Home / ພື້ນຖານ Java / ອິນພຸດ ແລະ ເອົາພຸດພື້ນຖານ
ໃນການຂຽນໂປຣແກຣມນັ້ນ ສິ່ງທີ່ສຳຄັນຄື ການທີ່ໂປຣແກຣມສາມາດຕິດຕໍ່ກັບຜູ້ໃຊ້ ເຊິ່ງຈະມີໃນສອງລັກສະນະຄື Input ຄືການຮັບຂໍ້ມູນມາຈາກຜູ້ໃຊ້ ແລະ ນຳມາປະມວນຜົນໃນໂປຣແກຣມ ແລະ Output ຄືການສົ່ງຂໍ້ມູນກັບ ແລະ ສະແດງຜົນໃຫ້ກັບຜູ້ໃຊ້ ສຳລັບບົດຮຽນ Java ນີ້ ເຮົາຈະເວົ້າກ່ຽວກັບການຮັບຄ່າຂໍ້ມູນຈາກຄີບອດ ແລະ ສະແດງຜົນອອກທາງໜ້າຈໍຂອງຄອມພິວເຕີເທົ່ານັ້ນ ຢ່າງໃດກໍ່ຕາມມັນສາມາດມີໄດ້ຫຼາຍວິທີດັ່ງນີ້
ການສະແດງຜົນຂໍ້ມູນທີ່ງ່າຍທີ່ສຸດໃນການຂຽນໂປຣແກຣມພາສາ Java ເຮົາສາມາດໃຊ້ເມຕອດ System.out.println() ແລະ ເມຕອດ System.out.print() ເພື່ອສະແດງຂໍ້ຄວາມ ຕົວເລກ ແລະ ຄ່າອື່ນໄດ້ ສິ່ງທີ່ແຕກຕ່າງກັນຄືເມຕອດ System.out.println() ຈະຂຶ້ນບັນທັດໃໝ່ດ້ວຍ ມາເບິ່ງຕົວຢ່າງເພິ່ມເຕິມ
public class Output {
public static void main (String[] atgs) {
System.out.print("Kittisay");
System.out.println(" Tutorials");
int number = 10;
System.out.println("Number is " + number);
float f = 43.12f;
System.out.println("Floating number is " + f);
boolean a = true;
System.out.println(a);
}
}
ໝາຍເຫດ: ໃນໂປຣແກຣມເປັນການສະແດງຜົນໂດຍການໃຊ້ເມຕອດທັງສອງໃນການສະແດງຂໍ້ມູນປະເພດຕ່າງໆ ເຮົາຈະເຫັນວ່າຫຼັງຈາກສະແດງຄຳວ່າ "Kittisay" ໂປຣແກຣມບໍ່ຂຶ້ນບັນທັດໃໝ່ເພາະວ່າການເຮັດວຽກງານຂອງເມຕອດ System.out.print() ເຊິ່ງຈະໄດ້ຜົນລັບດັ່ງນີ້
Kittisay Tutorials
Number is 10
Floating number is 43.12
true
ໃນພາສາ Java ນັ້ນຕົວອັກສອນບາງຕົວນັ້ນບໍ່ສາມາດໃຊ້ ເພື່ອສະແດງຜົນໃນຮູບແບບປົກກະຕິໄດ້ ເພາະມັນໄດ້ຖືກນຳໄປໃຊ້ສຳລັບຮູບແບບໃນພາສາຈາວາ ຫລື ບໍ່ເໝາະສົມທີ່ຈະນຳມາໃຊ້ງານໂດຍກົງ ຈຶ່ງໄດ້ມີການກຳນົດສັນຍະລັກມາໃຊ້ງານແທນທີ່ເອີ້ນວ່າ Escape Sequence ຂຶ້ນມາທົດແທນ ເພື່ອໃຫ້ມັນນຳມາໃຊ້ໄດ້
ຕົວອັກສອນພິເສດ
\t
\b
\n
\r
\f
\'
\"
\\
ຊື່ເອີ້ນ
Tab
Backspace
Newline
Carriage
Formfeed
Single quote
Double quote
Bbackslash
ສັນຍາລັກການໃຊ້ງານ
[Tab]
[Backspace]
[Newline]
[Enter]
[Formfeed]
'
"
\
ໝາຍເຫດ: ໃນຕາຕະລາງຂ້າງເທິງ ເຮົາກໍ່ສາມາດນຳມາໃຊ້ຮ່ວມກັນກັບເມຕອດໃນການສະແດງຜົນໄດ້ເຊັ່ນກັນ ເຊັ່ນ \n ໃຊ້ສຳລັບຂຶ້ນບັນທັດໃໝ່ ຫລື \t ສຳລັບ Tab ມາເບິ່ງຕົວຢ່າງການໃຊ້ງານ
public class EscapeCharacters {
public static void main (String[] atgs) {
// using newline (\n)
System.out.print("Today, I went to a beach.\n");
System.out.print("I see a lot of people in this\nweekend.");
System.out.print("\n");
// using tab (\t)
System.out.println("KittisayCode\ttutorials");
System.out.println("is the best\ttutorial.");
}
}
ຈາກຕົວຢ່າງເປັນການໃຊ້ Escape Characters ໃນພາສາ Java ສັງເກດໃນໂຄ້ດທີ່ມີຕົວໜາ ເຊິ່ງມັນຈະເຮັດໃຫ້ໄດ້ຜົນລັບດັ່ງນີ້
Today, I went to a beach.
I see a lot of people in this
weekend.
KittisayCode tutorials
is the best tutorial.
ຕອນນີ້ເຮົາສາມາດສະແດງບັນທັດໃໝ່ໄດ້ດ້ວຍ Newline (\n) ເຈົ້າຈະເຫັນວ່າມັນຄ່ອນຂ້າງຍາກໃນການໃຊ້ງານ ດັ່ງນັ້ນເມທອດ System.out.println() ຈຶ່ງຊ່ວຍໃຫ້ເຈົ້າບໍ່ຕ້ອງໃສ່ \n ທຸກເທື່ອນັ້ນເອງ ແລະ ຈັດຮູບແບບການສະແດງຜົນໃຫ້ກົງກັນດ້ວຍ Tab (\t)
ຫຼັງຈາກທີ່ໄດ້ຮຽນຮູ້ການສະແດງຜົນແລ້ວ ຕໍ່ໄປເປັນການຮັບຂໍ້ມູນຈາກຜູ້ໃຊ້ຜ່ານທາງຄີບອດຂອງຄອມພິວເຕີ ໂດຍໃນພາສາ Java ນັ້ນມີຄາດ Scanner ທີ່ຊ່ວຍອຳນວຍຄວາມສະດວກໃນເລື່ອງນີ້ ມາເບິ່ງຕົວຢ່າງການໃຊ້ງານ
import java.util.Scanner;
public class GettingInput {
public static void main (String[] atgs) {
Scanner sn = new Scanner(System.in);
String name;
int number;
System.out.println("\tGreeting program");
System.out.print("Enter your name: ");
name = sn.next();
System.out.print("Enter your favorite number: ");
number = sn.nextInt();
System.out.print("Hello " + name);
System.out.println(", your favorite number is " + number);
}
}
ໝາຍເຫດ: ຈາກຕົວຢ່າງດ້ານເທິງ ເປັນໂປຣແກຣມທັກທາຍ ໂດຍຈະໃຫ້ຜູ້ໃຊ້ປ້ອນຊື່ ແລະ ເລກຈຳນວນເຕັມທີ່ມັກ ແລະ ໂປຣແກຣມຈະສະແດງຂໍ້ຄວາມທັກທາຍແລ້ວບອກວ່າເລກທີ່ເຮົາມັກຄືເລກຫຍັງ ເຮົາເລີ່ມຕົ້ນສ້າງອອບເຈັກຈາກຄາດ Scanner ດ້ວຍຄຳສັ່ງ
Scanner sn = new Scanner(System.in);
ແມ່ນການໃສ່ອາກິວເມັ້ນ(argument) ທີ່ມີຊື່ວ່າ System.in ສຳລັບການຮັບຄ່າຈາກຄີບອດ ແລະ ໃນການໃຊ້ຄາດນີ້ ເຮົາຈະຕ້ອງກໍ່ການ import package library ຂອງພາສາ Java ເຂົ້າມາໃດໂປຣແກຣມ ໂດຍການໃຊ້ຄຳສັ່ງ import ເຮັດການນຳເຂົ້າ package ມາຍັງໂປຣແກຣມຂອງເຮົານັ້ນເອງ
import java.util.Scanner;
ຕໍ່ໄປເຮົາໃຊ້ເມຕອດ sn.next(); ໃນການອ່ານຄ່າຊື່ເຂົ້າມາໃນຕົວແປຣ name ແລະ ອ່ານຄ່າຕົວເລກດ້ວຍເມຕອດ sn.nextInt(); ມາເກັບໄວ້ໃນຕົວແປຣ number ໃນການຮັບຄ່ານັ້ນເມື່ອກົດປຸ່ມ Return ຈະເປັນການສີ້ນສຸດການຮັບຄ່າຂອງຄຳສັ່ງນັ້ນ ແລະ ຄ່າທີ່ຮັບເຂົ້າມາຄວນຖືກຕ້ອງໃນຮູບແບບຂອງເມຕອດທີ່ເອີ້ນມາໃຊ້ງານ
ໝາຍເຫດ: sn.nextInt() ທີ່ເຮົາເຫັນນັ້ນຄືການໂປຣແກຣມແບບອອບເຈັກທີ່ເຮົາຈະໄດ້ຮຽນໃນພາຍຫຼັງຂອງບົດຮຽນນີ້ ໃນຕອນນີ້ມີແຕ່ເຂົ້າໃຈວ່າມັນຄືວິທີໃນການຮັບຂໍ້ມູນ ບໍ່ຕ້ອງກັງວົນກ່ຽວກັບເລື່ອງນີ້ຖ້າເຮົາຍັງບໍ່ເຂົ້າໃຈໃນຕອນນີ້
Greeting program
Enter your name: Kittisay
Enter your favorite number: 16
Hello Marcus, your favorite number is 16
ຍັງມີເມຕອດຕ່າງໆ ອີກໃນຄາດ Scanner ທີ່ເຮົາສາມາດໃຊ້ໄດ້ ເຊັ່ນ ເມຕອດ nextFloat() ຮັບຄ່າຕົວເລກທົດສະນິຍົມ ຫລືເມຕອດ nextLine() ຮັບຄ່າ String ເທື່ອລະບັນທັດ ເຮົາສາມາດເບິ່ງໄດ້ໂດຍການໃຊ້ Auto Suggestion ໃນ IDE ທີ່ເຮົາໃຊ້ ໂດຍການພິມ sn. ແລ້ວຈະມີເມຕອດ ແລະ property ຕ່າງສະແດງຂຶ້ນມາໃຫ້ເຮົາເລືອກໃຊ້ພ້ອມຄຳອະທິບາຍການໃຊ້ງານເຮົາໃຊ້ເຄັດລັບນີ້ໄດ້ກັບທຸກໆເທື່ອໃນບົດຮຽນນີ້
ຄຸນສົມບັດ
nextBoolean()
nextByte()
nextDouble()
nextFloat()
nextInt()
nextLine()
nextLong()
nextShort()
ຄຳອະທິບາຍ
ອ່ານຄ່າ boolean ຈາກຜູ້ໃຊ້
ອ່ານມູນຄ່າ byte ຈາກຜູ້ໃຊ້
ອ່ານມູນຄ່າ double ຈາກຜູ້ໃຊ້
ອ່ານຄ່າ float ຈາກຜູ້ໃຊ້
ອ່ານຄ່າ int ຈາກຜູ້ໃຊ້
ອ່ານມູນຄ່າ String ຈາກຜູ້ໃຊ້
ອ່ານມູນຄ່າຍາວຈາກຜູ້ໃຊ້
ອ່ານຄ່າສັ້ນຈາກຜູ້ໃຊ້