Home / Server Side / ຖານຂໍ້ມູນ MySQL / ຄວາມເປັນມາຂອງລະບົບຖານຂໍ້ມູນ
ການຈັດການຖານຂໍ້ມູນເລີ່ມຕົ້ນຈາກການບໍລິຫານການບິນ ແລະ ອາວາກາດສະຫາຣັດອາເມຣິກາ ຫຼື ນາຊ່າໄດ້ວ່າຈ້າງບໍລິສັດໄອບີເອັມ (IBM) ປະເທດສະຫະຣັດອາເມຣິກາ ໃຫ້ອອກແບບລະບົບເກັບລວບລວມຂໍ້ມູນທີ່ໄດ້ຈາກການສຳຫຼວດດວງຈັນໃນໂຄງການອະພອນໂລ (ໂຄງການອະພອນໂລເປັນໂຄງການສຳຫຼວດການຈອດຂອງຢານອາວາກາດຢ່າງຈິງຈັງ ແລະມີການສົ່ງມະນຸດຂຶ້ນເທິງດວງຈັນໄດ້ສຳເລັດດ້ວຍຍານອະພອນໂລ 11) ໄດ້ພັດທະນາລະບົບ ການເບິ່ງແຍງຂໍ້ມູນນັ້ນໄດ້ເອີ້ນວ່າ ລະບົບ GUAM ( Generalized Upgrade Access Method) ເຊິ່ງຖືເປັນຕົ້ນກຳເນີດຂອງລະບົບການຈັດການຖານຂໍ້ມູນທີ່ນຳມາໃຊ້ງານກັນໃນປັດຈຸບັນ
ຕໍ່ມາບໍລິສັດ ໄອບີເອັມ ໄດ້ພັດທະນາລະບົບການຈັດການຖານຂໍ້ມູນຂຶ້ນມາໃໝ່ ເພື່ອໃຫ້ໃຊ້ງານກັບທຸລະກິດທັ່ວໄປໄດ້ ເອີ້ນວ່າ DL/I (Data Language/I ) ຈົນໃນທີ່ສຸດກໍ່ໄດ້ກາຍມາເປັນລະບົບ IMS ( Information Management System)
ໃນຊ່ວງປີ ພ.ສ. 2525 ມີການນຳລະບົບຖານຂໍ້ມູນເຂົ້າມາໃຊ້ກັບຄອມພິວເຕີຢ່າງເຕັມທີ່ ໄດ້ມີການຄິດຄົ້ນແລະ ຜະລິດຊອບແວຣ໌ກ່ຽວກັບຖານຂໍ້ມູນອອກມາຫຼວງຫຼາຍ ການຈະເລີນເຕີບໂຕຂອງການຈັດການຖານຂໍ້ມູນລຸ່ນໜ້າໄປຢ່າງວ່ອງໄວພ້ອມກັບລະບົບຄອມພິວເຕີ ແລະ ມີການພັດທະນາມາຈົນເຖິງທຸກມື້ນີ້ ປະຈຸບັນໄດ້ມີການນຳຄອມພິວເຕີມາໃຊ້ໃນການເກັບຂໍ້ມູນ ໂດຍໃຊ້ໂປຣແກຣມສຳເລັດຮູບທັ່ວໄປໂດຍທີ່ຜູ້ໃຊ້ບໍ່ຕ້ອງຂຽນໂປຣແກຣມເອງ ພຽງແຕ່ຮຽນຮູ້ຄຳສັ່ງການໃຊ້ງານຂໍ້ມູນ ຫຼື ການຈັດການຂໍ້ມູນ ເຊັ່ນ ການປ້ອນຂໍ້ມູນ ການບັນທຶກຂໍ້ມູນ ການແກ້ໄຂ ແລະ ປ່ຽນແປງຂໍ້ມູນ ເປັນຕົ້ນ ໃນອາດີດ ຍຸກທີ່ມີໄມໂຄຣຄອມພິວເຕີເກີດຂຶ້ນໃໝ່ໆ ໂປຣແກຣມສຳເລັດຮູບທາງດ້ານການຈັດການຖານຂໍ້ມູນທີ່ນິຍົມໃຊ້ກັນຢ່າງແພ່ຫຼາຍ ຄື Personal Filling System) ຕໍ່ມາໄດ້ມີໂປຣແກຣມຖານຂໍ້ມູນເພີ່ມຂຶ້ນຫຼາຍໂປຣແກຣມ ເຊັ່ນ Data star DB Master ແລະ dBase II ເປັນຕົ້ນໂດຍສະເພາະໂປຣແກຣມ dBase II ໄດ້ຮັບຄວາມນິຍົມຫຼາຍ ປີ ພ.ສ. 2528 ຜູ້ຜະລິດໄດ້ສ້າງ dBase III Plus ອອກມາເຊິ່ງສາມາດຈັດການຖານຂໍ້ມູນແບບສຳພັນ (relational) ເຊື່ອມໂຍງແຟ້ມຂໍ້ມູນຕ່າງໆ ເຂົ້ານຳກັນ ຄົ້ນຫາ ແລະ ນຳມາສ້າງເປັນລາຍງານຕາມຄວາມຕ້ອງການໄດ້ສະດວກ ວ່ອງໄວ ຕໍ່ມາໄດ້ມີການສ້າງ ໂປຣແກຣມສຳເລັດຮູບກ່ຽວກັບຖານຂໍ້ມູນອອກມາ ເຊັ່ນ , FoxPro, Microsoft Access ແລະ Oracle ເປັນຕົ້ນ
MySQL ເປັນການເຮັດວຽກຕາມສະຖາປັດຕະຍະກຳແບບ Client-Server ໂຄງສ້າງການອອກແບບລະວ່າງຜູ້ໃຊ້ງານທີ່ເອີ້ນວ່າ Client ເພື່ອເຂົ້າຖິງຂໍ້ມູນຊັບພະຍາກອນຈາກຄອມພິວເຕີສູນກາງເອີ້ນວ່າ Server ທີ່ໃຊ້ງານໃນລະບົບເຄືອຂ່າຍ ຜູ້ໃຊ້ງານໄດ້ມີການຮ້ອງຂໍ ຂໍ້ມູນຈາກ ພາກສ່ວນໂຕ້ຕອບຜູ້ໃຊ້ງານແບບກາບຟິກ (GUI) ແລະ ສົ່ງໄປໃຫ້ຄອມພິວເຕີສູນກາງ ຈາກນັ້ນຂໍ້ມູນຈະຖືກສົ່ງກັບໄປໃຫ້ຜູ້ໃຊ້ງານທາງ Output ຂະບວນການເຮັດ MySQL ແມ່ນຈະອົງຕາມໂຄງສ້າງການຮັບສົ່ງຂໍ້ມູນແບບ Client-Server