Home / Data Analytics
ອົງກອນຕ່າງໆ ໃນປະຈຸບັນໄດ້ໃຫ້ຄວາມສຳຄັນກັບການນຳຄອມພິວເຕີເຂົ້າມາໃຊ້ ເພື່ອເພີ່ມປະສິດທິພາບໃນການປະຕິບັດການ ແລະ ເພີ່ມຄວາມສະດວກສະບາຍ ເຊັ່ນ ສາຍການບິນ ນຳມາໃຊ້ໃນການຈອງປີ້ເຄື່ອງບິນ ໂຮງໝໍໃຊ້ເພື່ອບັນທຶກລາຍລະອຽດຂອງຄົນໄຂ້ ທາງດ້ານບັນຊີ ທາງດ້ານເງີນເດືອນພະນັກງານ ທະນາຄານທີ່ໃຊ້ສຳລັບ Electronic Banking ແມ່ນແຕ່ລະບົບໂທລະສັບກໍ່ນຳລະບົບຄອມພິວເຕີເຂົ້າມາໃຊ້ ບໍ່ວ່າຈະເປັນອົງກອນຂະໜາດນ້ອຍ ຫຼື ຂະໜາດໃຫຍ່ ທີ່ຕ້ອງການປະຢັດເວລາໃນການເຮັດວຽກງານ ແລະ ມີປະສິດທິພາບຫລາຍຂຶ້ນ ກໍ່ຈະນຳລະບົບຄອມພິວເຕີມາໃຊ້ ຊຶ່ງຮູບແບບໃນການນຳລະບົບຄອມພິວເຕີມາໃຊ້ກໍເພື່ອແກ້ບັນຫາ ເຊັ່ນ ເມື່ອຕ້ອງການຜະລິດຜະລິດຕະພັນຕົວໃໝ່ ເຮົາຈະໃຊ້ຄອມພິວເຕີຈຳລອງການຜະລິດ ຜະລິດຕະພັນຕົວນັ້ນຂຶ້ນມາ ເພື່ອເປັນການປະຢັດເວລາ ປະຢັດເງີນ ແລະ ຫຼຸດຄວາມຜິດພາດທີ່ຈະເກີດຂຶ້ນ ດັ່ງນັ້ນ ເມື່ອນັກສຶກສາໄດ້ຮຽນວິຊາການວິເຄາະ ແລະອອກແບບລະບົບຂໍ້ມູນຂ່າວສານແລ້ວນັ້ນ ຈະຮູ້ເຖິງແນວຄິດທັ່ວໄປກ່ຽວກັບລະບົບຂໍ້ມູນຂ່າວສານຂອງອົງກອນ ການກຳນົດຜູ້ກ່ຽວຂ້ອງກັບການພັດທະນາລະບົບຂໍ້ມູນຂ່າວສານ ຂັ້ນຕອນການພັດທະນາລະບົບຂໍ້ມູນຂ່າວສານ ວັດທະຈັກການພັດທະນາລະບົບຂໍ້ມູນຂ່າວສານ ແລະ ຂັ້ນຕອນພັດທະນາລະບົບງານໃນຮູບແບບຂັ້ນນ້ຳຕົກ (Waterfall) ການສຳຫຼວດລະບົບປະຈຸບັນ ການວິເຄາະລະບົບ ການອອກແບບລະບົບ ການຈັດສ້າງລະບົບ ການທົດສອບລະບົບ ການຈັດເຮັດເອກະສານລະບົບ ແລະ ການຕຽມການເພື່ອໃຊ້ລະບົບຂໍ້ມູນຂ່າວສານໃໝ່ ແລະ ການບຳລຸງຖືຮັກສາ ຕະຫລອດຈົນສຶກສາເຄື່ອງມືເພື່ອໃຊ້ໃນການວິເຄາະ ແລະ ອອກແບບລະບົບຂໍ້ມູນຂ່າວສານ