ໂດຍປະຕິບັດຕາມແຜນການເຄື່ອນໄຫວປະຈຳປີ, ສະມາຄົມນັກສຶກສາລາວເຂດກິວຊູ ໄດ້ຈັດກິດຈະກຳແຂ່ງຂັນກິລາໂບລິງ (bowling tournament) ໃນວັນທີ່ 11 ມີນາ 2023, ຢູ່ທີ່ Fukuoka Prefecture. ຈຸດປະສົງຂອງການຈັດກິດຈະກຳໃນຄັ້ງນີ້ແມ່ນເພື່ອຮັດແໜ້ນຄວາມສາມັກຄີ ແລະ ສະເຫຼີມສະຫຼອງວັນແມ່ຍິງ ລວມທັງເປັນການເຕົ້າໂຮມເພື່ອແລກປ່ຽນບົດຮຽນໃນການສຶກສາ, ການດຳລົງຊີວິດນັກສຶກສາ-ຄົ້ນຄວ້າຢູ່ປະເທດຍີປຸ່ນ ແລະ ຢ້ຽມຢາມສະຖານທີ່ທ່ອງທ່ຽວສຳຄັນຢູ່ຟູກູໂອກະ. ງານໃນຄັ້ງນີ້ແມ່ນໄດ້ບັນລຸຜົນສຳເລັດຢ່າງຈົບງາມ