ່ສ່ວນກາງທີ່ດຽວດັ່ງນັ້ນ DBA ຈະເປັນຜູ້ກຳນົດໂຄງສ້າງໃນການຈັດເກັບຂໍ້ມູນ ເຮັດໃຫ້ໂຄງສ້າງຂອງຂໍ້ມູນຕ່າງໆ ມີຄວາມໄປທີ່ສູງໃນການນຳໃມໃຊ້ງານນັ້ນເອງ
ສາມາດໃຊ້ງານຖານຂໍ້ມູນຮ່ວມກັນໄດ້
ເນື່ອງຈາກໂຄງສ້າງການຈັດເກັບຂໍ້ມູນໃນຮາດດິດ (Hard disk) ຈະຖືກກຳນົດດ້ວຍ DBMS ແລະ ຜູ້ໃຊ້ແຕ່ລະຄົນຈະຕ້ອງໃຊ້ງານຜ່ານ DBMS ເທົ່ານັ້ນ ດັ່ງນັ້ນຈຶ່ງສາມາດໃຊ້ງານ ຖານຂໍ້ມູນຮ່ວມກັນໄດ້ໂດຍບໍ່ຕ້ອງກັງວົນເຖິງຄວາມແຕກຕ່າງຂອງພາສາຄອມພິວເຕີທີ່ໃຊ້ ນອກຈາກນີ້ຂໍ້ມູນອື່ນໆ ທີ່ຜູ້ໃຊ້ບໍ່ໄດ້ເປັນຜູ້ສ້າງຂຶ້ນມາ ກໍ່ສາມາດໃຊ້ງານໄດ້ຖ້າຫາກໄດ້ຮັບສິດທິໃນການໃຊ້ງານຂໍ້ມູນດັ່ງກລ່າວ
ເກີດຄວາມເປັນອິດສະ}ຫຼະລະຫວ່າງຂໍ້ມູນກັບໂປຣແກຣມ
ຈາກບັນຫາຂອງລະບົບແຟ້ມຂໍ້ມູນ ເຊິ່ງການ ແກ້ໄຂໂຄງສ້າງຂອງແຟ້ມຂໍ້ມູນ ເຊັ່ນການເພີ່ມຟິວ ເຊິ່ງໂປຣແກຣມທີ່ມີຢູ່ມີໃນເມື່ອກ່ອນບໍ່ຈຳເປັນຕ້ອງນຳໄປໃຊ້ງານ ແຕ່ຕ້ອງກໍ່ການແກ້ໄຂໂປຣແກຣມເນື່ອງຈາກການຂຽນໂປຣແກຣມຈະຍຶດດຕິດກັບໂຄງສ້າງຂອງແຟ້ມຂໍ້ມູນ ຫາກໃຊ້ງານເປັນລະບົບຖານຂໍ້ມູນ ຈະສາມາດແກ້ໄຂບັນຫານີ້ໄດ້ ເນື່ອງຈາກການໃຊ້ງານຕ່າງໆ ຈະຕ້ອງໃຊ້ງານໄວ້ພຽງທີ່ດຽວຈຶ່ງ ຊ່ວຍແກ້ບັນຫາຄວາມຂັດແຍ່ງກັນຂອງຂໍ້ມູນໄດ້
ກຳນົດລະບົບຖືຮັກສາຄວາມປອດໄພໃຫ້ກັບຂໍ້ມູນໄດ້
ເນື່ອງຈາກຂໍ້ມູນແຕ່ລະຂໍ້ມູນຈະມີຄວາມ ສຳຄັນບໍ່ເທົ່າກັນ ດັ່ງນັ້ນຈຶ່ງຕ້ອງມີການກຳນົດສິດທິໃນການໃຊ້ງານ ຂໍ້ມູນແຕ່ລະສ່ວນ ເຊິ່ງເປັນຫນ້າທີ່ຂອງ ຜູ້ບໍລິຫານຖານຂໍ້ມູນ ເປັນຜູ້ກຳນົດວ່າໃຜມີສິດທິໃຊ້ງານຂໍ້ມູນສ່ວນໃດໄດ້ແດ່