Home / ວິເຄາະ ແລະ ອອກແບບລະບົບ 1 / ວົງຈອນການພັດທະນາລະບົບ
ປົກກະຕິແລ້ວຄຳວ່າ ວົງຈອນຊີວິດ life cycle ມັກຈະໃຊ້ກັບສິ່ງທີ່ມີຊີວິດໃນໂລກ ບໍ່ວ່າ ຈະເປັນວົງຈອນຊີວິດຂອງມະນຸດສັດ ຫຼື ພືດເຊິ່ງກ່ຽວຂ້ອງກັບການເກິດ ການດຳເນີນຊີວິດ ແລະ ການຕາຍ ເຊັ່ນວ່າ ມະນຸດທຸກຄົນຈະມີວົງຈອນຊີວິດເລິ່ມຕົ້ນຈາກ ເດັກເກິດໃຫມ່ ເປັນເດັກນ້ອຍ ເປັນຜູ້ຫນຸ່ມ ເປັນ ຜູ້ເຖົ້າ ແລະສຸດທ້າຍກໍ່ຕາຍຈາກໂລກນີ້ໄປ ຈາກນັ້ນກໍ່ຈະມີຜູ້ເກິດ ໃຫມ່ ທົດແທນຄົນທີ່ສູນເສຍໄປ
ໃນລັກສະນະດຽວກັນເມື່ອນຳວົງຈອນຊີວິດນີ້ມາໃຊ້ກັບ ຊອບແວ ເຊິ່ງເລິ່ມຈາກ ການ ວາງແຜນ ເພື່ອວິເຄາະປັນຫາຂອງລະບົບງານເກົ່າ ຈາກນັ້ນຈຶ່ງສຶກສາຄວາມເປັນ ໄປໄດ້ໃນ ຈົນຮອດນຳຊອບແວມາ ໃຊ້ງານ
ການພັດທະນາຊອບແວ ຕາມປົກະຕິແລ້ວຈະປະກອບໄປດ້ວຍກຸ່ມກິດຈະກຳ 3 ສ່ວນ ຫລັກໆ ຄື ການວິເຄາະ (Analysis ), ການອອກແບບ (Design) ແລະ ການຳໄປໃຊ້ (Implementation) ເຊິ່ງກິດຈະກທັງສາມນີ້ ສາມາດໃຊ້ງານ ໄດ້ດີກັບໂຄງສ້າງຊອບແວ ຂະນາດນ້ອຍ ໃນຂະນະທີ່ໂຄງການຊອບແວ ຂະນາດໃຫຍ່ ມັກຈຳເປັນຕ້ອງໃຊ້ແບບ ແຜນ ການພັດທະນາຊອບແວຕາມແນວທາງຂອງ SDLC ຈົນຄົບທຸກກິດຈະກຳໂດຍປະກອບດ້ວຍ ໄລຍະຕ່າງໆດັ່ງນີ້
ໄລຍະທີ່ 1 ການວາງແຜນໂຄການ(Project Planning Phase)
ໄລຍະທີ່ 2 ການວິເຄາະ (Analysis Phase)
ໄລຍະທີ່ 3 ການອອກແບບ (Design Phase)
ໄລຍະທີ່ 4 ການນຳໄປໃຊ້ (Implementation Phase)
ໄລຍະທີ່ 5 ການບຳລຸງຮັກສາ(Maintenance Phase)
ຂັ້ນຕອນຕາມແບບແຜນຂອງ SDLC ນັ້ນຖືວ່າເປັນວິທີການພັດທະນາລະບົບແບບເກົ່າຫລືແບບ ດັ້ງເດີມ ທີ່ມັກນຳມາປະຍຸກໃຊ້ ກັບ ການພັດທະນາລະບົບ ມາຕັ້ງແຕ່ອະດີດຈົນເຖິງປະຈຸບັນ ເຊິ່ງມີຂອບເຂດ ການທຳງານທີ່ ເປັນ ໂຄງສ້າງທີ່ແນ່ນອນ ໂດຍມີລຳດັບຂອງກິດຈະກຳຂອງແຕ່ລະໄລຍະທີ່ເປັນລຳດັບແນ່ນອນ ເຊັ່ນ ເມື່ອຈົບໄລຍະຂອງການວິເຄາະແລ້ວ ຂັ້ນຕອນຕໍ່ໄປກໍ່ຄືການອອກແບບ
ດັ່ງນັ້ນວົງຈອນການພັດທະນາ ລະບົບຫລື SDLC ຈິ່ງເຮັດໃຫ້ເຂົ້າໃຈເຖິງກິດຈະກຳພື້ນຖານຂອບເຂດແລະລາຍລະອຽດຕ່າງໆ ໃນແຕ່ລະ ໄລຍະ ຂອງການພັດທະນາລະບົບ ແຕ່ແນວໃດກໍ່ຕາມ ລະບົບສາລະສົນເທດສະໄຫມໃຫມ່ ໃນປະຈຸ ບັນນັບ ວ່າຈະທະວີຄວາມສັບຊ້ອນຍິ່ງຂຶ້ນ ຈິ່ງໄດ້ມີວິທີການພັດທະນາຊອບແວ ໃນຮູບແບບ ໃຫມ່ໆ ທີ່ສາມາດນຳມາ ປະຍຸກໃຊ້ຢ່າງເຫມາະສົມ ກັບໂຄງການພັດທະນາລະບົບທີ່ມີຂະຫນາດໃຫຍ່ ມີຄວາມສັບຊ້ອນມີຄວາມສ່ຽງສູງ ເຊິ່ງວິທີ ການ ພັດທະນາຊອບແວດັ່ງກ່າວ ຈະບອກເຖິງລາຍລະອຽດໄວ້ໃນຫົວຂໍ້ໂມເດລການພັດທະນາ ຊອບແວຕໍ່ໄປ
ສຳຫລັບໄລຍະຕ່າງໆຕາມແບບແຜນຂອງ SDLC ນັ້ນປະກອບດ້ວຍ 5 ໄລຍະໂດຍແຕ່ລະໄລຍະ ຈະປະກອບມີກິດຈະກຳຕ່າງໆດັ່ງຕໍ່ໄປນີ້
ເປັນຂະບວນການພື້ນຖານໃນຄວາມເຂົ້າໃຈຢ່າງຖ່ອງແທ້ວ່າ ເປັນຫຍັງຕ້ອງສ້າງລະບົບໃຫມ່ ທິມງານຕ້ອງພິຈາລະນາວ່າ ຈະຕ້ອງດຳເນີນງານ ຕໍ່ໄປແນວໃດ ກ່ຽວກັບຂະບວນການສ້າງລະບົບໃຫມ່ ໃນບົດບາດຂອງນັກວິເຄາະລະບົບຕ້ອງສຶກສາເຖິງຂອບເຂດ ຂອງປັນຫາທີ່ ຜູ້ໃຊ້ລະບົບກຳລັງປະສົບປັນຫາຢູ່ ແລະ ຈະດຳເນີນການແກ້ໄຂແນວໃດ ສຶກສາເຖິຄວາມເປັນໄປໄດ້ວ່າ ລະບົບໃຫມ່ທີ່ຈະພັດທະນາຂຶ້ນມານັ້ນມີຄວາມເປັນໄປໄດ້ ແລະ ຄຸ້ມຄ່າທີ່ຈະລົງທຶນ ຫລື ບໍ່
ແນວໃດກໍ່ຕາມ ໄລຍະຂອງການວາງແຜນໂຄງການ ປົກກະຕິມັກຈະມີໄລຍະເວລາທີ່ສັ້ນ ແຕ່ກໍ່ຖືວ່າເປັນ ຂັ້ນຕອນທີ່ສຳຄັນ ທີ່ຈະໃຫ້ເກິດຜົນສຳເລັດໄດ້ ດັ່ງນັ້ນ ໃນໄລຍະຂອງ ການວາງ ວາງແຜນໂຄງການ ຈິ່ງຕ້ອງອາ ໃສນັກວິເຄາະລະບົບທີ່ມີຄວາມຮູ້ ແລະ ປະສົບການສູງ ເນື່ອງ ຈາກວ່າ ຫາກນັກວິເຄາະລະບົບບໍ່ເຂົ້າໃຈເຖິງ ປັນຫາອັນແທ້ຈິງທີ່ເກິດຂຶ້ນ ກໍ່ຈະບໍ່ສາມາດ ພັດທະນາລະບົບຂຶ້ນມາ ເພື່ອແກ້ໄຂປັນຫາໃຫ້ຖືກຈຸດໄດ້ ມັກຈະມີໂຄງການພັດທະນາລະບົບຫລາຍໂຄງການຫລັງຈາກໄດ້ດຳເນີນການພັດທະນາ ແລະ ນຳມາໃຊ້ງານແລ້ວ ປະກົດວ່າ ບໍ່ສາມາດຕອບສະຫນອງຄວາມຕ້ອງການຂອງຜູ້ໃຊ້ງານເຊິ່ງຖືວ່າເປັນເລື່ອງທີ່ ກໍ່ໃຫ້ເກິດ ຄວາມ ສູນເສຍທັງ ທາງດ້ານ ການລົງທຶນ ໄລຍະເວລາ
ສະຫລຸບໄລຍະຂອງການວາງແຜນໂຄງການຈະປະກອບມີກິດຈະກຳຕ່າງໆ ດັ່ງຕໍ່ໄປນີ້
ກຳນົດປັນຫາ Problem Definition
ສຶກສາຄວາມເປັນໄປໄດ້ຂອງໂຄງການ Feasibility study
ສ້າງຕາລາງກຳນົດເວລາໂຄງການ Project scheduling
ຈັດຕັ້ງທີມງານໂຄງການ Staff the project
ໄລຍະການວິເຄາະຈະຕ້ອງມີຄຳຕອບກ່ຽວກັບຄຳຖາມ ວ່າໃຜເປັນຜູ້ທີ່ໃຊ້ລະບົບ ແລະ ມີຫຍັງແດ່ ທີ່ຈະຕ້ອງເຮັດ ໃນໄລຍະນີ້ນັກວິເຄາະລະບົບຈະຕ້ອງດຳເນີນ ການໃນຂັ້ນຕອນຂອງການວິເຄາະລະບົບງານ ປະຈຸບັນ (Current System) ເພື່ອນຳມາພັດທະນາ ແນວຄວາມຄິດສຳຫລັບ ລະບົບໃຫມ່ (New System)
ຈຸດປະສົງຫລັກຂອງໄລຍະການວິເຄາະຄື ຈະຕ້ອງສຶກສາ ແລະ ສ້າງຄວາມເຂົ້າໃຈໃນ ຄວາມຕ້ອງການຕ່າງໆ ທີ່ໄດ້ລວບລວມມາ ດັ່ງນັ້ນ ການລວບລວມຄວາມຕ້ອງການ (Requirements Gathering) ຈິ່ງຈັດເປັນງານສ່ວນພື້ນຖານຂອງການວິເຄາະລະບົບ ໂດຍ ຂໍ້ມູນຄວາມຕ້ອງການເຫລົ່ານີ້ ນັກວິເຄາະລະບົບ ຈະນຳມາວິເຄາະເພື່ອທີ່ຈະປະເມີນວ່າຄວນມີ ຫຍັງແດ່ທີ່ລະບົບໃຫມ່ຕ້ອງດຳເນີນການ ແລະ ດ້ວຍເຫດນີ້ເອງ ການກຳຫນົດລາຍລະອຽດກ່ຽວ ກັບຄວາມຕ້ອງການຂອງຜູ້ໃຊ້ (User Requirements) ຈະທະວີ ຄວາມສຳຄັນຫລາຍຂຶ້ນເປັນ ລຳດັບສຳຫລັບລະບົບທີ່ມີຄວາມສັບຊ້ອນສູງ ແລະ ນັກວິເຄາະລະບົບຕ້ອງເອົາ ໃຈໃສ່ກັບການ ລວບລວມຄວາມຕ້ອງການຈາກຜູ້ໃຊ້ ບໍ່ຄວນກຳນົດຄວາມຕ້ອງການຂຶ້ນເອງ ໂດຍໃຊ້ຄວາມ ຄິດ ສ່ວນຕົວຂອງຕົນເອງເປັນຫລັກ ຫລື ປະເມີນຄວາມຕ້ອງການ ຂອງຜູ້ໃຊ້ລະບົບບໍ່ເຂົ້າ ກັບ ຈຸດປະສົງ ແລະ ຫາກມີການພັດທະນາລະບົບຕໍ່ໄປຈົນແລ້ວ ລະບົບງານທີ່ໄດ້ ກໍ່ຈະບໍ່ກົງກັບ ຄວາມຕ້ອງການຂອງຜູ້ໃຊ້ລະບົບ ຢ່າງແທ້ຈິງ ເຮັດໃຫ້ຕ້ອງມີການປັບແກ້ ຫລື ປ່ຽງແປງ ພາຍຫລັງ
ຈາກການສັງເກດການ ທຳງານຂອງຜູ້ໃຊ້ ການໃຊ້ເຕັກນິກການສຳພາດ ຫລື ການໃຊ້ແບບສອບຖາມ ການອ່ານ ເອກະສານກ່ຽວກັບການປະຕິບັດງານ ຂອງລະບົບງານປະຈຸປັນ ລະບຽບກົດເກນຂອງບໍລິສັດ ແລະ ການມອບຫມາຍຕຳແຫນ່ງ ຫນ້າທີ່ຮັບຜິດຊອບເຊິ່ງໃນຊ່ວງຂອງການເກັບກຳ ຂໍ້ມູນ ຄວາມຕ້ອງການກໍ່ຈະພົບປະກັບຜູ້ໃຊ້ໃນລະດັບຕ່າງໆ ທີ່ເຮັດໃຫ້ຮູ້ເຖິງປັນຫາ ແລະ ແນວທາງການແກ້ໄຂປັນຫາທີ່ແນະນຳໂດຍຜູ້ໃຊ້ ດັ່ງນັ້ນ ການເກັບກຳຄວາມຕ້ອງການ ຈຶ່ງເປັນກິດຈະກຳທີ່ສຳຄັນເພື່ອຄົ້ນຫາຄວາມຈິງ ແລະ ຕ້ອງສ້າງຄວາມເຂົ້າໃຈເຊິ່ງ ແລະ ກັນ ເພື່ອສະຫຼຸບ ອອກມາເປັນຂໍ້ກຳນົດທີ່ມີຄວາມຊັດເຈນໂດຍຂໍ້ກຳນົດເລົ່ານີ້ ເມື່ອຜູ້ໃຊ້ທີ່ກ່ຽວຂ້ອງໄດ້ອ່ານແລ້ວ ຈະຕ້ອງສຶກສາ
ຫລັງຈາກທີ່ໄດ້ນຳຄວາມຕ້ອງການຕ່າງໆ ມາສະຫຼຸບເປັນຂໍ້ກຳນົດທີ່ຊັດເຈນແລ້ວ ຂັ້ນຕອນ ຕໍ່ໄປກໍ່ຄື ນຳຂໍ້ກຳນົດເຫລົ່ານັ້ນໄປພັດທະນາອອກມາເປັນຄວາມຕ້ອງການຂອງລະບົບໃຫມ່ ໂດຍເຕັກນິກທີ່ໃຊ້ກໍ່ຄື ການພັດທະນາແບບຈຳລອງ ຂະບວນ ການ (Process Model) ເຊິ່ງ ເປັນແຜນພາບທີ່ໃຊ້ອະທິບາຍເຖິງຂະບວນການທີ່ຕ້ອງດຳເນີນ ໃນລະບົບວ່າມີຫຍັງແດ່ ແລະ ຕໍ່ໄປກໍ່ດຳເນີນ ການພັດທະນາແບບຈຳລອງຂໍ້ມູນ (Data Model) ເພື່ອອະທິບາຍເຖິງຂໍ້ມູນທີ່ຈັດເກັບໄວ້ສຳຫລັບສະ ຫນັບສະຫນຸນການທຳງານຕ່າງໆ
ສະຫຼຸບໄລຍະຂອງການວິເຄາະລະບົບ ຈະປະກອບມີກິດຈະກຳຕ່າງໆດັ່ງຕໍ່ໄປນີ້
ວິເຄາະລະບົບງານປະຈຸບັນ
ເກັບກຳຄວາມຕ້ອງການໃນດ້ານຕ່າງໆ ແລະນຳມາວິເຄາະເພື່ອສະຫຼຸບເປັນຂໍ້ກຳນົດທີ່ຊັດເຈນ
ນຳຂໍ້ກຳນົດມາພັດທະນາອອກມາເປັນຄວາມຕ້ອງການຂອງລະບົບໃຫມ່
ສ້າງແບບຈຳລອງຂະບວນການຂອງລະບົບໃຫມ່ໂດຍການແຕ້ມແຜນພາບກະແສຂໍ້ມູນ (Data Flow Diagram: DFD)
ສ້າງແບບຈຳລອງຂໍ້ມູນໂດຍການແຕ້ມອີອາໄດອະແກມ (Entity Relationship Diagram : ERD)
Data Flow Diagram: DFD
Entity Relationship Diagram : ERD
ເປັນການພິຈາລະນາວ່າ ລະບົບຈະດຳເນີນການໄປໄດ້ແນວໃດ ເຊິ່ງກ່ຽວຂອ້ງ ກັບຍຸດທະວິທີການ ຂອງການອອກແບບທີ່ວ່າດ້ວຍການຕັດສິນ ໃຈວ່າຈະພັດ ທະນາ ລະບົບໃຫມ່ດ້ວຍແນວ ທາງໃດ ເຊັ່ນ ພັດທະນາຂຶ້ນເອງ ຊື້ໂປແກມສຳເລັດຮູບ ຫລື ວ່າຈ້າງບໍລິສັດພັດທະນາລະບົບໃຫ້ ເປັນຕົ້ນ
ນອກຈາກນີ້ໄລຍະການອອກແບບຈະກ່ຽວຂ້ອງກັບການອອກແບບທາງສະຖາປັດຕະຍະກຳລະບົບ ທີ່ກ່ຽວຂ້ອງກັບອຸປະກອນ ຮາດແວຣ ຊອບແວຣ ແລະ ເຄືອຂ່າຍ, ການອອກ ແບບ ລາຍງານ (OutDesign) ການອອກແບບຫນ້າຈໍເພື່ອປະຕິສຳພັນກັບຜູ້ໃຊ້ (User Interface), ການອອກແບບຝັງງານລະບົບ (System Flowchart), ເຊິ່ງລວມເຖິງລາຍລະອຽດ ຂອງ ໂປແກມ (Specific Program) ຖານຂໍ້ມູນ (Database) ແລະ ຂໍ້ມູນທີ່ກ່ຽວຂ້ອງ ແນວໃດ ກໍ່ຕາມ ເຖິງວ່າ ກິດຈະກຳບາງສ່ວນຂອງໄລຍະອອກແບບນີ້ ສ່ວນໃຫຍ່ຈະຖືກດຳເນີນ ການໄປບາງ ສ່ວນແລ້ວ ໃນໄລຍະຂອງການວິເຄາະ ແຕ່ໄລຍະການອອກແບບ ນີ້ຈະມຸ່ງເນ້ນ ເຖິງການດຳເນີນການແກ້ໄຂປັນຫາແນວໃດ ຫລາຍກວ່າ ໂດຍການນຳຜົນຂອງ ແບບຈຳ ລອງທາງ logical model ທີ່ໄດ້ຈາການວິເຄາະມາພັດທະ ນາເປັນແບບຈຳລອງທາງ Physical Model
ສະຫລຸບໄລຍະຂອງການອອກແບບ ຈະປະກອບໄປດ້ວຍກິດຈະກຳຕ່າງໆດັ່ງຕໍ່ໄປນີ້
ພິຈາລະນາແນວທາງໃນການພັດທະນາລະບົບ
ອອກແບບສະຖາປັດຕະຍະກຳລະບົບ( Architecture Design)
ອອກແບບຖານຂໍ້ມູນ (Database Design)
ອອກແບບອິນພຸ໊ດ ( Input Design)
ອອກແບບເອົ໋າພຸ໊ດ (Output Design)
ອອກແບບ ສ່ວນຕິດຕໍ່ກັບຜູ້ໃຊ້ (User Interface)
ສ້າງຕົ້ນແບບ (Prototype)
ອອກແບບໂປແກມ (Structure Chart)
ອອກແບບຖານຂໍ້ມູນ (Database Design)
ອອກແບບອິນພຸ໊ດ ( Input Design)
ອອກແບບເອົ໋າພຸ໊ດ (Output Design)
ອອກແບບ ສ່ວນຕິດຕໍ່ກັບຜູ້ໃຊ້ (User Interface)
ສ້າງຕົ້ນແບບ (Prototype)
ອອກແບບໂປແກມ (Structure Chart)
ໃນໄລຍະການນຳໄປໃຊ້ຈະເຮັດໃຫ້ລະບົບເກິດຜົນຂຶ້ນມາໂດຍການສ້າງລະບົບ ທົດສອບ ລະບົບແລະການຕິດຕັ້ງລະບົບໂດຍຈຸດປະສົງຫລັກຂອງກິດຈະກຳໃນໄລຍະນີ້ ບໍ່ແມ່ນພຽງແຕ່ ຄວາມຫນ້າເຊື່ອຖືຂອງລະບົບ ຫລືລະບົບສາມາດທຳງານໄດ້ດີເທົ່ານັ້ນ ແຕ່ຕ້ອງຫມັ້ນໃຈວ່າຜູ້ໃຊ້ ລະບົບຕ້ອງໄດ້ຮັບການຝຶກອົບຮົມເພື່ອໃຊ້ງານລະບົບ ແລະ ຄວາມຄາດຫວັງໃນອົງກອນທີ່ຕ້ອງ ການຜົນຕອບແທນໃນດ້ານດີກັບການໃຊ້ລະບົບໃຫມ່ ລຳດັບກິດຈະກຳຕ່າງໆ ທຸກກິດຈະກຳຕ້ອງ ເຂົ້າມາດຳເນີນການຮ່ວມກັນໃນໄລຍະນີ້ເພື່ອໃຫ້ລະບົບການປະຕິບັດງານລົງເອີຍເຖິງທີ່ສຸດ
ສະຫລຸບໄລຍະການນຳໄປໃຊ້ ຈະປະກອບມີກິດຈະກຳຕ່າງໆດັ່ງຕໍ່ໄປນີ້
ສ້າງລະບົບຂຶ້ນມາດ້ວຍການຂຽນໂປແກມ
ກວດສອບຄວາມຖຶກຕ້ອງທາງດ້ານ Verification
ແປງຂໍ້ມູນ (Convert Data)
ຕິດຕັ້ງລະບົບ (System Installation) ແລະ ສ້າງເອກກະສານຄູ່ມື
ຝຶກອົບຮົມຜູ້ໃຊ້ ແລະ ປະເມີນຜົນລະບົບໃຫມ່
ສໍາຫຼັບການສ້າງລະບົບ ຫຼື ການຂຽນໂປແກມນັ້ນ ສາມາດໃຊ້ວິທີການຂຽນໂປແກມດ້ວຍພາສາ ຄອມພິວເຕີ ເຊັ່ນ ການໃຊ້ພາສາ Visual Basic,JavaScript, Java ນອກຈາກນີ້ຍັງ ມີເຕັກ ນິກອື່ນໆເຊັ່ນເຄື່ອງ ມືໃນການພັດທະນາແອປພິເຄຊັ່ນ ເຊິ່ງເປັນຊອບແວທີ່ເປັນແຫລ່ງລວມຂອງ ເຄື່ອງມືຕ່າງໆ ຫລາຍໆ ທີ່ໃຊ້ ເພື່ອພັດທະນາແອບພິເຄຊັ່ນ ເຮັດໃຫ້ໂປແກມເມີ້ບໍ່ທຳງານຫນັກ ຄື ເມື່ອກ່ອນ ມີແຕ່ຮຽນຮູ້ ແລະ ປະຍຸກໃຊ້ ເຄື່ອງມືເຫລົ່ານັ້ນ ກໍ່ຈະສາມາດພັດທະນາ ລະບົບຂຶ້ນມາໄດ້ ຈະໃຊ້ເວລານ້ອຍ ໂດຍເຄື່ອງມືດັ່ງກ່າວຈະປະກອບມີ ພາສາເພື່ອການ ໂປແກມ ເຄື່ອງມືສ້າງອິເຕີເພສ ເຄື່ອງມືທົດສອບ ລວມເຖິງເຄື່ອງມືຊ່ວຍຕ່າງໆ
ສ້າງລະບົບຂຶ້ນມາດ້ວຍການຂຽນໂປແກມ
ກວດສອບຄວາມຖຶກຕ້ອງທາງດ້ານ Verification
ແປງຂໍ້ມູນ (Convert Data)
ຕິດຕັ້ງລະບົບ (System Installation) ແລະ ສ້າງເອກກະສານຄູ່ມື
ຝຶກອົບຮົມຜູ້ໃຊ້ ແລະ ປະເມີນຜົນລະບົບໃຫມ່
ໄລຍະນີ້ຈະໃຊ້ເວລາຍາວນານ ທີ່ສຸດເມື່ອທຽບກັບໄລຍະອື່ນໆ ທີ່ຜ່ານມາ ເນື່ອງຈາກລະບົບຈະຕ້ອງໄດ້ຮັບການບຳລຸງຮັກສາ ຕະລອດໄລຍະເວລາທີ່ມີການໃຊ້ລະບົບ ສິ່ງທີ່ ຄາດຫວັງຂອງຫນ່ວຍງານກໍ່ຄື ຕ້ອງການໃຫ້ລະບົບໃຊ້ງານຍາວນານຫລາຍປີ ລະບົບສາມາດຮອງຮັບເທັກໂນ ໂລຊີໃຫມ່ໆ ໃນອະນາຄົດໄດ້ ດັ່ງນັ້ນໃນຊ່ວງໄລຍະເວລາດັ່ງກ່າວ ຈຶ່ງສາມາດທຳການເພິ່ມເຕິມຄວາມສາ ມາດຂອງລະບົບໃຫ້ມີປະສິດທິພາບສູງຂຶ້ນ ພ້ອມທັງການແກ້ໄຂປັບປຸງໂປແກມ ໃນກໍລະນີທີ່ເຫັນຂໍ້ຜິດພາດ
ສະຫຼຸບໄລຍະການບຳລຸງຮັກສາ ຈະປະກອບມີກິດຈະກຳຕ່າງໆດັ່ງຕໍ່ໄປນີ້
ການບໍາລຸງຮັກສາລະບົບ ( System Maintenance )
ການເພິ່ມເຕິມຄວາມສາມາດໃຫມ່ໆ ເຂົ້າໃນລະບົບ ( Enhance System)
ການສະຫນັບສະຫນຸນງານຂອງຜູ້ໃຊ້ (Support the Users)
ການບໍາລຸງຮັກສາລະບົບ ( System Maintenance )
ການເພິ່ມເຕິມຄວາມສາມາດໃຫມ່ໆ ເຂົ້າໃນລະບົບ ( Enhance System)
ການສະຫນັບສະຫນຸນງານຂອງຜູ້ໃຊ້ (Support the Users)
ຈາກໄລຍະຕ່າງໆ ຕາມຂັ້ນຕອນການພັດທະນາລະບົບຕາມແບບແຜນຂອງ SDLC ຈະເຫັນ ວ່າມີການໃຊ້ຄຳ ວ່າ ໄລຍະ ແລະ ກິດຈະກຳ ເຊີ່ງສາມາດອະທິບາຍ ລາຍລະອຽດ ເພື່ອໃຫ້ ເກິດຄວາມເຂົ້າໃຈຕົງກັນດັ່ງນີ້
ໄລຍະ ( Phase ) ຄືກຸ່ມຂອງກິດຈະກຳທີ່ກ່ຽວຂອ້ງກັນ
ກິດຈະກຳ ( Activity ) ຄື່ກຸ່ມຂອງງານທີ່ກ່ຽວຂ້ອງກັນ
ໜ້າວຽກ ( Task ) ຄືງານທີ່ດຳເນີນການ ເຊິ່sຖືເປັນງານທີ່ນ້ອຍທີ່ສຸດ
ຕົວຢ່າງເຊັ່ນ ໄລຍະທີ 1 ຄືການວາງແຜນໂຄງການເຊິ່ງປະກອບໄປດ້ວຍກິດຈະກຳຕ່າງໆເຊັ່ນ ການກຳນົດປັນ ຫາ ການສຶກສາຄວາມເປັນໄປໄດ້ ດັ່ງນັ້ນ ງານຂອງກິດຈະກຳການ ກຳນົດ ປັນຫາກໍ່ຄື ການເຂົ້າພົບຜູ້ໃຊ້ງານໃນ ລະດັບຕ່າງໆ ການກຳນົດຂອບເຂດປັນຫາ ສ່ວນງານ ຂອງກິດຈະກຳການສຶກສາຄວາມເປັນໄປໄດ້ກໍ່ຄື ການ ສຶກສາຄວາມເປັນໄປໄດ້ ທາງດ້ານ ເຕັກ ນິກ ເສດຖະສາດ ແລະປະຕິບັດງານ ເປັນຕົ້ນ ເຊິ່ງພໍສະຫລຸບໄດ້ດັ່ງນີ້
ໄລຍະການວາງແຜນໂຄງການ
ກິດຈະກຳການກຳນົດປັນຫາ
ເຂົ້າພົບຜູ້ໃຊ້ງານລະດັບຕ່າງໆ
ກຳຫນົດຂອບເຂດປັນຫາ
ຈັດສ້າງເອກະສານສະແດງຂອບເຂດຂອງລະບົບ
ກິດຈະກຳການສຶກສາຄວາມເປັນໄປໄດ້
ສຶກສາຄວາມເປັນໄປໄດ້ທາງດ້ານເຕັກນິກ
ສຶກສາຄວາມເປັນໄປໄດ້ທາງດ້ານເສດ
ສຶກສາຄວາມເປັນໄປໄດ້ທາງດ້ານການປະຕິບັດງານຖະສາດ