Home / ວິເຄາະ ແລະ ອອກແບບລະບົບ 1 / ລະບົບ (System)
ກ່ອນທີ່ຈະເລີ່ມຕົ້ນໃນການວິເຄາະລະບົບນັ້ນ ຄວນເຮັດຄວາມເຂົ້າໃຈ ແລະ ເຮັດຄວາມຮູ້ຈັກກັບລະບົບກ່ອນວ່າລະບົບແມ່ນຫຍັງ ໝາຍເຖິງຫຍັງ ມີສ່ວນປະກອບ ຫຼື ອົງປະກອບທີ່ຈະປະກອບເປັນລະບົບໄດ້ແບບໃດ ຊຶ່ງໄດ້ມີຜູ້ໃຫ້ຄຳຈຳກັດຄວາມ ແລະ ຄວາມຫມາຍຂອງລະບົບເອົາໄວ້ຫຼາຍຄວາມຫມາຍນຳກັນ ດັ່ງນີ້
ລະບົບ(System) ລະບົບຄື ກຸ່ມຂອງອົງປະກອບຕ່າງໆ ທີ່ທຳງານຮ່ວມກັນເພື່ອບັນລຸຈຸດປະສົງ ລະບົບອາດຈະປະກອບດ້ວຍລະບົບຍ່ອຍ Subsystem ເຊ່ນ ພະແນກ ຫນ່ວຍ ໂດຍແຕ່ ລະສ່ວນມີຫນ້າທີ່ສະເພາະ ແລະ ເຮັດວຽກຕ່າງຫນ້າທີ່ກັນ ແຕ່ມີການເຮັດວຽກປະສານກັນ ຫລື ຮ່ວນກັນເຊັ່ນ: ລະບົບຮ່າງກາຍ ລະບົບທະນາຄານ ລະບົບການບໍລິການ.
ລະບົບຍັງສາມາດແບ່ງອອກເປັນ 2 ປະເພດຄື
ເປັນລະບົບທີ່ບໍ່ມີປະຕິສຳພັນກັບສິ່ງແວດລ້ອມ ມີຈຸດມຸ່ງຫມາຍ ໃນການທຳງານ ພາຍ ໃນຕົວເອງ ໂດຍຈະບໍ່ຫຍຸ່ງກຽວ ຫລື ບໍ່ຮັບຂໍ້ມູນຈາກສິ່ງແວດລ້ອມໃດໆເຂົ້າມາ.
ຕົວຢ່າງ ລະບົບໄຟຟ້າສັນຍານຈາລະຈອນ ເຊິ່ງມີການກຳນົດຊ່ວງເວລາ ໃນການປິດ ເປິດສັນຍານ ໄຟຈາລະຈອນໃນແຕ່ລະແຍກຕາມທີ່ໄດ້ໂປແກມໄວ້ຢ່າງອັດຕະໂນມັດ ໂດຍບໍ່ມີ ການຄຳນຶງເຖິງສະພາບ ແວດລ້ອມພາຍນອກ ວ່າຖນົນໃນແຕ່ລະທາງແຍກ ນັ້ນຈະມີການ ຈາລະຈອນແຫນ້ນຫນາເທົ່າໃດມັນຈະມີ ຫນ້າທີ່ເປິດເປິດສັນຍານໄຟ ຈາລະຈອນໃນຊ່ວງ ເວລາທີ່ຖຶກກຳນົດເທົ່ານັ້ນດັ່ງນັ້ນຜູ້ໃຊ້ລົດຕາມຫົນທາງ ຈະຕ້ອງຫຍຸດຕາມໄຟສັນຍານ ເຖິງວ່າ ທາງແຍກອື່ນໆ ຈະບໍ່ມີລົດຈັກຄັນເລີຍກໍ່ຕາມ
ເປັນລະບົບທີ່ຕ້ອງການອາໃສປັດໃຈພາາຍນອກມາຊ່ວຍ ຈະມີລັກສະນະກົງກັນຂ້າມ ກັບລະບົບ ແບບປິດ ໂດຍລະບົບເປິດຈະມີປະຕິສຳພັນກັບສິ່ງແວດລ້ອມພາຍນອກ ໂດຍການ ແລກປ່ຽນຫລືຮັບເອົາຂໍ້ມູນຈາກສະພາບແວດລ້ອມພາຍນອກເຂົ້າມາໃນລະບົບເພື່ອນຳມາປະມວນຜົນ
ຕົວຢ່າງລະບົບສັນຍານໄຟຈາລະຈອນໃນແຕ່ລະທາງແຍກຈະມີຕົວເຊັນເຊີ້ ທີ່ກວດ ຈັບຄວາມຫນາແຫນ້ນຂອງລົດ ທີ່ແລ່ນຜ່ານຖນົນໃນແຕ່ລະທາງແຍກ ໂດຍຂໍ້ມູນຈາກເຊັນເຊີ້ ເຫລົ່ານີ້ ຈະປ້ອນເຂົ້າສູ່ຕູ້ຄວບຄຸ່ມສັນຍານໄຟຈາລະຈອນ ຢ່າງຕໍ່ເນື່ອງເພື່ອໃຫ້ຕູ້ຄວບຄຸ່ມສັນຍານນຳຂໍ້ມູນໄປປະມວນຜົນເພື່ອປະກອບການພິຈາລະນາເປິດປິດສັນຍານໄຟ ຈາລະຈອນໃນ ແຕ່ລະທາງແຍກໄດ້ຢ່າງເຫມາະສົມ.
ການທີ່ຈະກ່າວ ຫຼື ອະທິບາຍເຖິງອົງປະກອບຂອງລະບົບວ່າປະກອບດ້ວຍຫຍັງແດ່ ນັ້ນຂຶ້ນຢູ່ກັບຄວາມຄິດເຫັນຂອງຜູ້ທີ່ກ່ຽວຂ້ອງກັບລະບົບ ຊຶ່ງຈະບໍ່ຄືກັນ ໂດນທົ່ວໄປແລ້ວມັກຈະແບ່ງອົງປະກອບອອກເປັນ 2 ອົງປະກອບໃຫຍ່ໆ ຄື
ປະກອບມີ Man, Money, Material, Machine, Management, ແລະ Morale ດັ່ງລາຍລະອຽດຕໍ່ໄປນີ້
Man ໝາຍເຖິງ ບຸກຄະລາກອນ ຄື ຜູ້ທີ່ຈະຕ້ອງກ່ຽວຂ້ອງກັບລະບົບງານ ອາດຈະປະກອບໄປດ້ວຍຜູ້ບໍລິຫານລະດັບຕ່າງໆ ຊຶ່ງຈະມີທັງຜູ້ບໍລິຫານ ລະດັບສູງ ລະດັບກລາງ ແລະ ລະດັບປະຕິບັດງານ ແລະ ອາດປະກອບດ້ວຍນັກວິຊາການໃນລະດັບຕ່າງໆ ແຕ່ຈະນັບທັງຫມົດລູກຄ້າ ຫຼື ຜູ້ບໍລິໂພກ ຊຶ່ງເປັນຜູ້ທີ່ມີຄວາມສຳຄັນບໍ່ນ້ອຍຂອງລະບົບດ້ວຍ ຫຼື ບໍ່ກໍຄວນສຸດແລ້ວແຕ່ນັກວິຊາການທາງດ້ານບໍລິຫານລະບົບຈະຕັດສິນໃຈ
Money ໝາຍເຖິງ ເງີນ ຫຼື ຊັບສິນທີ່ມີຄ່າເປັນເງີນຂອງລະບົບ ຊຶ່ງນັບເປັນຫັວໃຈທີ່ສຳຄັນຢ່າງໜຶ່ງຂອງລະບົບ ເຊັ່ນ ເງີນທຸນ ເງີນສົດ ເງີນໝຸນວຽນ ເງີນຄ່າໃຊ້ຈ່າຍ ຫຼື ເງີນລາຍຮັບ ລາຍຈ່າຍຕ່າງໆ ເຫຼົ່ານີ້ ເປັນຕົ້ນ ຖ້າການເງີນຂອງລະບົບບໍ່ດີພໍແລ້ວ ລະບົບນັ້ນຄວນຈະປະສົບກັບຄວາມຫຍຸ້ງຍາກ ຫຼື ອາດເຖິງແກ່ການຫາຍນະໄດ້ ເພາະສະນັ້ນ ລະບົບທຸລະກິດທຸກຊະນິດຈະຕ້ອງມີຄວາມລະມັດລະວັງໃນເລື່ອງຂອງການເງີນເປັນພິເສດ
Material ໝາຍເຖິງ ຕົວສິນຄ້າ ຫຼື ວັດດຸທີ່ໃຊ້ໃນການຜະລິດສິນຄ້າ ຊຶ່ງເປັນອີກອົງປະກອບໜຶ່ງທີ່ມີຄວາມສຳຄັນຂອງລະບົບບໍ່ນ້ອຍ ບັນຫາໃນເລື່ອງ ສິນຄ້າ ແລະ ວັດດຸນີ້ມີ 2 ປະເພດໃຫຍ່ໆ
ປະເພດທີ 1 ເປັນການຂາດແຄນວັດສະດຸ ເຊັ່ນ ການຂາດວັດຖຸດິບສຳລັບໃຊ້ໃນການຜະລິດສິນຄ້າຂອງໂລງງານອຸດສາຫະກຳ ເມື່ອຂາດວັດຖຸດິບທີ່ໃຊ້ໃນການຜະລິດ ກໍຈະເຮັດໃຫ້ບໍ່ມີສິນຄ້າສຳລັບຂາຍ ຜົນກໍ່ຄື ການຂາດທຸນ
ປະເພດທີ່ 2 ຄື ການມີວັດຖຸດິບຫລາຍເກີນຄວາມຕ້ອງການ ເຊັ່ນ ມີສິນຄ້າທີ່ຈຳໜ່າຍ ຫຼື ຂາຍບໍ່ອອກຫລາຍເກີນໄປ ເຮັດໃຫ້ເງີນທຸນໄປຈົມຢູ່ກັບວັດຖຸດິບເຮັດໃຫ້ເກີດການຂາດທຸນເຊັ່ນດຽວກັນນັ້ນເອງ
Machine ໝາຍເຖິງ ເຄື່ອງຈັກອຸປະກອນ ແລະ ເຄື່ອງມືເຄື່ອງໃຊ້ໃນໂຮງງານ ຫຼື ໃນສຳນັກງານ ຊຶ່ງນັບວ່າເປັນອົງປະກອບທີ່ສ້າງບັນຫາໃຫ້ກັບລະບົບຢ່າງສຳຄັນປະການໜຶ່ງຄືກັນ ບັນຫາທີ່ເຮັດໃຫ້ໄດ້ກຳໄລ ຫຼື ຂາດທຸນຫລາຍທີ່ສຸດຂອງທຸລະກິດມັກເກີດຈາກເຄື່ອງຈັກ ແລະ ອຸປະກອນການເຮັດວຽກງານເປັນສ່ວນໃຫຍ່ ເຊັ່ນ ເຄື່ອງມີກຳລັງຜະລິດບໍ່ພໍ ເຄື່ອງເກົ່າ ຫຼື ເປັນເຄື່ອງທີ່ລ່າສະໄໝເຮັດໃຫ້ຕ້ອງເສຍຄ່າບຳລຸງສູງ ມີກຳລັງຜະລິດນ້ອຍປະສິດທິພາບ ໃນການເຮັດວຽກງານຕ່ຳ ແຕ່ຄ່າໃຊ້ຈ່າຍໃນການບຳລຸງ ຫຼື ຄ່າເຮັດວຽກທີ່ລ່າຊ້າ ເຮັດວຽກບໍ່ທັນກຳນົດເວລາທີ່ກຳນົດໄວ້ ເຮັດໃຫ້ເກີດຄວາມເສຍຫາຍແລະ ຂາດລາຍໄດ້ ຫຼື ຂາດທຸນ ເປັນຕົ້ນ
Management ໝາຍເຖິງ ການບໍລິຫານລະບົບ ຊຶ່ງເປັນອີກເລື່ອງໜຶ່ງທີ່ເຮັດໃຫ້ລະບົບເກີດບັນຫາ ເພາະການບໍລິຫານທີ່ບໍ່ດີ ຫຼື ການບໍລິຫານທີ່ບໍ່ທັນຕໍ່ການປ່ຽນແປງ ຂອງສະພາວະແວດລ້ອມ ຫຼື ບໍ່ທັນຕໍ່ການປ່ຽນແປງຕໍ່ສັງຄົມ ເສດຖະກິດ ແລະ ການເມືອງ ທີ່ເອີ້ນກັນວ່າ ບໍ່ເປັນໄປຕາມໂລການວິວັດ ຫຼື ການໄດ້ຜູ້ບໍລິຫານທີ່ບໍ່ມີປະສິດທິພາບມາບໍລິຫານງານ ຊຶ່ງສ່ວນຫລາຍມັກເກີດຂຶ້ນໃນລະບົບພາກລັດ ສຳລັບລະບົບທາງທຸລະກິດຂອງເອກຊົນຈະຖືວ່າ ການບໍລິຫານງານເປັນເລື່ອງທີ່ສຳຄັນທີ່ສຸດເພາະຖ້າການບໍລິຫານບໍ່ດີແລ້ວທຸລະກິດນັ້ນກໍບໍ່ສາມາດທີ່ຈະຢູ່ໄດ້ ກິດຈະການຕ້ອງລົ້ມເລີກໄປໃນທີ່ສຸດ
Morale ໝາຍເຖິງ ຂວັນ ແລະ ກຳລັງໃຈຂອງບຸກຄົນໃນລະບົບ ຫຼື ໝາຍເຖິງ ຄ່ານິຍົມຂອງຄົົນທີ່ມີຕໍ່ລະບົບ ຫຼື ຕໍ່ອົງກອນຫລາຍກວ່າ ຊຶ່ງເປັນຄ່ານິຍົມຂອງຄົນໃນລະບົບທີ່ມີຂວັນ ແລະ ກຳລັງໃຈໃນການປະຕິບັດງານຢ່າງມີປະສິດທິພາບ ແລະ ເປັນຄ່ານິຍົມຂອງຜູ້ບໍລິໂພກ ຫຼື ບຸກຄົນພາຍນອກທີ່ກ່ຽວຂ້ອງເພື່ອສະໜັບສະໜູນໃຫ້ລະບົບຢູ່ລອດ ແລະ ກະຕຸ້ນຈູງໃຈດ້ວຍວິທີຕ່າງໆ ກໍມີຈຸດມຸ້ງໝາຍໃນສິ່ງນີ້ລະບົບທີ່ຂາດຄ່ານິຍົມ ຫຼື ຂາດຄວາມເຊື່ອໜັ້ນຂອງບຸກຄົນ ລະບົບນັ້ນກໍມັກຈະຢູ່ຕໍ່ໄປບໍ່ໄດ້ ຈະຕ້ອງປະສົບກັບຄວາມລົ້ມເຫລວໃນທີ່ສຸດ
ລະບົບຍັງສາມາດທີ່ຈະແບ່ງແຍກອອກໄດ້ຫຼາຍລັກສະນະນຳກັນ ທັງນີ້ຂຶ້ນຢູ່ກັບລັກສະນະຄວາມຕ້ອງການຂອງຜູ້ໃຊ້ລະບົບວ່າຕ້ອງການແບ່ງລະບົບອອກມາໃນລັກສະນະໃດ ການແບ່ງປະເພດຂອງລະບົບມີດັ່ງນີ້
ລະບົບທຳມະຊາດ (Natural System) ໝາຍເຖິງ ລະບົບທີ່ເປັນໄປຕາມທຳມະຊາດ ຫຼື ປ່ອຍໃຫ້ເປັນໄປຕາມທຳມະຊາດ ຫຼື ໂດຍການອາໄສທຳມະຊາດເປັນສ່ວນໃຫຍ່ ເຊັ່ນ ລະບົບໄຟຟ້ານ້ຳຕົກລະບົບການຄ້າຂາຍຂອງເອກຊົນທີ່ເປັນໄປໂດຍທຳມະຊາດຕ່າງຄົນຕ່າງເຮັດຊຶ່ງບໍ່ມີການຈັດລະບົບ ຫຼື ລະບຽນຢ່າງໃດຢ່າງໜຶ່ງໄວ້
ລະບົບຄົນ (Man System ຫຼື Manual System) ໝາຍເຖິງ ລະບົບທີ່ການປະຕິບັດງານສ່ວນໃຫຍ່ຈະໃຊ້ແຮງງານຄົນ ຫຼື ລະບົບທີ່ໃຊ້ແຮງງານຄົນໃນການເຮັດວຽກງານໂດຍກົງອາດຈະມີເຄື່ອງຈັກຊ່ວຍໃນການເຮັດວຽກງານດ້ວຍກໍ່ໄດ້ ແຕ່ຈະຕ້ອງເປັນເຄື່ອງຈັກ ທີ່ມີຢູ່ພາຍໃຕ້ການຄວບຄຸມຂອງຄົນໂດຍກົງ ເຊັ່ນ ລະບົບການປະກວນຜົນດ້ວຍມື ລະບົບການລົງບັນຊີ ຫຼື ທະບຽນໂດຍໃຊ້ຄົນເປັນຜູ້ເຮັດໄດ້ແກ່ ການຮັບສົ່ງຫນັງສື ການພິມຫນັງສື ການລົງທະບຽນ ລະບົບການຄວບຄຸມການຈະລາຈອນໂດຍໃຊ້ເຈົ້າຫນ້າທີ່ໄປໂບກລົດຕາທາງ ການເຮັດວຽກງານອຸດສາຫະກຳໃນຄົວເຮືອນໂດຍໃຊ້ຄົນເຮັດ ການຕັດຫຍິບເສື້ອຜ້າດ້ວຍມື ເປັນຕົ້ນ
ລະບົບເຄື່ອງຈັກ (Machine System) ໝາຍເຖິງ ລະບົບການເຮັດວຽກງານທີ່ໃຊ້ເຄື່ອງຈັກໂດຍກົງ ຄື ເຄື່ອງຈັກຈະເປັນຜູ້ເຮັດວຽກໃຫ້ ຊຶ່ງອາດຈະຈະໃຊ້ຄົນດ້ວຍເພື່ອຄວບຄຸມໃຫ້ເຄື່ອງຈັກເຮັດວຽກໄປໄດ້ເທົ່ານັ້ນ ເຊັ່ນ ການຝາກຖອນເງີນໂດຍເຄື່ອງ ATM ການຕຳແຜ່ນດ້ວຍເຄື່ອງຕຳແຜ່ນ ການພິມຫນັງສືຂອງໂຮງພິມ ການບັນຈຸຂວດຂອງນ້ຳອັດລົມ ຢາ ຫຼື ອາຫານກະປ໋ອງ ການບັນຈຸຫີບຫໍ່ທີ່ເຮັດໂດຍກົງດ້ວຍເຄື່ອງຈັກ ເປັນຕົ້ນ
ລະບົບທຸລະກິດ (Business System) ໝາຍເຖິງລະບົບທີ່ເຮັດວຽກເພື່ອຈຸດປະສົງດ້ານທຸລະກິດ ໂຣງງານອຸດສາຫະກຳ ເປັນລະບົບທຸລະກິດເພື່ອຈຸດປະສົງດ້ານການຜະລິດ ລະບົບຂົນສົ່ງ ລະບົບໂຮງແຣມ ລະບົບການພິມ ລະບົບທະນາຄານ ແລະ ອື່ນໆ ອີກຫລວງຫລາຍ ລ້ວນແລ້ວແຕ່ເປັນລະບົບທຸລະກິດທັງນັ້ນແຕ່ລະລະບົບມີຈຸດປະສົງແຕກຕ່າງກັນອອກໄປ ລະບົບທຸລະກິດອາດຈະແບ່ງເປັນຍ່ອຍໆ ລົງໄປໄດ້ອີກ
ລະບົບຂໍ້ມູນຂ່າວສານ (Information System) ໝາຍເຖິງ ລະບົບທີ່ຊ່ວຍໃນການຈັດການຂໍ້ມູນທີ່ຕ້ອງການໃຊ້ໃນການຈັດການຂໍ້ມູນທີ່ຕ້ອງການໃຊ້ໃນລະບົບທຸລະກິດ ຊ່ວຍເກັບຕົວເລກ ແລະ ຂ່າວສານເພື່ອຊ່ວຍໃນການດຳເນີນທຸລະກິດແລະການຕັດສິນໃຈ ເຊັ່ນ ລະບົບການເກັບຂໍ້ມູນລູກຄ້າ ອັນໄດ້ແກ່ ຊື່ ທີ່ຢູ່ ສິນຄ້າທີ່ຊື້ຂາຍ ການຈ່າຍເງີນ ຂອງລຸກຄ້າເປັນຢ່າງຢ່າງໃດ ມີການຕິດໜີ້ຫຼືໜີ້ສູຍຫຼືບໍ່ຢ່າງໃດ ຊຶ່ງລະບົບຂໍ້ມູນຂ່າວສານນີ້ອາດຈະໃຊ້ຫຼືບໍ່ແມ່ນຄອມພິວເຕີກໍໄດ້ ການແຜນຂໍ້ມູນຢ່າງມີປະສິດທິພາບເປັນກຸຍແຈສຳຄັນທີ່ນຳໄປສູ່ຄວາມສຳເລັດໃນດ້ານທຸລະກິດຢ່າງຫລາຍ
ໝາຍເຖິງ ລະບົບຂໍ້ມູນຂອງຄອມພິວເຕີທີ່ຖືກພັດທະນາຂຶ້ນເພື່ອຕອບສະຫນອງຄວາມຕ້ອງການຂອງທຸລະກິດເພື່ອໃຊ້ປະວນຜົນຂໍ້ມູນຈຳນວນຫລາຍໆ ເປັນປະຈຳ ເຊັ່ນ ການປະວນຜົນເງີນເດືອນ ສິນຄ້າ ເປັນຕົ້ນ ລະບົບງານປະວນຜົນຂໍ້ມູນຈະເປັນລະບົບທີ່ຊ່ວຍຫຼຸດເວລາໃນການປະຕິບັດງານລົງ ໂດຍອາໄສຄວາມສາມາດຂອງຄອມພິວເຕີມາທົດແທນການປະວນຜົນຂໍ້ມູນດ້ວຍຄົນ
ໝາຍເຖິງ ລະບົບທີ່ນຳຂໍ້ມູນມາເຮັດວຽກວິເຄາະ ໂດຍມີຈຸດປະສົງເພື່ອສ້າງຂໍ້ມູນໃຫ້ກັບນັກບໍລິຫານເພື່ອປະກອບການຕັດສິນໃຈ ຫຼື ເອີ້ນລະບົບນີ້ວ່າ MIS ລະບົບນີ້ເປັນລະບົບງານຂໍ້ມູນຄອມພິວເຕີ (Information System) ແບບໜຶ່ງ ຊຶ່ງຕ້ອງການປັດໄຈ 3 ປະການ ຄື
ຄົນ(People)
ຮາດແວຣ໌ (Hardware)
ຊອບແວ (Software)
ໝາຍເຖິງ ລະບົບການເຮັດວຽກງານທີ່ຈະມີລັກສະນະໂຄງສ້າງການເຮັດວຽກງານຄ້າຍກັບລະບົບຂໍ້ມູນຂ່າວສານເພື່ອການບໍລິຫານ (MIS) ຈະແຕກຕ່າງກັນທີ່ ລະບົບນີ້ບໍ່ໄດ້ມີການນຳຂໍ້ມູນມາໃຊ້ເພື່ອປະກອບການຕັດສິນໃຈເທົ່ານັ້ນ ແຕ່ລະບົບນີ້ຈະນຳຂໍ້ມູນມາກໍ່ການວິເຄາະພ້ອມກັບພິຈາລະນາເຖິງທາງເລືອກທີ່ເປັນໄປໄດ້ທັງໝົດຂອງທຸລະກິດ ແລະ ລາຍງານຜົນໃຫ້ນັກບໍລິຫານຮູ້ວ່າທາງເລືອກໃດທີ່ລະບົບເຫັນວ່າດີທີ່ສຸດ ແລະ ທາງເລືອກໃດທີ່ບໍ່ດີທີ່ສຸດ ເຖິງແມ່ນວ່າລະບົບນີ້ຈະກໍ່ການສະເໜີທາງເລືອກຕ່າງໆ ໃຫ້ກັບຜູ້ໃຊ້ ແຕ່ສຸດທ້າຍແລ້ວການຕັດສິນໃຈເລືອກຂຶ້ນຢູ່ກັບການຕັດສິນໃຈຂອງຜູ້ບໍລິຫານ ລະບົບນີ້ຮຽກອີກຢ່າງວ່າ DSS
ເມື່ອມີລະບົບເກີດຂຶ້ນມາແລ້ວກໍຄວນຕ້ອງມີຜູ້ໃຊ້ລະບົບເກີດຕາມຂຶ້ນມາດ້ວຍ ຜູ້ໃຊ້ລະບົບໃນທີ່ນີ້ ໝາຍເຖິງ ບຸກຄົນທີ່ເຊື່ອມໂຍງ ກ່ຽວຂ້ອງ ຫຼື ມີຄວາມສຳພັນກັບລະບົບ ປະເພດຂອງຜູ້ໃຊ້ລະບົບສາມາດແບ່ງອອກຕາມຂອບເຂດຫນ້າທີ່ ແລະ ຄວາມຮັບຜິດຊອບຢ່າງກວ້າງໆ ເປັນ 4 ກຸ່ມ ຄື
1. ພະນັກງານຕ້ອນຮັບ ແລະ ຜູ້ໃຫ້ບໍລິການ (Clerical and Service Staff) ໝາຍເຖິງ ພະນັກງານທີ່ມີຫນ້າທີ່ກ່ຽວກັບການຈັດກິດຈະກຳ ຫຼືຈັ ດເຮັດຂໍ້ມູນໃນລັກສະນະທີ່ໃຊ້ປະຈຳວັນ (Day – to – Day Information) ໃນທຸລະກິດຫຼືໃນຫນ່ວຍງານທີ່ສັງກັດຢູ່ ເຊັ່ນ ການພິຈາລະນາຂໍ້ມູນການໃຫ້ສິນເຊື່ອສຳລັບລູກຄ້າແຕ່ລະຄົນ ການບັນທຶກ ແລະຕັດສຕອກ ຫຼື ການພິມຈົດຫມາຍໂຕ້ຕອບ ຈະເຫັນໄດ້ວ່າພະນັກງານກຸ່ມນີ້ມັກຈະເປັນພນັກງານທີ່ກ່ຽວຂ້ອງໂດຍກົງກັບຂໍ້ມູນທີ່ເປັນຂໍ້ມູນພື້ນຖານທີ່ຈະນຳໄປສູ່ຂໍ້ມູນທີ່ເປັນປະໂຫຍດຕໍ່ຝ່າຍບໍລິຫານຕໍ່ໄປ
2. ຫົວໜ້າຫນ່ວຍ ຫຼື ຊຸບເປີໄວເຊີ (Supervisory Staff) ໝາຍເຖິງ ຜູ້ທີ່ເຮັດຫນ້າທີ່ຄວບຄຸມກິດຈະກຳທີ່ເກິດຂື້ນປະຈຳວັນຂອງທຸລະກິດ ຫຼື ອາດເວົ້າອີກຢ່າງໜຶ່ງ ຄື ບຸກຄົນກູ່ມນີ້ຈະເຮັດຫນ້າທີ່ຄວບຄຸມການປະຕິບັດງານໃນກຸ່ມຂອງພະນັກງານຕອນຮັບ ແລະ ຜູ້ໃຫ້ບໍລິຫານ (ກຸ່ມທີ່ 1) ອີກທີ່ໜຶ່ງ ເຊັ່ນ ຫົວໜ້າຮັບໃບສັ່ງຊື້ອາດຈະຕ້ອງການລາຍງາຍສະຫຼຸບປະຈຳວັນກ່ຽວກັບການຮັບໃບສັ່ງຊື້ທັງໝົດເພື່ອຈະເປິງການໝູນວຽນຂອງການຂາຍປະຈຳວັນ ຫຼື ຫົວໜ້າຫນ່ວຍຜະລິດຕ້ອງການລາຍງານສະຫຼຸບວ່າຜົນຜະລິດປະຈຳວັນຂອງແຕ່ລະຜະລິດຕະພັນມີຈຳນວນເທົ່າໃດ ເປັນຕົ້ນ
3. ຜູ້ຈັດການ ຫຼືຜູ້ ບໍລິຫານລະດັບກາງ (Middle Management and Professional) ໝາຍເຖິງ ບຸກຄົນທີ່ເຮັດວຽກກ່ຽວກັບແຜນງານທຸລະກິດ ຊຶ່ງໂດຍສ່ວນໃຫຍ່ຈະເປັນແຜນງານໄລຍະສັ້ນ ເຮັດຫນ້າທີ່ຄອຍຖ້າຄວບຄຸມ ແລະ ຈັດການໃຫ້ການປະຕິບັດງານຂອງຫນ່ວຍງານທີ່ມີເປັນໄປຕາມແຜນງານໄລຍະສັ້ນທີ່ໄດ້ວາງໄວ້ ໂດຍບໍ່ຕ້ອງໃຫ້ຄວາມສົນໃຈກ່ຽວກັບການປະຕິບັດງານ ຫຼື ກິດຈະກຳທີ່ເກິດຂື້ນປະຈຳວັນແຕ່ສົນໃຈທີ່ງານ ຫຼື ກິດຈະກຳທີ່ເກີດເປັນໄລຍະເວລາຕໍ່ເນື່ອງກັນດົນກວ່ານັ້ນ ເຊັ່ນ ໄລຍະເວລາ 1 ເດືອນ ຫຼື 3 ເດືອນ ແລະ ຍັງເຮັດຫນ້າທີ່ເປັນຜູ້ລວບລວມ ແລະ ກັ່ນຕອງຂໍ້ມູນຕ່າງໆເພື່ອນຳສະເໜີຕໍ່ຜູ້ບໍລິຫານລະດັບສູງຕໍ່ໄປ ຊຶ່ງຈະເຮັດໃຫ້ຜູ້ບໍລິຫານລະດັບສູງມີເວລາຄິດງານທາງດ້ານນະໂຍບາຍ (Policy) ແລະ ແຜນງານໄລຍະຍາວ (Long Term Plan) ໄດ້ຫລາຍຂຶ້ນອີກດ້ວຍ ເຊັ່ນ ນາຍຊ່າງວິສະວະກອນຜູ້ຄຸມງານ ຫົວໜ້າແຜນກບັນຊີ ຜູ້ຈັດການຝ່າຍບຸກຄົນ ຫຼື ຫົວໜ້າຝ່າຍຕ່າງໆ ເປັນຕົ້ນ
4. ຜູ້ອຳນວຍການ ຫຼື ຜູ້ບໍລິຫານລະດັບສູງ (Executive Management) ໝາຍເຖິງ ບຸກຄົນທີ່ຮັບຜິດຊອບຕໍ່ການວາງແຜນງານໄລຍະຍາວ ແລະ ການກຳນົດນະໂຍບາຍ ເພື່ອໃຫ້ທຸລະກິດນັ້ນດຳເນີນໄປໄດ້ຢ່າງມີເປົ້າໝາຍ ເປັນບຸກຄົນທີ່ເບິ່ງທຸລະກິດໄປຂ້າງໜ້າສະເໝີ ໂດຍປົກກະຕິມັກຈະເປັນແຜນງານໄລຍະຍາວກວ່າແຜນຂອງຜູ້ບໍລິຫານລະດັບກາງເປັນແຜນ ຕັ້ງແຕ່ 1 ປີ ຫຼື ຫລາຍກວ່ານັ້ນ ໂດຍຈະນຳຂໍ້ມູນໃນອາດີດມາໃຊ້ເປັນແນວທາງໃນການພິຈາລະນາເຖິງແນວໂນ້ມຕ່າງໆ ເພື່ອກຳນົດແຜນງານໄລຍະຍາວ ແລະ ນະໂຍບາຍຂອງທຸລະກິດຕໍ່ໄປ ຫນ້າທີ່ອີກປະການຄື ເປັນຜູ້ທີ່ຄອຍຖ້າຄວບຄຸມ ແລະ ຈັດສັນຊັບພະຍາກອນຕ່າງໆ ທີ່ຈຳເປັນໃນການດຳເນີນກິດຈະການຂອງທຸລະກິດ ເຊັ່ນ ເງີນທຸນ ແຮງງານ ເຄື່ອງຈັກ ທີ່ດິນ ຫຼືອາຄານຕ່າງໆ ເປັນຕົ້ນ ຊຶ່ງຈະຕ້ອງຄຳນຶງເຖິງພາບລວມຂອງທຸລະກິດທັງໝົດ ບໍ່ພຽງຈຸດໃດຈຸດໜຶ່ງໃນທຸລະກິດເທົ່ານັ້ນ ສະນັ້ນຜູ້ບໍລິຫານລະດັບສູງຈຶ່ງຕ້ອງການຂໍ້ມູນຊຶ່ງຜ່ານການກັ່ນຕອງມາແລ້ວເປັນຢ່າງດີ ເພື່ອສາມາດນຳໄປໃຊ້ໃນການຕັດສິນໃຈ ແລະ ວາງແຜນ ຫຼື ນະໂຍບາຍຕໍ່ໄປ
ການດຳເນີນງານແຕ່ຜົນຕອບແທນທີ່ໄດ້ກໍ່ຍັງສາມາດແບ່ງອອກເປັນ 2 ແບບ ຜົນຕອບແທນທີ່ປະເມີນຄ່າໄດ້ ແລະ ຜົນຕອບ ແທນທີ່ບໍ່ສາມາດປະເມີນຄ່າໄດ້.
ຜົນຕອບແທນທີ່ສາມາດປະເມີນຄ່າໄດ້ ຄື
- ການເພິ່ມຍອດຂາຍ
- ການຫລຸດຄ່າໃຊ້ຈ່າຍເອກະສານສຳນັກງານ
- ການຫລຸດຄ່າລ່ວງເວລາທຳງານ
- ການປະຢັດພະນັກງານ
- ການເພິ່ມຊ່ອງທາງການຕະລາດແລະໂອກາດໃນການເພິ່ມຍອດຂາຍ
ຜົນຕອບແທນທີ່ບໍ່ສາມາດປະເມີນຄ່າໄດ້ ຄື
- ທັດສະນະຄະຕິຂອງລູກຄ້າທີ່ມີຕໍ່ອົງກອນດີຂຶ້ນ
- ຜະລິດຕະພັນມີຄຸນນະພາບສູງຂຶ້ນ
- ພະນັກງານມີຂວັນກຳລັງໃຈໃນການທຳງານດີຂຶ້ນ
- ເພິ່ມປະສິດທິພາບແລະປະສິດທິຜົນ
- ມີຄວາມຫນ້າເຊື່ອຖືຫລາຍຂຶ້ນ
- ການຳສະເຫນີຂໍ້ມູນໄດ້ຕົງເວລາຫລາຍຂຶ້ນ
1 ລະບົບປະມວນຜົນລາຍການ (Transacion Process System:TPS )
2 ລະບົບສາລະສົນເທດເພື່ອການຈັດການ ( Management Information System: MIS )
3 ລະບົບສະນັບສະຫນຸນການຕັດສິນໃຈ (Decision Supporting System:DSS)
4 ລະບົບສາລະສົນເທດສຳນັກງານ (Office Information System : OIS)
5 ລະບົບຜູ້ຊຽວຊານ (Expert System :ES)
6 ລະບົບສະຫນັບສະຫນຸນຜູ້ບລິຫານລະດັບສູງ (Executive Support System : ESS)
ເນື້ອຫາ (Content)
ຄວາມສົມບູນກວມລວມ Completen
ຄວາມສຳພັນກັບເລື່ອງ Relavance
ຄວາມຖຶກຕ້ອງ Accuacy
ຄວາມເຊື່ອຖຶໄດ້ Reliability
ການກວດສອບໄດ້Verifiabiliry
ຮູບແບບ Format
ຊັດເຈນ Clarity
ລະດັບລາຍລະອຽດ Level of detail
ຮູບແບບການນະສະເຫນີ Presentation
ສື່ການນຳສະເຫນີ Media
ຄວາມຍືດຍຸ່ນ Flexibility
ປະຫຍັດ Economy
ເວລາ Time
ຄວາມໄວ ແລະ ທັນໃຊ້ Timely
ການປັບປຸງໃຫ້ທັນສະໄຫມ Up to date
ມີໄລຍະເວລາ Time Period
ຂະບວນການ Process
ຄວາມສາມາດໃນການເຂົ້າເຖິງ Accessibility
ການມີສ່ວນຮ່ວມ Participation
ການເຊື່ອມໂຍງ Connectivity