ຄໍາຖາມຄົ້ນຄວ້າສອບກາງພາກ DB2
ຂໍ້ມູນຂ່າວສານແມ່ນຫຍັງ?
ການນໍາໃຊ້ລະບົບຖານຂໍ້ມູນມີຂໍ້ດີແນວໃດ, ປຽບທຽບການນໍາໃຊ້ ແຟັມເອກະສານ?
ການນໍາໃຊ້ລະບົບຖານຂໍ້ມູນມີຂໍ້ເສຍແນວໃດ, ປຽບທຽບການນໍາໃຊ້ ແຟັມເອກະສານ?
ລະບົບຖານຂໍ້ມູນລະດັບພາຍໃນ ຖືກຈັດການດ້ວຍເຄື່ອງມືໃດ?
DBMS ແມ່ນຫຍັງ?
ພາສາ DML ຖືກນໍາໃຊ້ເພື່ອຈັດການພາກສ່ວນໃດຂອງລະບົບຖານຂໍ້ມູນ?
ພາສາ DDL ຖືກນໍາໃຊ້ເພື່ອຈັດການພາກສ່ວນໃດຂອງລະບົບຖານຂໍ້ມູນ?
ໃນທາງເຕັກນິກ, ໂຄງສ້າງຂອງຕາຕະລາງຖືກເອີ້ນແນວໃດ?
ໂຄງສ້າງຂອງຕາຕະລາງໃນ DBMS ສະແດງໃຫ້ເຫັນພາກສ່ວນໃດແດ່?
ຖ້າຕ້ອງການສ້າງຖານຂໍ້ມູນຊື່ ict, ຄໍາສັ່ງໃນພາສາ SQL ທີ່ຖືກຕ້ອງມີຄືແນວໃດ?
ຖ້າຕ້ອງການສ້າງຕາຕະລາງຊື່ student ປະກອບມີ 2 ຄໍລັມຊື່ id ແລະ name ເຊິ່ງກໍານົດໃຫ້ id ເປັນຄີຫຼັກ, ຄໍາສັ່ງໃນພາສາ SQL ທີ່ຖືກຕ້ອງມີຄືແນວໃດ?
ກຸ່ມໃດແມ່ນຄໍາສັ່ງຂອງພາສາ DDL ທີ່ຄືກຕ້ອງທັງໝົດ?
ກຸ່ມໃດແມ່ນຄໍາສັ່ງຂອງພາສາ DML ທີ່ຄືກຕ້ອງທັງໝົດ?
ຖ້າຕ້ອງການເພີ່ມຂໍ້ມູນເຂົ້າໃນຕາຕະລາງຊື່ student ປະກອບມີ 2 ຄໍລັມ ຊື່ id ແລະ name, ຄໍາສັ່ງພາສາ SQL ທີ່ຖືກຕ້ອງຄືແນວໃດ?
ຖ້າຕ້ອງການຄົ້ນຫາຂໍ້ມູນນັກສຶກສາທັງໝົດໃນຕາຕະລາງຊື່ student, ຄໍາສັ່ງພາສາ SQL ທີ່ຖືກຕ້ອງຄືແນວໃດ?
ຖ້າຕ້ອງການຄົ້ນຫາຂໍ້ມູນນັກສຶກສາທີ່ມີລະຫັດ S01 ໃນຕາຕະລາງຊື່ student, ຄໍາສັ່ງພາສາ SQL ທີ່ຖືກຕ້ອງຄືແນວໃດ?
ຖ້າຕ້ອງການລົບຂໍ້ມູນນັກສຶກສາທີ່ມີລະຫັດ S01 ໃນຕາຕະລາງຊື່ student, ຄໍາສັ່ງພາສາ SQL ທີ່ຖືກຕ້ອງຄືແນວໃດ?
ຖ້າຕ້ອງການລົບຂໍ້ມູນນັກສຶກສາທັງໝົດ ໃນຕາຕະລາງຊື່ student, ຄໍາສັ່ງພາສາ SQL ທີ່ຖືກຕ້ອງຄືແນວໃດ?
ຖ້າຕ້ອງການແກ້ໄຂຂໍ້ມູນໃນຕາຕະລາງຊື່ student ປະກອບມີ 2 ຄໍລັມ ຊື່ id ແລະ name, ຄໍາສັ່ງພາສາ SQL ທີ່ຖືກຕ້ອງຄືແນວໃດ?
ຄໍາສັບ int ຖືກໃຊ້ເພື່ອກໍານົດຂໍ້ມູນປະເພດໃດ?
ຄໍາສັບ float ຖືກໃຊ້ເພື່ອກໍານົດຂໍ້ມູນປະເພດໃດ?
ຄໍາສັບ varchar ຖືກໃຊ້ເພື່ອກໍານົດຂໍ້ມູນປະເພດໃດ?
ຄໍາສັບກຸ່ມໃດແມ່ນຖືກໃຊ້ເພື່ອກໍານົດຂໍ້ມູນ ປະເພດເລກທົດສະນິຍົມ?
ຄໍາສັບກຸ່ມໃດແມ່ນຖືກໃຊ້ເພື່ອກໍານົດຂໍ້ມູນ ປະເພດເລກຖ້ວນ?
ຕົວແປແມ່ນຫຍັງ?