Home / Server Side / ຖານຂໍ້ມູນ MySQL / ຄຳສັ່ງ MySQL
show databases ເປັນຄຳສັ່ງທີ່ເຮົາໃຊ້ໄປເພື່ອສະແດງຖານຂໍ້ມູນທັງໝົດພາຍໃນເຄື່ອງຄອມພິວເຕີຂອງເຮົາ ວ່າມີຖານຂໍ້ມູນຫຍັງແດ່ເພື່ອໃຫ້ເຮົາ ເລືອກຖານຂໍ້ມູນທີ່ຈະໄປໃຊ້ງານຕໍ່ໄປ
ຕົວຢ່າງ: show databases;
use databaseName ເປັນຄຳສັ່ງເລືອກໃຊ້ງານຖານຂໍ້ມູນທີ່ເຮົາຕ້ອງການໃຊ້ງານ ເປັນຈຳສັ່ງທີ່ເຮົາຈຳເປັນຕ້ອງໄດ້ຂຽນສະເໝີ ເມື່ອຕ້ອງການໃຊ້ງານຖານຂໍ້ມູນ ໃນກໍລະນີທີ່ເຮົາຕ້ອງການ ສະຫຼັບໄປໃຊ້ງານຖານຂໍ້ມູນອື່ນ ເຮົາກໍ່ໃຊ້ຄຳສັ່ງ use ຕາດ້ວຍຊື່ຖານຂໍ້ມູນຈາມທີ່ເຮົາຕ້ອງການ
ຕົວຢ່າງ: use test;
Create database ຊື່ຖານຂໍ້ມູນທີ່ຕ້ອງການສ້າງ ເປັນຄຳສັ່ງທີ່ໃຊ້ໄວ້ສ້າງຖານຂໍ້ມູນຂື້ນມາໃຊ້ງານຖືວ່າເປັນຄຳສັ່ງທີ່ເປັນທີ່ນິຍົມໃຊ້ງານເປັນອັນດັບຕົ້ນ ເມື່ອເຮົາຕ້ອງການສ້າງຖານຂໍ້ມູນຂື້ນມາໃໝ່ ທີ່ສຳຄັນຊື່ທີ່ເຮົາສ້າງຂື້ມມາໃໝ່ນັ້ນຕ້ອງຮັບປະກັນວ່າຕ້ອງບໍ່ໍຊໍ້າກັບຊື່ຖານຂໍ້ມູນທີ່ມີຢູ່ແລ້ວ
ຕົວຢ່າງ: Create database db_student;
ລອງຂຽນຄຳສັ່ງສະແດງຖານຂໍ້ມູນຈະເຫັນວ່າຖານຂໍ້ມູນຖືກສ້າງຂື້ນມາແລ້ວ
ຕົວຢ່າງ: show databases;
ລອງທົດສອບຂຽນຄຳສັ່ງສ້າງຖານຂໍ້ມູນອີກຄັ້ງໂດຍໃຊ້ຊື່ຖານຂໍ້ມູນເປັນ db_Student ຄືເກົ່າຈະເຫັນວ່າມີ Error ສະແດງຂື້ນມາບອກວ່າ ບໍ່ສາມາດສ້າງຖານຂໍ້ມູນ db_student ເພາະວ່າຖານຂໍ້ມູນນີ້ມີຢູ່ແລ້ວ (Can't create database 'db_student'; database exists)
Drop database ຕາມດ້ວຍຊື່ຂອງຖານຂໍ້ມູນ ເປັນຄຳສັ່ງທີ່ໃຊ້ໄວ້ລົບຖານຂໍ້ມູນທີ່ເຮົາບໍ່ຕ້ອງການອອກຈາກເຄື່ອງຄອມພິວ້ຕີຂອງເຮົາ
ຕົວຢ່າງ: Drop database db_student;
Show tables ເປັນຄຳສັ່ງທີ່ໃຊ້ໄວ້ສະແດງຕາຕະລາງທັງໝົດໃນຖານຂໍ້ມູນທີ່ເຮົາກຳລັງໃຊ້ງານຢູ່ໃນປະຈຸບັນ
ຕົວຢ່າງ: show tables;
ຖ້າວ່າຖານຂໍ້ມູນໃດຍັງບໍ່ທັນມີຕາຕະລາງລະບົບກໍ່ຈະສະແດງຄຳວ່າ Empty set (0.001 sec)