Home / ວິເຄາະ ແລະ ອອກແບບລະບົບ 1 / ການວິເຄາະ ແລະ ອອກແບບລະບົບ
ການວິເຄາະລະບົບຈຳເປັນຕ້ອງມີຄວາມຮູ້ກ່ຽວກັບການໃຊ້ເຄື່ອງມື (Tools) ແລະ ເຕັກນິກໃນການພັດທະນາລະບົບ ໂດຍເຄື່ອງມືນັ້ນຄືບັນດາ ຊອຟແວ ຕ່າງໆ ທີ່ມີສ່ວນຊ່ວຍໃນການ ພັດທະນາລະບົບ ບໍ່ວ່າຈະເປັນການວິເຄາະ ແລະ ອອກແບບ ເຊິ່ງເຄື່ອງມືບາງຢ່າງທີ່ໃຊ້ໃນການ ພັດທະນາລະບົບປະກອບ ດ້ວຍ
- ແອບພິເຄຊັນ ຫລື ຊອຟແວ ເຊັ່ນ ໂປແກມ MS Access, Visual basic, PowerBuilder ທີ່ສາມາດນຳມາປະຍຸກໃຊ້ກັບການພັດທະນາລະບົບ
- ໂປແກມ ຫລື ເຄື່ອງມືຊ່ວຍອື່ນໆ ເຊັ່ນໂປແກມທີ່ໃຊ້ໃນການສ້າງໂຄດໂປແກມ ເຄື່ອງມືໃນການ ທົດສອບໂປແກມ ເຄື່ອງມືໃນການຄອນຟິກແລະ ຈັດການລະບົບ
ຜູ້ທີ່ເຮັດຫນ້າທີ່ສຶກສາປັນຫາ ແລະ ຄວາມຕ້ອງການຂອງອົງການໃນການກຳຫນົດບຸກຄົນຂໍ້ມູນ ການປະມວນຜົນ ການສື່ສານຂໍ້ມູນ ແລະ ເທັກໂນໂລຍີຂໍ້ມູນຂ່າວສານ ວ່າຈະຈັດການ ຫລື ປັບປຸງແນວໃດ ເພື່ອສາມາດພັດທະນາລະບົບທຸລະກິດໄປສູ່ຄວາມສຳເລັດໄດ້ ການວິເຄາະ ແລະ ອອກແບບລະບົບ ມີຄວາມເຂົ້າໃຈຂອງປັນຫາທາງທຸລະກິດເປັນສຳຄັນ ດັ່ງ ນັ້ນນັກວິເຄາະລະບົບຈະດຳເນີນການແກ້ໄຂປັນຫາເຫລົ່ານັ້ນໂດຍການວາງແບບວິທີການແກ້ ໄຂປັນຫາ ໂດຍວິທີການທົ່ວໄປສຳຫລັບການແກ້ໄຂປັນຫາຂອງນັກວິເຄາະລະບົບຈະປະກອບມີຂັ້ນຕອນດັ່ງນີ້
ສຶກສາວິໃຈ ແລະ ເຮັດຄວາມເຂົ້າໃຈກັບປັນຫາ
ກວດສອບເຖິງປະໂຍດທີ່ຈະໄດ້ຮັບຈາກການແກ້ໄຂປັນຫາ ແລະ ຄວາມຄຸ້ມຄ່າຕໍ່ການລົງທຶນ
ກຳນົດຄວາມຕ້ອງການຕໍ່ການແກ້ໄຂປັນຫາ
ສ້າງວິທີການແກ້ໄຂປັນຫາ (Solution) ຫລື ແນວທາງແກ້ໄຂປັນຫາມີຫຼາຍແນວທາງ
ເລືອກແນວທາງແກ້ໄຂທີ່ດີ ແລະ ເຫມາະສົມທີ່ສຸດ
ກຳນົດລາຍລະອຽດຂອງການແກ້ໄຂ
ນຳການແກ້ນັ້ນໄປໃຊ້ງານ
ກວດສອບ ແລະ ຕິດຕາມຜົນເພື່ອຄວາມຫມັ້ນໃຈວ່າໄດ້ຮັບຜົນຕາມຈຸດປະສົງທີ່ວາງໄວ້ ຫລື ບໍ
ມີຄວາມຮູ້ທາງດ້ານທຸລະກິດ
ມີຄວາມເປັນຜູ້ນຳ
ມີມະນຸດສຳພັນທີ່ດີ
ມີຄວາມສາມາດໃນການແກ້ໄຂປັນຫາ
ມີຄວາມສາມາດໃນການວິເຄາະຕົ້ນທຶນ ແລະ ຜົນຕອບແທນ
ຄວນມີຄວາມຮູ້ໃນການຂຽນໂປແກມ
ຕ້ອງຕິດຕາມເທັກໂນໂລຍີຢ່າງສະຫມ່ຳສະເຫມີ
ມີປະສົບການໃນການເຮັດວຽກດ້ານວິເຄາະລະບົບ
ນັກວິເຄາະລະບົບ ຫຼື ຜູ້ຊຽວຊານທົ່ວໄປ ທີ່ເຮັດວຽກດ້ານການວິເຄາະ ແລະ ອອກແບບ ຈຳເປັນຕ້ອງເປັນບຸກຄົນທີ່ມີທັກຊະຄວາມຊຳນານເປັນພິເສດ ເຊິ່ງປະກອບ ດ້ວຍ
ທັກຊະ ແລະ ຄວາມຮູ້ທາງເຕັກນິກ Technical Knowledge and Skills
ທັກຊະ ແລະ ຄວມຮູ້ທາງທຸລະກິດ Business Knowledge and Skills
ທັກຊະ ແລະ ຄວາມຮູ້ດ້ານຄົນແລະທີມງານ People Knowledge and Skills
ຄວາມຊື່ສັດ ແລະ ຈັນຍາບັນໃນອາຊີບ Peronal Integrity and Ethics
ຫາກນັກວິເຄາະລະບົບບໍ່ມີຄວາມຮູ້ໃນການຂຽນໂປແກມ ແນ່ນອນແລ້ວຈະສື່ສານກັບ ທີມງານໂປແກມເມີໄດ້ບໍ່ສະດວກແນ່ນອນແລ້ວວ່າຈະບໍ່ມີທີ່ຈະເປັນຜູ້ຊຽວຊານໃນ ທຸກໆ ຂະແຫນງວິ ຊາໃນງານດ້ານເຕັກໂນໂລຊີສາລະສົນເທດ ແຕ່ຄວາມຊຽວຊານທາງດ້ານ ເຕັກນິກຈະສາມາດເປັນທີ່ ປຶກສາໄດ້ດີໃນລາຍລະອຽດນັກວິເຄາະລະບົບຈຶ່ງ ຈຳເປັນ ຕ້ອງ ມີຄວາມເຂົ້າໃຈໃນສິ່ງພື້ນຖານຕໍ່ໄປນີ້
ເຕັກໂນໂລຊີຄອມພິວເຕີ ແລະ ການເຮັດວຽກຂອງລະບົບຄອມພິວເຕີ
ອຸປະກອນຕໍ່ພວງຕ່າງໆ ເຊັ່ນ ອຸປະກອນນຳເຂົ້າຂໍ້ມູນ ສຶ່ຈັດເກັບຂໍ້ມູນ ແລະ ອຸປະກອນ ສະແດງຜົນຂໍ້ມູນ
ເຕັກໂນໂລຊີເຄື່ອຂ່າຍຄວມພິວເຕີ ແລະ ການສື່ສານ
ເຕັກໂນໂລຊີຖານຂໍ້ມູນ ແລະ ການຈັດການຖານຂໍ້ມູນ
ພາສາຄອມພິວເຕີທີ່ໃຊ້ສຳຫລັບການຂຽນໂປແກມ
ທັກສະແລະຄວາມຮູ້ທາງທຸລະກິດມີຄວາມສຳຄັນຕໍ່ການວິເຄາະ ແລະ ກໍ່ໃຫ້ເກິດ ຄວາມ ເຂົ້າໃຈໃນລະບົບທຸລະກິດເຊັ່ນ ນັກວິເຄາະລະບົບຈະບໍ່ສາມາດວິເຄາະ ອອກແບບ ລະບົບ ບັນຊີໄດ້ ຫາກບໍ່ມີຄວາມ ຮູ້ ຫລື ບໍ່ໄດ້ສຶກສາກ່ຽວກັບງານລະບົບບັນຊີ ນອກຈາກທັກຊະ ຄວາມ ຮູ້ທາງທຸລະກິດແລ້ວຍັງຕ້ອງສຶກສາ ເຖິງວັດທະນະທຳແລະຮູບແບບການຈັດການ ໃນແຕ່ລະ ອົງກອນ ເຊິ່ງມີລາຍລະອຽດດັ່ງຕໍ່ໄປນີ້.
ມີຫນ້າທີ່ທາງທຸລະກິດໃດແດ່ ທີ່ຕ້ອງປະຕິບັດງານໃນຫນ່ວຍງານນັ້ນໆ
ໂຄງສ້າງອົງກອນມີຮູບແບບແນວໃດ
ການຈັດການອົງກອນມີຮູບແບບແນວໃດ
ຊະນິດ ຫລື ຮູບແບບຂອງລະບົບງານທີ່ໃຊ້ໃນອົງກອນເປັນແນວໃດ
ຕົວຢ່າງ: ລະບົບການ ເງິນ ລະບົບການຜລິດ ລະບົບການຕະລາດ ລະບົບບໍລິການລູກຄ້າ ແລະ ອື່ນໆ ລາຍ ລະອຽດຕ່າງໆ ພາຍໃນອົງກອນ ຫລື ບໍລິສັດມີຄວາມສຳຄັນ ເຊິ່ງພະນັກງານພາຍ ໃນບໍລິສັດຈະເປັນຜູ້ທີ່ ມີຄວາມຮູ້ກ່ຽວກັບວັດທະນະທຳໃນອົງກອນ (Company Culture) ໄດ້ເປັນຢ່າງດີ ເນື່ອງຈາກໄດ້ສຳ ຜັດທຳງານໃນບໍລິສັດມາດົນ ດັ່ງນັ້ນ ນັກວິເຄາະລະບົບນອກຈາກຕ້ອງມີທັກສະໃນລະບົບທຸລະກິດແລ້ວ ຍັງບໍພຽງພໍ ຈະຕ້ອງສຶກສາກ່ຽວກັບວັດທະນະທຳ ແລະ ຮູບແບບການດຳເນີນງານຂອງບໍລິສັດທີ່ຈະເຂົ້າໄປ ພັດທະນາລະບົບງານເພື່ອທີ່ຈະໄດ້ນຳລາຍລະອຽດເຫລົ່ານີ້ມາວິເຄາະ ເຊິ່ງປະກອບມີ
ລະບຸລາຍລະອຽດທີ່ຕ້ອງມີໃນບໍລິສັດມີຫຍັງແດ່
ຕ້ອງເຮັດຫຍັງແດ່ ເພື່ອໃຫ້ເກິດຄວາມສົມບູນ
ໃຊ້ກົນລະຍຸດໃດໃນການດຳເນີນງານ ແລະ ວາງແຜນ
ມີຂໍ້ປະຕິບັດຫຍັງແດ່ທີ່ຕ້ອງດຳເນີນການເພື່ອບໍ່ໃຫ້ຂັດຕໍ່ວັດທະນະທຳໃນອົງກອນ
ປົກກະຕິແລ້ວ ນັກວິເຄາະລະບົບມັກຈະເຮັດວຽກກັບທີມງານພັດທະນາລະບົບ ແລະ ລວມ ເຖິງບຸກຄົນ ອື່ນໆ ທີ່ກ່ຽວຂ້ອງ ດັ່ງນັ້ນ ນັກວິເຄາະລະບົບຈຶ່ງຄວນ ມີມະນຸດສຳ ພັນທີ່ ດີເຊິ່ງສິ່ງເຫລົ່ານີ້ຈະເຮັດໃຫ້ການ ຕິດຕໍ່ເພື່ອຂໍລາຍລະອຽດຂໍ້ມູນຈາກກຸ່ມຄົນຕ່າງໆ ມີຄວາມ ສະດວກຍິ່ງຂຶ້ນນັກວິເຄາະລະບົບຈຳເປັນຕ້ອງໃຊ້ເວລາ ໄປກັບການເຮັດວຽກຮ່ວມກັບ ບຸກ ຄົນຕ່າງໆຫລາຍໆຄົນ ດັ່ງນັ້ນຈິ່ງຈຳເປັນຕ້ອງມີຄວາມລະມັດ ລະວັງ ແລະ ເຂົ້າໃຈກ່ຽວກັບບຸກຄົນໃນດ້ານຕ່າງໆ ດັ່ງນີ້
1) ການຄິດ (Think)
ນັກວິເຄາະລະບົບຕ້ອງມີຄວາມເຂົ້າໃຈກ່ຽວກັບ ການຄິດຂອງແຕ່ລະບຸກຄົນຄວາມສາມາດຄາດການລ່ວງຫນ້າໄດ້ວ່າ ແຕ່ລະຄົນຈະມີພຶດຕິກຳໃນການໂຕ້ກັບຄອມພິວເຕີແນວໃດ ເມື່ອມີຄອມພິວເຕີມາ ຕັ້ງຢູ່ດ້ານຫນ້າ
2) ການຮຽນຮູ້ (Learn)
ດ້ານການຮຽນຮູ້ຂອງແຕ່ລະຄົນນັ້ນມີຄວາມສຳຄັນຫລາຍທີ່ສຸດ ຄື ຄວນສ້າງຄວາມ ເຂົ້າໃຈໃຫ້ຜູ້ ໃຊ້ງານຮູ້ ເຖິງຄວາມຈຳເປັນຕ້ອງຮຽນຮູ້ເພື່ອໃຊ້ງານລະບົບງານໃຫມ່ ເນື່ອງຈາກ ຈະມີລະບົບງານໃຫມ່ມາໃຊ້ງານແທນ ໂດຍອາດຈະມີການຈັດຝຶກອົບຮົມ
3) ຜົນກະທົບຕໍ່ການປ່ຽນແປງ (React to change)
ຕ້ອງເຂົ້າໃຈວ່າ ເມື່ອມີການນຳລະບົບໃຫມ່ເຂົ້າມາໃຊ້ງານ ຈະສົ່ງຜົນຕໍ່ການປ່ຽນແປງ ໃນດ້ານການເຮັດວຽກຂອງແຕ່ລະກຸ່ມຄົນໃນອົງກອນ ເຊິ່ງຈະຕ້ອງມີຂະບວນການຈັດການ ການ ປ່ຽນແປງນີ້ເພື່ອຊ່ວຍໃຫ້ກາທຳງານ ເປັນໄປໃນທິດທາງທີ່ດີເຊັ່ນ ຂັ້ນຕ້ອນການນຳເຂົ້າຂໍ້ມູນຂ່າວສານທີ່ແຕ່ກຕ່າງຈາກເມື່ອກ່ອນ ທີ່ຜູ້ໃຊ້ຕ້ອງສ້າງຄວາມເຂົ້າໃຈ
4) ການສື່ສານ (communication)
ນັກວິເຄາະລະບົບຈະຕ້ອງສາມາດສື່ສານ ແລະ ກະຕຸ້ນໃຫ້ຜູ້ໃຊ້ງານມີແຮງຈູງໃຈ ແລະ ມີທັກຊະຄະຕິທີ່ດີຕໍ່ລະບົບໃນການປ່ຽນແປງລະບົບງານ ຜູ້ໃຊ້ງານອາດມີແຮງ ຕໍ່ຕ້ານໃນໄລ ຍະເລິ່ມຕົ້ນ ແຕ່ນັກວິເຄາະ ຈຳເປັນຕ້ອງມີທັກຊະໃນການສື່ສານໃຫ້ເກິດຄວາມເຂົ້າໃຈ
5) ວຽກ (Work)
ສຳຫລັບວຽກໃນທີ່ນີ້ຫມາຍເຖິງ ວຽກຕ່າງໆ ທີ່ມີຄວາມຫລາກຫລາຍ ແລະ ມີລະດັບ ທີ່ແຕ່ກຕ່າງກັນ ໂດຍທ້າຍສຸດແລ້ວເມື່ອລະບົບຂໍ້ມູນຂ່າວສານໄດ້ຖຶກອອກແບບມາ ເພື່ອສະ ຫນັບສະນຸນວຽກຕ່າງໆ ໃຫ້ກັບແຕ່ລະບຸກຄົນ ຄວາມສຳຄັນຕໍ່ຄວາມເຂົ້າໃຈ ໃນງານຂອງ ແຕ່ ລະຄົນນັ້ນຈະປະຕິບັດໃນຄວາມຕ້ອງການທີ່ຫລາກຫລາຍລະດັບຕັ້ງແຕ່ພະນັກງານລະ ດັບປະ ຕິບັດງານຜູ້ຈັດການ ແລະ ຜູ້ບໍລິຫານລະດັບສູງດັ່ງນັ້ນ ນັກວິເຄາະລະບົບຈະຕ້ອງຕິດຕໍ່ເລື່ອງ ງານກັບບຸກຄົນຫລາຍໆລະດັບ ແລະ ເປົ້າຫມາຍສຳຄັນກໍ່ຄື ໂອກາດດັ່ງກ່າວກໍ່ເພື່ອ ໃຫ້ເກິດຄວາມເຂົ້າໃຈຕໍ່ລະບົບຂໍ້ມູນຂ່າວສານ ແລະ ໃຫ້ເກິດຄວາມເປັນຫນື່ງດຽວ.
ດ້ວຍຫນ້າທີ່ຄວາມຮັບຜິດຊອບຂອງນັກວິເຄາະລະບົບທີ່ຈຳເປັນຕ້ອງສຶກສາເຖິງປັນຫາ ເຮັດໃຫ້ໄດ້ຮັບຂໍ້ມູນທີ່ຈຳເປັນຕ້ອງສຶກສາເຖິງປັນຫາ ເຮັດໃຫ້ໄດ້ຮັບຂໍ້ມູນ ຫລື ຂ່າວສານ ໃນບໍລິສັດ ຫລາຍໆຢ່າງ ຂໍ້ມູນບາງຢ່າງຂ້ອນຂ້າງຈະເປັນສ່ວນຕົວ ແລະ ເປັນຄວາມ ລັບບໍ່ວ່າຈະເປັນເລື່ອງເງິນເດືອນ ສຸຂະພາບພະນັກງານ ຫລື ຜົນການປະເມີນພະນັກງານ ແລະ ກົນລະຍຸດແຜນງານຂອງບໍລິສັດສິ່ງເຫລົ່ານີ້ ນັກວິເຄາະລະບົບຈຳເປັນຕ້ອງ ຊື່ສັດ ຕໍ່ຕົວ ເອງດ້ວຍການປົກປິດບໍ່ຄວນເຜີຍແຜ່ໃຫ້ແກ່ຜູ້ໃດ ແລະ ຄວນຖຶເປັນຈັນຍາບັນໃນອາຊີບ ຫາກ ນັກວິເຄາະລະບົບຄົນໃດບໍ່ຊື່ສັດຕໍ່ຫນ້າທີ່ ໂດຍການນຳປັນຫາ ຫລື ແນວທາງ ການບໍລິຫານ ຂອງບໍລິສັດທີ່ຕົນເປັນທີ່ປຶກສານັ້ນໄປເປິດເຜີຍໃຫ້ກັບບໍລິສັດຄູ່ແຂ່ງ ສິ່ງເຫຼົ່ານີ້ຖຶວ່າເປັນເລື່ອງ ຊົ່ວຮ້າຍຂາດຈັນຍາບັນໃນອາຊີບທີ່ສຸດ ແລະ ອາດສົ່ງຜົນກະທົບຕໍ່ຄວາມຫນ້າ ເຊື່ອຖຶດ້ານ ການປະກອບອາຊີບຂອງນັກວິເຄາະລະບົບຄົນອື່ນໄປນຳ
ເປັນການສຶກສາເຖິງປັນຫາທີ່ເກິດຂື້ນໃນລະບົບງານປະຈຸບັນ Current System ເພື່ອອອກແບບລະບົບເຮັດວຽກໃຫມ່ New system ຫລື ຕ້ອງການປັບປຸງໃຫ້ລະບົບໃຫ້ດີຂຶ້ນ ໃນການວິເຄາະລະບົບເພື່ອພັດທະນາລະບົບໃຫມ່ທົດແທນລະບົບເກົ່າ ປະກອບມີເຫດຜົນຕ່າງໆ ທີ່ສຳຄັນດັ່ງຕໍ່ໄປນີ້
1 ປັບປຸງບໍລິການແກ່ລູກຄ້າ
ຈຸດປະສົງກໍ່ຄືຕ້ອງການອຳນວຍຄວາມສະດວກໃຫ້ລູກຄ້າທີ່ຈະມາຕິດຕໍ່ໃຊ້ບໍລິການພ້ອມທັງ ບໍລິການສິ່ງ ອຳນວຍຄວາມສະດວກໃຫມ່ໆ ໃຫ້ແກ່ລູກຄ້າ.
2 ເພິ່ມປະສິດທິພາບການເຮັດວຽກ
ເນື່ອງຈາກລະບົບທີ່ດຳເນີນງານຢູ່ໃນປະຈຸບັນ ອາດມີຂໍ້ບົກພ່ອງຫລາຍສ່ວນ ເຮັດໃຫ້ການດຳເນີນງານຕ່າງໆມີຄວາມຊັກຊ້າ ຫລື ເຕັກໂນໂລຊີທີ່ໃຊ້ຢູ່ໃນປະຈຸບັນນັ້ນລ້າສະ ໄຫມບໍ່ສາມາດຮອງຮັບການຂະຍາຍ ຕົວຂອງທຸລະກິດໄດ້
3 ການເພິ່ມຂະບວນການຄວບຄຸມການເຮັດວຽກ
ລະບົບທີ່ດີ ຄວນມີລະບົບຄວບຄຸມ ທີ່ມີປະສິດທິພາບ ເພື່ອໃຫ້ມີຄວາມຫມັ້ນໃຈ ໄດ້ວ່າ ຂໍ້ມູນ ທີ່ຈັດເກັບນັ້ນ ມີຄວາມຖຶກຕ້ອງ ແລະ ຈັດເກັບໄວ້ຢ່າງປອດໄພ ການຄວບຄຸມ ກໍ່ມີຫລາຍ ຮູບແບບເຊັ່ນ ການໃຊ້ລະຫັດຜ່ານ ເຊິ່ງຜູ້ໃຊ້ຈະມີລະຫັດຜ່ານໃນການ ເຂົ້າເຖິງລະບົບເພື່ອ ໃຊ້ງານ ແລະ ຜູ້ໃຊ້ແຕ່ລະຄົນກໍ່ຈະມີສິດ ການໃຊ້ງານເພື່ອເຂົ້າເຖິງຂໍ້ມູນໃນລະດັບ ທີ່ແຕກ ຕ່າງກັນ ນອກຈາກນີ້ອາດມີການເຂົ້າລະຫັດຂໍ້ມູນເພຶ່ອເພິ່ມ ຄວາມປອດໄພໃຫ້ຂໍ້ມູນເພິ່ມອີກ ຫາກມີຜູ້ໃດນຳຂໍ້ມູນສຳຄັນໄປໃຊ້ງານໂດຍບໍ່ໄດ້ຮັບອະນຸຍາດ ກໍ່ບໍ່ສາ ມາດເປິດອ່ານໄດ້ ແຕ່ ແນວໃດກໍ່ຕາມານະໂຍບາຍຂອງລະບົບຄວບຄຸມການເຮັດວຽກ ແລະ ຄວາມປອດໄພນັ້ນ ຈຳເປັນ ຕ້ອງມີຢູ່ໃນລະດັບທີ່ພຽງພໍມີຄວາມເຫມາະສົມ ແລະ ເປັນທີ່ຍອມຮັບ ເນື່ອງຈາກການມີລະບົບ ຄວບຄຸມ ທີ່ຫລາຍເກີນໄປຍ່ອມສ້າງຄວາມຫຍຸ້ງຍາກ ຕໍ່ຂັ້ນຕອນການເຮັດວຽກ ຫລາຍຍິ່ງຂຶ້ນ ເທົ່ານັ້ນ.
4 ຫລຸດຕົ້ນທຶນການດຳເນີນງານ
ເນື່ອງຈາກລະບົບເກົ່າທີ່ດຳເນີນງານຢູ່ນັ້ນ ອາດມີຄ່າໃຊ້ຈ່າຍທີ່ຄ່ອນຂ້າງສູງ ຕົວຢ່າງເຊັ່ນ ບາງຫນ່ວຍງານໄດ້ມີການໃຊ້ລະບົບຄອມພິວເຕີລະບົບເກົ່າຢູ່ ເຊິ່ງຈຳເປັນຕ້ອງມີຄ່າ ໃຊ້ຈ່າຍ ໃນການບໍາລຸງຮັກສາລະບົບ ຄ່ອນຂ້າງສູງ ດັ່ງນັ້ນ ແນວທາງໃນການປັບປຸງລະບົບໃຫມ່ ກໍ່ຈະຊ່ວຍຫລຸດຄ່າໃຊ້ຈ່າຍດັ່ງກ່າວລົງໄດ້ໃນ ໄລຍະຍາວ
5 ຕ້ອງການຂໍ້ມູນຂ່າວສານເພິ່ມຂຶ້ນ
ລະບົບທຸລະກິດທີ່ດຳເນີນການຢູ່ໃນປະຈຸບັນ ຂໍ້ມູນທີ່ຈັດເກັບລົງໃນຄອມພິວເຕີ ເມື່ອນຳມາ ປະມວນຜົນ ເປັນຂໍ້ມູນຂ່າວສານແລ້ວ ຍ່ອມກໍ່ໃຫ້ເກິດປະໂຫຍດຕໍ່ຜູ້ໃຊ້ງານໃນລະດັບຕ່າງໆ ເຮັດໃຫ້ມີຄວາມຕ້ອງການ ຂໍ້ມູນຫລາຍຂຶ້ນ ດັ່ງນັ້ນການມີເຕັກໂນໂລຊີທີ່ດີ ມີລະບົບ ການຄວບຄຸມທີ່ດີຂໍ້ມູນທີ່ປ້ອນເຂົ້າສູ່ ລະບົບ ຍ່ອມມີອັດຕາຄວາມຜິດພາດຕ່ຳ ດັ່ງນັ້ນ ບໍລິດສັດຈຶ່ງມີຄວາມຫນ້າເຊື່ອຖືຍິ່ງຂຶ້ນ ສາມາດນຳໄປໃຊ້ປະກອບການຕັດສິນໃຈໄດ້ ທັນເວລາ ແລະ ສະດວກຍິ່ງຂຶ້ນ ນອກຈາກນີ້ຍັງສາມາດນຳສະເຫນີຂໍ້ມູນຂ່າສາ່ຮໃນຮູບແບບຕ່າງໆ ຕາມທີ່ຕ້ອງການໄດ້ຫລາຍຂື້ນ
ໃນການວິເຄາະລະບົບໃນບາງເທື່ອເຮົາກໍ່ບໍ່ຈຳເປັນຕ້ອງສ້າງລະບົບໃໝ່ ທັງໝົດ ບາງເທື່ອເຮົາກໍ່ໃຊ້ວິທີການເກົ່າກໍ່ ແຕ່ເພີ່ມບ່າງສ່ວນໃຫ້ດີຂື້ນແທນ ຈຶ່ງບໍ່ຈຳເປັນຕ້ອງສ້າງລະບົບໃໝ່ມາໃຊ້ງານແທນກໍ່ໄດ້ ການວິເຄາະລະບົບແຕ່ລະຄັ້ງຕ້ອງໄດ້ຮູ້ຮູບແບບໃນການດຳເນີນການວິເຄາະດັ່ງນີ້
1. ບໍ່ຕ້ອງດຳເນີນການໃດໆ
ໃນບາງຄັ້ງລະບົບງານເກົ່າທີ່ດຳເນີນການຢູ່ໃນປະຈຸບັນບໍ່ສາມາດທີ່ຈະທຳການປັບປຸງໄດ້ໃນຂະນະນັ້ນ ອັນເນື່ອງມາຈາກຂໍ້ຈຳກັດບາງປະການ ຈິ່ງຈຳເປັນຕ້ອງໃຊ້ລະບົບງານເກົ່າຕໍ່ໄປກ່ອນ ໂດຍບໍ່ຕ້ອງດຳເນີນການປັບ ປຸງມີການປ່ຽນແປງໃດໆ ເຊິ່ງຂໍ້ຈຳກັດດັ່ງກ່າວອາດ ຈະປະກອບ ດ້ວຍລະບົບທີ່ມີຄວາມສັບຊ້ອນເກິນໄປມີຄວາມສ່ຽງສູງຕໍ່ຄວາມລົ້ມເຫລວຕົ້ນທຶນມີ ຈຳກັດ ຫລື ຢູ່ໃນສະພາວະເສດຖະກິດຕົກຕ່ຳ ໃນບາງຄັ້ງ ນັກວິເຄາະລະບົບອາດຄິດວ່າ ລະບົບເກົ່າ ນັ້ນ ມີການໃຊ້ເຕັກໂນໂລຊີທີ່ດີເຫມາະສົມລົງຕົວແລ້ວ ບໍ່ມີຄວາມ ຈຳເປັນຕ້ອງປັບປຸງ.
2. ປັບປຸງລະບົບເກົ່າໃຫ້ດີຂຶ້ນ
ນັກວິເຄາະຈະຍັງດໍາເນີນວຽກໃນລະບົບເກົ່າຢູ່ ແຕ່ຈະມີການປັບປຸງອົງປະກອບ ບາງສ່ວນຂອງ ລະບົບໃຫ້ມີ ປະສິດທິພາບດີຂຶ້ນກວ່າເກົ່າ.
3. ພັດທະນາລະບົບໃຫມ່
ເປັນການພັດທະນາລະບົບໃຫມ່ ແທນລະບົບເກົ່າ ການພິຈາລະນາແນວທາງຈັດການດຳເນີນງານ ຂອງລະບົບນັ້ນ ຈິ່ງມີຄວາມສຳຄັນຄື ນັກວິເຄາະລະບົບຕ້ອງຮູ້ຈັກເລືອກໃຊ້ ປະ ເພດເຕັກໂນໂລຊີ ແນວໃດ ໃຫ້ມີຄວາມເຫມາະສົມກັບຄວາມຕ້ອງການ ທີ່ສຸດ ເຊິ່ງຄວາມ ເຫມາະສົມນີ້ຫມາຍເຖິງ ຄວາມລົງຕົວໃນດ້ານຂອງຄວາມພໍດິບພໍດີກັບຄວາມຕ້ອງການ ທັງທາງດ້ານເຕັກໂນໂລຊີທີ່ເຫມາະສົມ ກັບລະບົບງານ ບຸຄະລາກອນ ສະພາບແວດລ້ອມ ຊ່ວງຈັງຫວະເວລາ ແລະ ເງິນລົງທຶນ
ປົກກະຕິແລ້ວຫລາຍຄົນມັກເຂົ້າໃຈວ່າ ໃນການພັດທະນາ ລະບົບຂໍ້ມູນຂ່າວສານ ນັ້ນ ມັກຈະຂ້ອງກ່ຽວກັບການນຂຽນໂປແກມ ພຽງຢ່າງດຽວ ແຕ່ໃນຄວາມເປັນຈິງແລ້ວ ການພັດທະນາລະບົບຂໍ້ມູນຂ່າວສານໃດໆຂຶ້ນມານັ້ນ ຈຸດປະສົງກໍ່ຄື ຕ້ອງການ ໃຫ້ສາມາດ ແກ້ໄຂ ປັນຫາໃຫ້ກັບອົງກອນໄດ້ ເປັນສຳຄັນຄື່ ລະບົບຂໍ້ມູນຂ່າວສານ ທີ່ສ້າງຂຶ້ນມາຕ້ອງສາມາດ ນຳມາຊ່ວຍການທຳງານຕາມຂະບວນການທາງທຸລະກິດ ໃຫ້ບັນລຸຈຸດປະສົງ ແລະ ໂດຍປົກະຕິແລ້ວ ນັກວິເຄາະລະບົບຈະເປັນບຸກຄົນທີ່ມີຄວາມສາມາດໃນການແກ້ໄຂປັນຫາທາງທຸລະກິດຫລາຍກວ່າ ທີ່ຈະເປັນນັກໂປແກມເມີ