Home / ພື້ນຖານ Java / ຄວາມເຂົ້າໃຈກ່ຽວກັບ ພາສາ Java
Java ເປັນພາສາຂຽນໂປຣແກຣມເພື່ອວັດຖຸປະສົງທົ່ວໄປ ໂດຍສາມາດເຮັດວຽກໄດ້ພ້ອມກັນ ເປັນພາສາທີ່ສ້າງມາຈາກຄາດ ແລະ ສະໜັບສະໜູນການຂຽນໂປຣແກຣມແບບອອບເຈັກຢ່າງສົມບູນ ແລະ ຖືກອອກແບບມາໃຫ້ພ້ອມສຳລັບການໃຊ້ງານຫຼາຍທີ່ສຸດ ເຊິ່ງມີເມຕອດ ແລະ ຄາດຕ່າງໆ ອຳນວຍຄວາມສະດວກໃຫ້ໃຊ້ຫລວງຫຼາຍ ໂດຍພາສາ Java ນັ້ນມີຄວາມຕັ້ງໃຈວ່າຈະເຮັດໃຫ້ນັກພັດທະນາອອກແບບ ແລະ ພັດທະນາໂປຣແກຣມນ້ອຍລົງ ນັ້ນຄືການຂຽນພຽງເທື່ອດຽວ ແຕ່ນຳໄປໃຊ້ງານໄດ້ທຸກທີ່ຫລື ທຸກແພດຟອມ
ແອບພິເຄຊັ່ນຂອງພາສາ Java ນັ້ນໂດຍປົກກະຕິແລ້ວຈະຄອມໄພລ໌ເປັນ bytecode ທີ່ສາມາດຣັນໄດ້ໃນ Java virtual machine (JVM) ຂຶ້ນກັບສະຖາປັດຕະຍາກຳຂອງຄອມພິວເຕີນັ້ນໆ ແລະ ໃນ ປີ 2016 ພາສາ Java ເປັນພາສາທີ່ໄດ້ຮັບຄວາມນິຍົມ ແລະ ໃຊ້ຫຼາຍທີ່ສຸດໃນໂລກ ໂດຍສະເພາະການໃຊ້ພັດທະນາເວັບແອບພິເຄຊັ່ນ
James Gosling Mike Sheridan ແລະ Patrick Naughton ໄດ້ເລີ່ມກໍ່ຕັ້ງໂປຣເຈັກພາສາ Java ຂອງພວກເຂົາເມື່ອປີ 1991 ໂດຍໃນຕອນທໍາອິດມັນຖືກພັດທະນາສໍາລັບໂທລະທັດທີ່ສາມາດ ມີປະຕິສໍາພັນໄດ້ ເຊັ່ນ ຫລິ້ນເກມໃນໂທລະ¬ທັດໄດ້ ແຕ່ມັນຍາກເກີນໄປໃນການທີ່ຈະໃຊ້ງານກັບສາຍເຄເບິ່ນ ຂອງທີວີດິຈິຕອນໃນເວລານັ້ນ ໃນຕອນທຳອິດພາສາ Java ໃຊ້ຊື່ວ່າ Oak ເພາະວ່າມີຕົ້ນໂອກຍື່ນອອກໄປທີ່ອອບຟິດຂອງ Gosling ຕໍ່ມາໃຊ້ຊື່ວ່າ Green ແລະ ໃນຕອນທ້າຍໃຊ້ຊື່ວ່າ Java ມີທີ່ມາຈາກກາແຟ Java (ນັ້ນເປັນເຫດຜົນວ່າເປັນຫຍັງເຮົາເຫັນໂລໂກ້ຂອງພາສາ Java ມີຮູບຖ້ວຍກາແຟຢູ່)
ໃນການຂຽນໂປຣແກຣມໃນພາສາ Java ເຮົາຕ້ອງການ Java Compiler ເພື່ອເຮັດການແປງໂຄ້ດຂອງໂປຣແກຣມທີ່ຂຽນເປັນ bytecode ເພື່ອນນຳໄປຣັນໃນແຕ່ລະແພດຟອມ ໂດຍເອີນວ່າ Java Platform (JDK) ເຊິ່ງປະກອບໄປດ້ວຍຄອມໄພເລີ້ໃນການແປງໂຄ້ດພາສາ Java ໃຫ້ເປັນ Bytecode ແລະ Java virtual machine (JVM) ສຳລັບການຣັນໂປຣແກຣມຂອງພາສາ Java ໃນແຕ່ລະແພດຟອມ ສຳລັບໃນບົດຮຽນນີ້ເຮົາຈະໃຊ້ IDE ໃນການພັດທະນາເພື່ອຄວາມສະດວກ ແລະ ວ່ອງໄວ
Integrated Development Environment (IDE) ຄືເຄື່ອງມືໃນການພັດທະນາໂປຣແກຣມ ທີ່ປະກອບໄປດ້ວຍເຄື່ອງມືຕ່າງໆ ທີ່ຊ່ວຍອຳນວຍຄວາມສະດວກໃຫ້ໂປຣແກຣມເມີ້ ພັດທະນາໂປຣແກຣມໄດ້ງ່າຍຂຶ້ນ ເຊິ່ງໂດຍທົ່ວໄປມັນມັກຈະປະກອບໄປດ້ວຍ Text Editor ຄອມໄພລເລີ້ ແລະ ການ Build ອັດຕະໂນມັດ ແລະ Debugger
ເຮົາສາມາດເລືອກໃຊ້ IDE ຫຍັງກໍ່ໄດ້ທີ່ເຮົາຕ້ອງການ ແລະ ຖ້າຫາກເຮົາຍັງເປັນມືໃໝ່ກັບການຂຽນໂປຣແກຣມພາສາ Java ເຮົາແນະນຳ ໃຫ້ເຈົ້າໃຊ້ NetBeans ເຮົາສາມາດດາວນ໌ໂຫຼດໂປຣແກຣມໄດ້ທີ່ນີ້ ແລະ ເລືອກ Java EE ສຳລັບການດາວໂຫຼດ
ຮຽນວິທິການຕິດຕັ້ງ, ການໃຊ້ງານ , ແລະ ການຕັ້ງຄ່າເບື້ອງຕົ້ນ