ເວທີແລກປ່ຽນບົດຮຽນ ຂອງສະມາຄົມນັກສຶກສາລາວ ປະຈໍາ ເຂດກີວຊູ ຮູບແບບທາງໄກ (ອອນລາຍ) ແມ່ນໄດ້ຖືກສ້າງຂຶ້ນພາຍໃຕ້ຄະນະປະທານ ສະມາຄົມນັກສຶກສາລາວ ປະຈໍາເຂດກິວຊູ ສົກປີ 2020-2021, ໃນຊ່ວງການລະບາດຂອງພະຍາດ ໂຄວິດ 19 ເວົ້າລວມ ໃນທົ່ວໂລກ ເວົ້າສະເພາະ ໃນ ປະເທດ ຢີ່ປຸ່ນ.
ເວທີແລກປ່ຽນບົດຮຽນດັ່ງກ່າວ ແມ່ນໄດ້ຈັດຂຶ້ນເປັນປະຈຳໃນທຸກໆເດືອນ ໂດຍມີການໝູນວຽນພາຍໃນຈຸສາມອົງການຈັດຕັ້ງມະຫາຊົນ ຂອງນັກສຶກສາລາວ ແລະ ຄະນະສະມາຄົມນັກສຶກສາລາວ ປະຈໍາ ເຂດກິວຊູ. ການແລກປ່ຽນບົດຮຽນ ແມ່ນເປີດກວ້າງ ໃຫ້ຫຼາກຫຼາຍຫົວຂໍ້ ເຊິ່ງມີຈຸດປະສົງເພື່ອເປັນເວທີ ສ້າງຄວາມເຂັ້ມແຂງ ແລະ ຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ ທາງດ້ານວິຊາການ ແລະ ການດໍາລົງຊີວິດ ໃຫ້ກັບສະມາຊິກພາຍໃນສະມາຄົມ ແລະ ສະມາຄົມນັກສຶກສາລາວ ເຂດອື່ນທີ່ສົນໃຈ. ນອກນັ້ນ ຍັງເປັນການຮັດແໜ້ນຄວາມສາມັກຄີ ແລະ ເປີດໂອກາດໃຫ້ໄດ້ພົບປະໂອ້ລົມກັນຢ່າງຕໍ່ເນື່ອງ.