Home / Premier pro / ການເຄື່ອນໄຫວກ້ອງຖ່າຍຮູບ
ການເຄື່ອນໄຫວກ້ອງຖ່າຍຮູບ (Camera Movement)
ການເຄື່ອນໄຫວກ້ອງໃນລະຫວ່າງການຖ່າຍຈະຊ່ວຍເພີ່ມຄວາມໜ້າສົນໃຈ ແລະ ສະແດງເລື່ອງລາວຄວາມຫມາຍໄດ້ດີນອກເໜືອຈາກຕົວວັດຖຸເຄື່ອນໄຫວ ຫຼື ອາດເຄື່ອນໄຫວທັງ 2 ຢ່າງ ພ້ອມໆກັນ ການເຄື່ອນໄຫວຂອງກ້ອງມີຫຼາແບບ ດັ່ງນີ້
ໝາຍເຖິງ ການເຄື່ອນທີ່ຂອງກລ້ອງຕາມແນວນອນໄປທາງຊ້າຍ (Pan left) ຫຼື ໄປທາງຂວາ (Pan right) ເພື່ອໃຫ້ເຫັນວັດຖຸຕາມແນວກວ້າງ ຫຼື ເມື່ອຕ້ອງການນຳຜູ້ຊົມໄປຍັງຈຸດໜ້າສົນໃຈ ຫຼື ທີ່ຕ້ອງການ
ເພື່ອໃຫ້ເຫັນພາບທີ່ຢູ່ທາງນອກພາບໃນຂະນະນັ້ນ
ເພື່ອຕ້ອງການຕິດຕາມການເຄື່ອນໄຫວວັດຖຸ
ເພື່ອໃຫ້ເຫັນປະຕິກິລິຍາຕອບໂຕ້ກັນ
ເພື່ອຕ້ອງການການປ່ຽນສາກ
ການເຄື່ອນກ້ອງຕາມແນວດິ່ງ ຈາກລຸ່ມຂຶ້ນເທິງ (Tilt Up) ແລະ ຈາກເທິງລົງລຸ່ມ (Tilt Down) ເພື່ອໃຫ້ເຫັນວັດຖຸຕາມແນວຕັ້ງເຊັ່ນ ພາບອາຄານສູງ ຫຼື ນຳຜູ້ຊົມໄປຍັງຈຸດທີ່ຕ້ອງການ
ເພື່ອໃຫ້ເຫັນຕຳແໜ່ງທີ່ຕັ້ງຂອງສິ່ງຕ່າງໆ ໂດຍສຳພັນກັນ
ເພື່ອໃຫ້ເຫັນວັດຖຸທີ່ຍາວ ຫຼື ສູງເກີນລັດສະໝີກ້ອງ
ເພື່ອຕ້ອງການປັບອົງປະກອບພາບ
ການດັນເຂົ້າຈະເຮັດໃຫ້ກລ້ອງເຂົ້າໃກ້ວັດຖຸຫລາຍຂຶ້ນ ໂດຍທັ່ວໄປດ້ວຍການເຄື່ອນໄຫວຂອງກລ້ອງ Dolling ຫຼື Steadicam ພຸດອິນສາມາດດຶງຄວາມສົນໃຈຂອງຜູ້ຊົມໄປທີ່ລາຍລະອຽດສະເພາະໄດ້ ທີມຜູ້ສ້າງຍັງໃຊ້ເຕັກນິກການດັນເຂົ້າຫາຕົວລະຄົນເພື່ອພະຍາຍາມວ່າເກີດຫຍັງຂຶ້ນພາຍໃນ ນີ້ອາດເປັນປະຕິກິຣິຍາ ຂະບວນການຄິດ ຫຼື ຄວາມຂັດແຍ້ງພາຍໃນ ຂອງກລ້ອງ Dolling ກັບການຖ່າຍພາບນິ່ງເພື່ອສະແດງຜົນກະທົບຕໍ່ສາກ
ໝາຍເຖິງ ການປ່ຽນຄວາມຍາວການໂຟກັດຂອງເລນ ໃນຂະນະທີ່ຖ່າຍພາບໂດຍການໃຊ້ເລນຊູມ (Zoom lens) ເຮັດໃຫ້ມຸມພາບ (Angle of view) ປ່ຽນໄປ ຖ້າປ່ຽນຄວາມຍາວໂຟກັດສັ້ນລົງ (ໂດຍຫັດກະບອກເລນໃຫ້ສັ້ນເຂົ້າ) ມຸມຈະກວ້າງ ແຕ່ຖ້າປັບຄວາມຍາວໂຟກັດໃຫ້ຍາວຂຶ້ນ (ໂດຍດຶງກະບອກເລນໃຫ້ຍາວອອກໄປ) ມຸມພາບຈະແຄບລົງ ດັ່ງນັ້ນການຊູມຈະຊ່ວຍປ່ຽນຂະໜາດຂອງວັດຖຸໃຫ້ໃຫຍ່ຂຶ້ນ (Zoom In) ຫຼື ປ່ຽນຂະໜາດຂອງວັດຖຸໃຫ້ນ້ອຍລົງ (Zoom Out) ໄດ້ໂດຍຕັ້ງຂາຕັ້ງກລ້ອງບໍ່ຕ້ອງປ່ຽນຕໍາແໜ່ງກລ້ອງໄປ
ເພື່ອຕ້ອງການປ່ຽນຂະໜາດຂອງວັດຖຸຢ່າງຊ້າໆ
ເມື່ອຕ້ອງການໃຫ້ຜູ້ເບິ່ງສົນໃຈວັດຖຸນັ້ນ
ເມື່ອຕ້ອງການໃຫ້ເຫັນວັດຖຸຢ່າງຊັດເຈນ
ເພື່ອໃຫ້ບັງເກີດຜົນທີ່ໜ້າຕື່ນໃຈ
ໝາຍເຖິງ ການເຄື່ອນກລ້ອງຕິດຕາມ ຄວາມເຄື່ອນໄຫວຂອງສິ່ງທີ່ຖ່າຍ ຫຼື ສາກທີ່ມີໄລຍະທາງຍາວໃນທິດທາງກົງ ຫຼື ທາງອ້ອມໄປອ້ອມຮອບສິ່ງທີ່ຖ່າຍ ການເຄື່ອນໄຫວກລ້ອງເຂົ້າຫາວັດຖຸ ເອີ້ນວ່າ Dolly in ແລະ ການເຄື່ອນໄຫວກລ້ອງອອກຈາກວັດຖຸ ເອີ້ນວ່າ Dolly out ຜົນຂອງການດອນລີ່ (Dolly) ຈະຄ້າຍຊູມ (Zoom) ຄື ຂະໜາດຂອງວັດຖຸຈະປ່ຽນແປງໄປຕາໄລຍະຂອງການດອນລີ່ ແຕ່ຈະແຕກຕ່າງກັນກົງ ສ່ວນປະກອບຕ່າງໆໃນພາບກ່ຽວກັບໄລຍະທາງລະຫວ່າງວັດຖຸກັບສາກໜ້າແລະສາກຫຼັງ ຈະປ່ຽນແປງໄປຕາມການເຄື່ອນໄຫວຂອງກລ້ອງ ຄົນດຸຈະສາມາດຮູ້ເຖິງມິຕິຂອງຄວາມເລິກຫລາຍກວ່າພາບທີ່ເກີດຈາກການຊູມ
ເພື່ອສ້າງຄວາມຕື່ນເຕັ້ນ
ເມື່ອຕ້ອງການຕິດຕາມການເຄື່ອນໄຫວ
ເພື່ອໃຫ້ມີມຸມມອງພາບທີ່ຫຼາກຫຼາຍແບບ
ເມື່ອຕ້ອງການປັບປ່ຽນອົງປະກອບພາບ
ໝາຍເຖິງ ການເລື່ອນໄຫວກລ້ອງໄປດ້ານຊ້າຍໃຫ້ຂະໜາດກັບວັດຖຸໄປທາງຊ້າຍ ເອີ້ນວ່າ Trucking ຫຼື ໄປທາງຂວາ ຮຽກວ່າ Tracking ຊຶ່ງຜົນຈະຄ້າຍກັບການແພນ ແຕ່ການຈະຊ່ວຍໃຫ້ເກີດການປ່ຽນແປງມິຕິເລື່ອງຄວາມເລິກຂອງ ພາບໄດ້ດີກວ່າ ຄ້າຍໆກັບຄວາມຮູ້ສຶກຂອງເຮົາເບີ່ງອອກໄປນອກປະລົດຂະນະທີ່ເຄື່ອນທີ່ໄປ
ໝາຍເຖິງ ການເຄື່ອນໄຫວກລ້ອງໃນແນວສຽງເປັນຮູບເຄິ່ງວົງມົນ ໄປທາງຊ້າຍ (Arc left) ຫຼື ໄປທາງຂວາ (Arc right) ເພື່ອປ່ຽນມຸມກລ້ອງໄປທາງດ້ານຂ້າງຂອງວັດຖຸ
ໝາຍເຖິງ ການຖ່າຍພາບພ້ອມກັບຂາຕັ້ງກລ້ອງໃນແນວຕັ້ງ ເອີ້ນວ່າ ‘ບູມ’ ຖ້າເລື່ອນຂຶ້ນ ເອີ້ນວ່າ Boom Up ສ່ວນເລື່ອນລົງ ເອີ້ນວ່າ Boom Down ແລະ ຖ້າເຄື່ອນກລ້ອງຂຶ້ນລົງໂດຍໃຊ້ເຄນ ເອີ້ນວ່າ Crane Up ແລະ Crane Down ເມື່ອຕ້ອງການເຄື່ອນກລ້ອງລົງດ້ວຍເຄນ ວັດຖຸປະສົງເພື່ອຕ້ອງການຄົງມຸມກລ້ອງທີ່ຕ້ອງການຈາກມຸມສູງ ແລະ ຕ່ຳຢ່າງຕໍ່ເນື່ອງ
ບາງເທື່ອການເຄື່ອນໄຫວຂອງກລ້ອງບໍ່ໄດ້ຖືກກະຕຸ້ນໂດຍການກະທຳຂອງຕົວລະຄອນ ແຕ່ເປັນປະສົບການຂອງຜູ້ຊົມ ຜູ້ສ້າງຮູບເງົາມັກຈະເພີ່ມການເຄື່ອນໄຫວແບບສຸ່ມໃຫ້ກັບຊັອດຜ່ານການສັ່ນຂອງກລ້ອງຜ່ານຊັອດມືຖືເພື່ອເພີ່ມຄວາມເຂ້ມຂົ້ນຂອງສາກ ເມື່ອໃຊ້ຢ່າງລະອຽດຫລາຍຂຶ້ນ ການເຄື່ອນໄຫວແບບສຸ່ມສາມາດສ້າງອວິໄສໃຫ້ກັບຜູ້ຟັງໄດ້ ມັກໃຊ້ໃນຮູບເງົາສ້າງຈາກເຫດການຈິງ ເມື່ອໃຊ້ຮ່ວມກັບການຊູມຕາມໃຈ ການເຄື່ອນໄຫວແບບສຸ່ມໃນ The Big Short ໃຫ້ອາລົມເຊີ່ງສາລະຄະດີແບບມີສະໄຕສ໌