Home / Server Side / ຖານຂໍ້ມູນ MySQL / ການນຳໃຊ້ພາສາ SQL
ຄືໂປຣແກຣມ Apache web server ໄວ້ຈຳລອງ web server ເພື່ອໄວ້ທົດສອບ ສະຄິບ ຫລື ເວັບໄຊໃນເຄື່ອງຂອງເຮົາ ໂດຍທີ່ບໍ່ຕ້ອງເຊື່ອມຕໍ່ອິນເຕີເນັດ ແລະ ບໍ່ຕ້ອງມີຄ່າໃຊ້ຈ່າຍໃດໆ ງ່າຍຕໍ່ການຕິດຕັ້ງ ແລະ ໃຊ້ງານໂປຣ ແກຣມ Xampp ຈະມາພ້ອມກັບ PHP ພາສາສຳລັບພັດທະນາເວັບແອບພິເຄຊັ່ນທີ່ເປັນທີ່ນິຍົມ , MySQL ຖານຂໍ້ມູນ, Apache ຈະເຮັດຫນ້າທີ່ເປັນເວັບ ເຊິຣ໌ຟເວີຣ໌, Perl ອີກທັງຍັງມາພ້ອມກັບ OpenSSL , phpMyadmin (ລະບົບບໍລິຫານຖານຂໍ້ມູນທີ່ພັດທະນາໂດຍ PHP ເພື່ອໃຊ້ເຊື່ອມຕໍ່ໄປຍັງຖານຂໍ້ມູນ ສະໜັບສະໜູນຖານຂໍ້ມູນ MySQL ແລະ SQLite ໂປຣແກຣມ Xampp ຈະຢູ່ໃນຮູບແບບຂອງໄຟລ໌ Zip, tar, 7z ຫລື exe ໂປຣແກຣມ Xampp ຢູ່ພາຍໃຕ້ໃບອະນຸຍາດຂອງ GNU General Public License ແຕ່ບາງເທື່ອອາດຈະມີການປ່ຽນແປງເລື່ອງຂອງລິຄະສິດໃນການໃຊ້ງານ ຈຶ່ງຄວນຕິດຕາມ ແລະ ກວດສອບໂປຣແກຣມຕະຫຼອດເວລາ
ໂປຣແກຣົມ XAMPP ສາມາດໃຊ້ງານໄດ້ 4 OS ໄດ້ແກ່
Windows ສາມາດໃຊ້ງານໄດ້ກັບ windows 2000, 2003, xp, vista, windows 7 ແລະ windows 10
Linux ສຳລັບ SuSE, RedHat, Mandrake, Debian ແລະ Ubuntu
Mac OS X
Solaris ສຳລັບ Solaris 8 ແລະ Solaris 9
ການເອີ້ນໃຊ້ງານ Xampp control panel
ເປີດ Xampp ຂື້ນມາ
2. ຈະສະແດງໜ້າຕ່າງຂອງ Xampp ໃຫ້ເຮົາເປີດການເຮັດວຽກຂອງ MySQL ຈາກນັ້ນໃຫ້ເລືອກທີ່ Shell
3. ເມື່ອກົດ Shell ແລ້ວຈະສະແດງໜ້າຕ່າງ Cmd ຂອງ Xampp for Windows ຂື້ນມາ
1
2
3
4
5
dir
cd
cls
Color
Help
ສະແດງລາຍການໄຟລ໌ ແລະ ໄດເຣັກທໍຣີຍ່ອຍໃນໄດເຣັກທໍຣີ
ສະແດງຊື່ ຫລື ປ່ຽນໄດເຣັກທໍຣີປັດຈຸບັນ
ລ້າງໜ້າຈໍ
ຕັ້ງຄ່າຄອນໂຊເລີ່ມຕົ້ນ ແລະ ສີພື້ນຫຼັງ
0 = Black 8 = Gray
1 = Blue 9 = Light Blue
2 = Green A = Light Green
3 = Aqua B = Light Aqua
4 = Red C = Light Red
5 = Purple D = Light Purple
6 = Yellow E = Light Yellow
7 = White F = Bright White
ແມ່ນຄຳສັ່ງຊ່ວຍເຫຼືອ ເພື່ອບອກເຖິງຄຳສັ່ງຕ່າງໆ ມີໜ້າທີ່ຫຍັງແດ່
dir
cd ..
cls
Color 2
Color 3
Help color
1.ໃຫ້ເຮົາໃຊ້ຄຳສັ່ງປ່ຽນໄດເຣັກທໍລີ ເພື່ອເຂົ້າໄປທີ່ c:\xampp\mysql\bin ເພື່ອໃຂ້ໃຊ້ງານ MySQL
2. ຈາກນັ້ນໃຫ້ເຮົາພິມຄຳສັ່ງເຂົ້າໃຊ້ງານ MySQL ດັ່ງນີ້ mysql -uroot -p123
3. ໃຫ້ເຮົາກົດປຸ່ມ Enter ເພື່ອເຂົ້າສູ່ MySQL ດັ່ງຮູບລຸ່ມນີ້