Home / ພື້ນຖານ Java / ໂຄງສ້າງຂອງພາສາ Java
ໂຄງສ້າງພື້ນຖານຂອງພາສາ Java ແລະ ຮູບແບບຕ່າງໆ ໃນການໃຊ້ງານຂອງພາສາຈາວາ ເຮົາຈະມາເລີ່ມຕົ້ນກັບໂປຣແກຣມສຸດຄາດສິກນັ້ນກໍ່ຄືໂປຣແກຣມ Hello World Program
Hello World Program ເປັນໂປຣແກຣມອັນດັບທຳອິດທີ່ໂປຣແກຣມເມີ້ທຸກຄົນຈະໄດ້ຂຽນ ມັນເປັນໂປຣແກຣມທີ່ສະແດງຂໍ້ຄວາມວ່າ "Hello World!" ອອກທາງໜ້າຈໍຄອມພິວເຕີຂອງເຮົາ ຖ້າເຮົາສ້າງໂປຣເຈັກຂອງເຮົາແລ້ວໃຫ້ຂຽນໂຄດ
// Hello World Program
public class HelloWorld {
public static void main (String[] args) {
System.out.println("Hello World!");
}
}
ໝາຍເຫດ: ໃນການສ້າງຄາດ ຊື່ໄຟລ໌ຂອງເຮົານັ້ນຕ້ອງໃຫ້ກົງກັບ ຊື່ຂອງຄາດໃນໂປຣແກຣມ ເຊັ່ນ ຕົວຢ່າງຄາດທີ່ມີຊື່ວ່າ HelloWorld ໄຟລ໌ໂປຣແກຣມຂອງເຮົາຕ້ອງມີຊື່ວ່າ HelloWorld.java
Hello World!
ຕໍ່ໄປລອງປ່ຽນຂໍ້ຄວາມ Hello World! ໃຫ້ເປັນຂໍ້ຄວາມໃໝ່ທີ່ເຮົາຕ້ອງການ ເພື່ອເບິ່ງຜົນລັບວ່າມັນຈະເກີດຫຍັງຂື້ນ ແລະ ຈາກຕົວຢ່າງຂອງໂປຣແກຣມຂ້າງເທິງ ມັນມີສ່ວນປະກອບທີ່ສຳຄັນດັ່ງນີ້
Package: ເປັນກຸ່ມຂອງຄາດ ຫລື ໄລບາຣີ່ມາດຕະຖານຂອງພາສາ Java ທີ່ມີຟັງກ໌ຊັ່ນຕ່າງໆ ໃຫ້ໃຊ້ຢ່າງຫລວງຫຼາຍ ໃນຕົວຢ່າງນັ້ນບໍ່ມີ ເຮົາຈະເວົ້າກ່ຽວກັບເລື່ອງນີ້ໃນພາຍຫຼັງ
Class: ໃນສ່ວນຂອງການປະກາດຄາດ ຈະຕ້ອງປະກາດຄາດໃຫ້ຊື່ກົງກັບໄຟລ໌ສະເໝີ ນອກຈາກ Inner ຄາດທີ່ຢູ່ໃນຄາດດຽວກັນ ໂດຍຊື່ຄາດນັ້ນຄວນຈະຂຶ້ນຕົ້ນດ້ວຍຕົວພິມໃຫຍ່ ແລະ ຖ້າມີຫຼາຍຄຳໃຫ້ໃຊ້ຕົວພິມໃຫຍ່ແບ່ງກັນໄປ ດັ່ງຕົວຢ່າງດ້ານລຸ່ມ
public class ClassName {
...
}
Method: ຫຼັງຈາກຄາດສ້າງແລ້ວ ຈະເປັນປະກາດເມຕອດພາຍໃນຄາດ ໂດຍໃນການທີ່ຈະຣັນໂປຣແກຣມໄດ້ຈະຕ້ອງມີເມຕອດທີ່ຊື່ວ່າ Main ດັ່ງຕົວຢ່າງໃນໂປຣແກຣມດ້ານເທິງ ມັນເປັນຄຳສັ່ງທຳອິດທີ່ໂປຣແກຣມຈະເຣີ່ມເຮັດວຽກ
public static void main (String[] args) {
...
}
Statements: ເປັນຄຳສັ່ງຂອງໂປຣແກຣມເພື່ອໃຫ້ໂປຣແກຣມເຮັດວຽກຕາມຕ້ອງການ ເຊັ່ນ System.out.println("Hello World!"); ເປັນການສະແດງຜົນຂໍ້ຄວາມອອກທາງໜ້າຈໍ ໂດຍປົກກະຕິໂປຣແກຣມມັກຈະມີຫຼາຍຄຳສັ່ງ
public static void main (String[] args) {
System.out.println("Hello World!");
}
ຄອມເມັ້ນ ຄືການເຮັດເຄື່ອງໝາຍສຳລັບໃຫ້ໂປຣແກຣມເມີ້ເຂົ້າໃຈໂປຣແກຣມຂອງພວກເຮ ົາຫຼາຍຂຶ້ນ ຫລື ປ້ອງກັນໃນກໍ່ລະນີທີ່ອາດຈະເກີດການລືມໄດ້ ການຄອມເມັ້ນນັ້ນຈະເປັນຄຳສັ່ງທີ່ບໍ່ມີຜົນຕໍ່ການເຮັດວຽກງານຂອງໂປຣແກຣມ ແລະ ຄອມໄພເລີ້ຈະບໍ່ສົນໃຈຕໍ່ຄອມເມັ້ນ ມັນໃຊ້ສຳລັບມະນຸດເທົ່ານັ້ນ ນອກຈາກນີ້ຄອມເມັ້ນຍັງມີປະໂຫຍດຫຼາຍໃນກໍ່ລະນີທີ່ໂຄ້ດໂປຣແກຣມມີຈຳນວນຫຼາຍ ຂ້າງລຸ່ມເປັນຕົວຢ່າງການຄອມເມັ້ນໃນພາສາ Java
// Single line comment
/* Multiline comment1
Multiline comment2 */
ໝາຍເຫດ: ການຄອມເມັ້ນມີສອງແບບຄື Single line ແລະ Multiline ໂດຍແບບ Single line ໃຊ້ເຄື່ອງໝາຍ // ແລະ ຕາມດ້ວຍສິ່ງທີ່ຕ້ອງການຄອມເມັ້ນ ແລະ ສຳລັບການຄອມເມັ້ນແບບຫຼາຍບັນທັດ ໃຊ້ເຄື່ອງໝາຍ /* ຕາມດ້ວຍຄອມເມັ້ນ ແລະສີ້ນສຸດທີ່ */
ທຸກຄຳສັ່ງການເຮັດວຽກງານຂອງໂປຣແກຣມໃນພາສາ Java ຈະຈົບດ້ວຍເຄື່ອງໝາຍ Semicolon (;) ນັ້ນໝາຍຄວາມວ່າເຮົາສາມາດຂຽນໂປຣແກຣມແບບໃດກໍ່ໄດ້ ໂດຍຄອມໄພເລີ້ຈະຮູ້ອັດຕະໂນມັດວ່າສີ້ນສຸດຄຳສັ່ງນີ້ບອນໃດ ເຊັ່ນ
int a = 1;
int b = 2; int c = 3;
System.out.println(
a + b + b
);
ໝາຍເຫດ: ແຕ່ຂໍແນະນໍາໃຫ້ເຮົາຂຽນຄໍາສັ່ງລະ 1 ບັນທັດ ເພາະມັນເປັນວິທີທີ່ດີ ແລະ ເຮັດໃຫ້ໂຄ້ດຂອງເຮົາອ່ານງ່າຍ ແລະເປັນລະບຽບ
ໃນພາສາ Java ເຮົາສາມາດໃຊ້ White space ໄດ້ຢ່າງອິດສະຫລະຕາມທີ່ເຮົາຕ້ອງການ ໂດຍ White space ຈະປະກອບໄປດ້ວຍ Space bar Tab ແລະ Enter (return) ເພາະວ່າຄອມໄພເລີ້ກວດການສີ້ນສຸດຂອງຄຳສັ່ງດ້ວຍ ; ໃຊ້ while space ເຮັດໃຫ້ໂຄ້ດອ່ານເຂົ້າໃຈງ່າຍ ແລະ ເປັນລະບຽບ ຕົວຢ່າງ
int x = 1;
int y=2;
int z =
3;
ໝາຍເຫດ: ຈາກຕົວຢ່າງນັ້ນເປັນການປະກາດຕົວປ່ຽນທີ່ຖືກຕ້ອງ ແຕ່ເຮົາແນະນຳແບບຕົວປ່ຽນ x ຕໍ່ໄປໃຫ້ເຮົາສັງເກດການໃຊ້ງານ while space ທີ່ດີໃນຕົວຢ່າງໃນບົດຕໍ່ໆ ໄປ
Literals ຄືຄ່າຂອງຂໍ້ມູນ ທີ່ກຳນົດໃຫ້ກັບຕົວປ່ຽນ ເຮົາເອີ້ນມັນວ່າ Constant Literals ທຸກຄ່າທີ່ເປັນໄປໄດ້ ເຊັ່ນ "MarcusCode" ເປັນ String Literals 10 ເປັນ Integer Literals ຫລື true ເປັນ Boolean Literals ໂດຍ Literals ເປັນໄດ້ແຕ່ Primitive data type ເທົ່ານັ້ນ ຕົວຢ່າງການກຳນົດຄ່າຫລື Literals ໃຫ້ກັບຕົວປ່ຽນ
int age = 18;
String name = "Marcus";
float pi = 3.14f;
double money = 45.2;
Expression ເປັນການກະທຳລະຫວ່າງຕົວປ່ຽນ ກັບຕົວດຳເນີນການເພື່ອໃຫ້ໄດ້ຜົນລັບໃໝ່ ເຊັ່ນ 4 + 3 ເປັນ expression ຂອງການບວກເລກ ແລະ ໄດ້ໄດ້ຜົນລັບທ໌ເທົ່າກັບ 7 ຫລື 1 == 1 ເປັນ expression ຂອງການປຽບທຽບລະຫວ່າງຄ່າສອງຄ່າວ່າເທົ່າກັນ ຫລື ບໍ່ ແລະ ໄດ້ຜົນລັບທີເປັນ true ເຮົາຈະໄດ້ຮຽນກ່ຽວກັບຕົວດຳເນີນການໃນບົດຕໍ່ໄປ
Keyword ຄືຄຳທີ່ສະຫງວນໄວ້ໃນພາສາ Java ນັ້ນໝາຍຄວາມວ່າເຮົາບໍ່ສາມາດນຳຄຳເຫຼົ່ານີ້ໄດ້ ເພາະວ່າ Keyword ຖືກໃຊ້ໂດຍ ຄອມໄພເລີ ເພື່ອໃຫ້ມັນເຮັດວຽກໄດ້ສົມບູນ ດັ່ງນັ້ນເຮົາຈຶ່ງມບໍ່ສາມາດໃຊ້ຄຳສັບດັ່ງກ່ວາໄປໃຊ້ງານໄດ້ເຊັ່ນ:
ປະກາດເປັນຊື່ຕົວປ່ຽນ
ເມຕອດ
ຄາດໄດ້
EX: int a=10; ✔️ int for =10; ❌
ຂ້າງລຸ່ມນີ້ເປັນລິດຂອງ Keyword ໃນພາສາ Java
abstract
continue
for
new
switch
assert
default
goto
package
synchronized
boolean
do
if
private
this
break
double
implements
protected
throw
byte
else
import
public
throws
case
enum
instanceof
return
transient
catch
extends
int
short
try
char
final
interface
static
void
class
finally
long
strictfp
volatile
const
float
native
super
while