Home / Server Side / ຖານຂໍ້ມູນ MySQL / ຄຳສັ່ງ Queries
ຄຳສັ່ງ INSERT ໃຊ້ເພື່ອຈັດເກັບ ຫຼື ເພີ່ມຂໍ້ມູນໃນຕາຕະລາງ MySQL ພາຍໃນຖານຂໍ້ມູນ ເຮົາສາມາດເພີ່ມບັນທຶກໄດ້ສອງວິທີດັ່ງນີ້
ເພີ່ມແຖວດຽວ
ເພີ່ມຫຼາຍແຖວ
Syntax: ເພີ່ມແຖວດຽວ
INSERT INTO table_name ( field1, field2,...fieldN )
VALUES
( value1, value2,...valueN );
ໝາຍເຫດ: ຊື່ຟິລເປັນທາງເລືອກ ຫາກເຮົາຕ້ອງການລະບຸຄ່າບາງສ່ວນ ຊື່ຟິລເປັນຂໍ້ມູນບັງຄັບ ນອກຈາກນີ້ຢັງຊ່ວຍໃຫ້ແນ່ໃຈວ່າຊື່ຄໍລໍາ ແລະ ຄ່າຄວນຄືກັນ ນອກຈາກນີ້ ຕຳແໜ່ງຂອງຄໍລໍາ ແລະ ຄ່າທີ່ກ່ຽວຂ້ອງຈະຕ້ອງຄືກັນ
Syntax: ເພີ່ມຫຼາຍແຖວ
INSERT INTO table_name VALUES
( value1, value2,...valueN ),
( value1, value2,...valueN ),
...........
( value1, value2,...valueN );
MySQL INSERT Example
CREATE TABLE People(
id int NOT NULL AUTO_INCREMENT,
name varchar(45) NOT NULL,
occupation varchar(35) NOT NULL,
age int,
PRIMARY KEY(id)
);
ຫາກເຮົາຕ້ອງການເພີ່ມເທື່ອດຽວສຳລັບຂໍ້ມູນທັງໝົດ ໃຫ້ໃຊ້ຄຳສັ່ງດັ່ງຕໍ່ໄປນີ້:
INSERT INTO People (id, name, occupation, age)
VALUES (101, 'Peter', 'Engineer', 32);
ຫາກເຮົາຕ້ອງການເພີ່ມຫຼາຍແຖວ ໃຫ້ໃຊ້ຄຳສັ່ງຕໍ່ໄປນີ້ ຊຶ່ງເຮົາສາມາດລະບຸຊື່ເຂດຂໍ້ມູນທັງໝົດ ຫຼື ບໍ່ລະບຸເຂດຂໍ້ມູນໃດໆ ກໍໄດ້
INSERT INTO People VALUES
(102, 'Joseph', 'Developer', 30),
(103, 'Mike', 'Leader', 28),
(104, 'Stephen', 'Scientist', 45);
ຫາກເຮົາຕ້ອງການເພີ່ມໂດຍບໍ່ລະບຸຟິທັງໝົດ ເຮົາໃຊ້ຄຳສັ່ງຟິບາງສ່ວນຕໍ່ໄປນີ້ ໃນກໍລະນີເຊັ່ນນີ້ ຈຳເປັນຕ້ອງລະບຸຊື່ຟິລ
INSERT INTO People (name, occupation)
VALUES ('Stephen', 'Scientist'),
('Bob', 'Actor');
ໃຊ້ຄຳສັ່ງຕໍ່ໄປນີ້ເພື່ອດຶງຂໍ້ມູນຈາກຕະລາງ People ມາສະແດງ
mysql> SELECT * FROM People;
ນອກຈາກນີ້ເຮົາຍັງສາມາດໃຊ້ INSERT STATEMENT ເພື່ອເພີ່ມວັນທີໃນຕາຕະລາງ MySQL MySQL ມີຂໍ້ມູນຫຼາຍປະເພດສຳລັບການຈັດເກັບວັນທີເຊັ່ນ DATE, TIMESTAMP, DATETIME ແລະ YEAR ຮູບແບບເລີ່ມຕົ້ນຂອງວັນທີ່ໃນ MySQL ຄື YYYY-MM-DD
ຮູບແບບນີ້ມີຄຳອະທິບາຍດ້ານລຸມ:
YYYY: ໝາຍເຖິງປີ ທີ່ມີຕົວເລກສີ່ຫຼັກ ເຊັ່ນ 2020
MM: ໝາຍເຖິງເດືອນ ທີ່ມີເລກສອງຫຼັກ ເຊັ່ນ 01, 02, 03 ແລະ 12
DD: ໝາຍເຖິງວັນທີ ທີ່ມີສອງຫຼັກ ເຊັ່ນ 01, 02, 03 ແລະ 31
Syntax
INSERT INTO table_name (column_name, column_date)
VALUES ('DATE: Manual Date', '2008-7-04');
UPDATE ເປັນຄຳສັ່ງ DML ທີ່ໃຊ້ໃນການແກ້ໄຂຂໍ້ມູນຂອງຕາຕະລາງ MySQL ພາຍໃນຖານຂໍ້ມູນ ໃນສະຖານນະການຈິງ ບັນທຶກຈະມີການປ່ຽນແປງໃນຊ່ວງເວລາໜຶ່ງ ດັ່ງນັ້ນ ເຮົາຈຳເປັນຕ້ອງປ່ຽນແປງຄ່າຂອງຕາຕະລາງຕ້ອງໃຊ້ຄຳສັ່ງ UPDATE
ຄຳສັ່ງ UPDATE ໃຊ້ກັບຄຳສັ່ງ SET ແລະ WHERE
ຄຳສັ່ງ SET ໃຊ້ເພື່ອປ່ຽນຄ່າຂອງຄໍລັມທີ່ລະບຸ ເຮົາສາມາດອັບເດດຄໍລັມດຽວ ຫຼື ຫຼາຍຄໍລັມໃນແຕ່ລະເທື່ອ
Syntax
UPDATE table_name
SET column_name1 = new-value1,
column_name2=new-value2, ...
[WHERE Clause];
WHERE Clause ໝາຍເຖິງເງຶ່ອນໄຂໃນການອ້າງອີ້ງຕຳແໜ່ງຂໍ້ມູນທີ່ເຮົາຕ້ອງການແກ້ໄຂ ຖ້າເງື່ອນໄຂຖືກຄຳສັ່ງ update ຈຶ່ງຈະເຮັດວຽກ ສ່ວນຫຼາຍແລ້ວເງື່ອນໄຂແມ່ນມັກໃຊ້ Column ທີ່ເປັນ Primary key ຂອງ ຕາຕະລາງມາເປັນການອ້າງອີງ