Home / ພື້ນຖານ Java
ໃນບົດຮຽນນີ້ ເຈົ້າຈະໄດ້ຮຽນຮູ້ການຂຽນໂປຣແກຣມພາສາ Java ຕັ້ງແຕ່ພື້ນຖານ ແລະ ໂຄງສ້າງຂອງພາສາ Java ຕົວປ່ຽນ ຕົວດຳເນີນການ ອາເຣ string ແລະ ການຂຽນໂປຣແກຣມເຊີງວັດຖຸ (OOP) ຄລາດ ແລະ ອອບເຈັກ ແລະຄຸນສົມບັດຕ່າງໆ ຂອງອອບເຈັກ ຢ່າງໃດກໍຕາມໃນບົດຮຽນນີ້ຈະເປັນແບບ Console ທັງໝົດ ແລະ ບໍ່ໄດ້ຄອບຄລຸມໃນເລື່ອງ GUI ເພື່ອໃຫ້ເຈົ້າມີພື້ນຖານ ແລະ ເຂົ້າໃຈຫຼັກການຂຽນໂປຣແກຣມຂອງພາສາ Java ໃນເບື້ອງຕົ້ນກ່ອນທີ່ຈະສຶກສາພາສາ Java ໃນຂັ້ນສູງຕໍ່ໄປ
Java ເປັນພາສາຂຽນໂປຣແກຣມເພື່ອວັດຖຸປະສົງທັ່ວໄປ ໂດຍສາມາດເຮັດວຽກໄດ້ພ້ອມກັນ ເປັນພາສາທີ່ສ້າງມາຈາກຄລາດ ແລະ ສະໜັບສະໜູນການຂຽນໂປຣແກຣມແບບອອບເຈັກ ຖືກອອກແບບມາໃຫ້ພ້ອມສຳລັບການໃຊ້ງານ ໂດຍມີເມຕອດ ແລະ ຄລາດຊ່ວຍອຳນວຍຄວາມສະດວກຫຼວງຫລາຍ ພາສາ Java ນັ້ນມີຄວາມຕັ້ງໃຈວ່າຈະເຮັດໃຫ້ນັກພັດທະນາອອກແບບ ແລະ ພັດທະນາໂປຣແກຣມນ້ອຍລົງ ນັ້ນຄືການຂຽນພຽງເທື່ອດຽວ ແຕ່ນຳໄປໃຊ້ງານໄດ້ທຸກທີ່ ຫຼື ທຸກແພລດຟອມ
ແພລດຟອມທີ່ມີໃນປັດຈຸບັນ
ຕົ້ນກຳເນີດການອ້າງອິງໃນການພັດທະນາຂອງ Java compiler virtual machines ແລະ ຄລາດໄລບຣາຣີໃນຕອນຕົ້ນນັ້ນຖືກເຜີຍແພ່ໂດຍ Sun ພາຍໃຕ້ລິຄະສິດທິທີ່ເໝາະສົມ ໃນ May 2007 ໃນການປະຕິບັດຕາມກັບຂໍ້ລະບຸຂອງ Java Community Process Sun ໄດ້ຈົດທະບຽນໃໝ່ໃນເຕັກໂນໂລຊີຂອງ Java ເປັນຈຳນວນຫລາຍພາຍໃຕ້ GNU General Public License ແລະ ການພັດທະນາເຕັກໂນໂລຊີອື່ນໆ ເຊັ່ນ GNU Compiler for Java (bytecode compiler) GNU Class path (ໄລບຣາຣີ່ມາດຖານ) ແລະ Iced Tea-Web ເວີຊັນລ່າສຸດຂອງ Java ຄືເວີຊັນ 16 ທີ່ສະໜັບສະໜູນໂດຍ Oracle
ແອບພິເຄຊັນຂອງພາສາ Java ນັ້ນໂດຍປົກກະຕິແລ້ວຈະຄອມໄພລ໌ເປັນ bytecode ທີ່ສາມາດຣັນໄດ້ໃນ Java virtual machine (JVM) ຂຶ້ນກັບສະຖາປັດຕະຍາກຳຂອງຄອມພິວເຕີນັ້ນໆ ແລະໃນ ປີ 2016 Java ເປັນພາສາທີ່ໄດ້ຮັບຄວາມນິຍົມ ແລະ ໃຊ້ຫລາຍທີ່ສຸດໃນໂລກ ໂດຍສະເພາະການໃຊ້ພັດທະນາເວັບແອບພລິເຄຊັນ ພາສາ Java ນັ້ນພັດທະນາໂດຍ James Gosling ທີ່ບໍລິສັດ Sun Microsystems (ປະຈຸບັນຖືກຊື້ກິດຈະການເປັນ Oracle Corporation) ແລະເປີດຕົວເທື່ອທຳອິດເມື່ອປີ 1995 ໂດຍພາສານັ້ນໄດ້ຮັບຮູບແບບຈາກພາສາ C ແລະ C++ ແຕ່ພາສາ Java ຖືວ່າເປັນພາສາລະດັບສູງກວ່າພາສາທັງສອງ
James Gosling
ຄືໃຫ້ມັນສາມາດພົກພາໄດ້ ຊຶ່ງໝາຍຄວາມໂປຣແກຣທີ່ຂຽນໃນພາສາ Java ຈະຕ້ອງສາມາດຣັນໄດ້ກັບຮາດແວຣ໌ ແລະ ລະບົບປະຕິບັດການທີ່ໄດ້ຮັບການສະໜັບສະໜູນຈາກ Java Runtime ຊຶ່ງນີ້ບັນລຸຜົນໄດ້ໂດຍການຄອມໄພລ໌ໂຄ້ດຂອງ Java ໃຫ້ຢູ່ໃນຮູບແບບການສະແດງຜົນຣະດັບກາງທີ່ເອີ້ນວ່າ Java bytecode ແທນການແປງໄປທີ່ພາສາເຄື່ອງໂດຍກົງ ຄຳສັ່ງຂອງ Java bytecode ນັ້ນຄ້າຍຄືກັບພາສາເຄື່ອງ ແຕ່ມັນຈະເຮັດວຽກໂດຍ virtual machine (VM) ທີ່ຂຽນສະເພາະສຳລັບຮາດແວຣ໌ແຕ່ລະປະເພດ ຊຶ່ງໂດຍປົກກະຕິຜູ້ໃຊ້ທັ່ວໄປຈະໃຊ້ Java Runtime Environment (JRE) ທີ່ຕິດຕັ້ງໃນເຄື່ອງຂອງພວກທ່ານສຳລັບຣັນ Standalone Java applications ຫຼືໃນເວັບບາວເຊີສຳລັບ Java applets ນອກຈາກນີ້ ພາສາ Java ຍັງມີໄລບຣາຣີ່ມາດຖານໃນການພັດທະນາແອບພລິເຄຊັນໃນເລື່ອງ Graphics threading ແລະ networking
ເຈົ້າຈະເຂົ້າໃຈພື້ນຖານການຂຽນໂປຣແກຣມພາສາ Java ທັງໝົດຕັ້ງແຕ່ພື້ນຖານໄປຈົນເຖິງການຂຽນໂປຣແກຣມເຊີງວັດຖຸ ໃນບົດຮຽນຂອງແຕ່ລະຕອນຈະມີຕົວຢ່າງຂອງໂປຣແກຣມສຳລັບຕອນນັ້ນໆ ເພື່ອຊ່ວຍໃຫ້ເຈົ້າເຂົ້າໃຈຫລາຍຂຶ້ນ ແລະ ເຈົ້າສາມາດນຳຄວາມຮູ້ເຫຼົ່ານີ້ໄປຕໍ່ຍອດໃນຂັ້ນສູງຕໍ່ໄປໃນການຮຽນຮູ້ພາສາ Java ເຊັ່ນ Java GUI Java Graphics ການພັດທະນາເວັບໄຊຕ໌ Java applet ຫຼື JSP ຫຼື ເນັດເວີກ