ໃນຂະນະທີ່ມີການລະບາດ ຂອງພະຍາດໂຄວິດ-19 ໃນທົ່ວໂລກ, ການຈັດກິດຈະກໍາ ແລະ ຂະບວນການໃນຮູບແບບການພົບປະ ແລະ ເຕົ້າໂຮມກັນ ແບບໜ້າຕໍ່ໜ້າບໍ່ສາມາດດໍາເນີນໄດ້ຄືສະພາບປົກກະຕິ. ສະນັ້ນ, ຈຸຊາວໜຸ່ມນັກສຶກສາລາວເຂດກິວຊູ, ສະມາຄົມນັກສຶກສາລາວເຂດກີວຊູ ຈຶ່ງໄດ້ຈັດກິດຈະກໍາແລກປ່ຽນບົດຮຽນ ໃນຮູບແບບທາງໄກ (ອອນລາຍ) ໃນຄັ້ງວັນທີ 20 ມິຖຸນາ 2021, ເວລາ 15:00 ໂມງ ຕາມເວລາຂອງປະເທດຢີ່ປຸ່ນ ແລະ ມີຜູ້ເຂົ້າຮ່ວມທັງໝົດຈໍານວນ 26 ຄົນ. ໃນນັ້ນ, ກິດຈະກໍາປະກອບມີການນໍາສະເໜີ ແລະ ແລກປ່ຽນບົດຮຽນໃນ 3 ຫົວຂໍ້ ມີລາຍລະອຽດດັ່ງນີ້:
‘‘ສະພາບການແຜ່ລະບາດ ຂອງເຊື້ອພະຍາດ HIV ແລະ AIDS ໃນ ສປປ ລາວ’’ ເຊິ່ງນໍາສະເໜີໂດຍ ທ່ານ ນາງ ວິໄລສອນ ລາດຊະໂພ, ນັກສຶກສາປະລິນຍາໂທປີທີ 1, ມະຫາວິທະຍາໄລ ນາງາຊາກິ. ການນໍາສະເໜີ ໄດ້ຍົກໃຫ້ເຫັນ ກ່ຽວກັບ ສະພາບການຕິດເຊື້ອຂອງພະຍາດດັ່ງກ່າວ, ລວມທັງສະຖິຕິຜູ້ຕິດເຊື້ອ ໃນທົ່ວໂລກ ແລະ ສປປ ລາວ ຜ່ານວິດີໂອສັ້ນ ແລະ ແຫຼ່ງຂໍ້ມູນເພີ່ມເຕີມທາງອອນລາຍ ເພື່ອເປັນຂໍ້ມູນ. ພ້ອມນັ້ນ, ຍັງໄດ້ຍົກໃຫ້ເຫັນເຖິງຄວາມສໍາຄັນຂອງວຽກງານການສົ່ງເສີມການກວດເຊື້ອ ແລະ ການໃຫ້ຄໍາແນະນຳຂັ້ນບ້ານ ແລະ ຊຸມຊົນ ໂດຍສະເພາະແມ່ນ ກຸ່ມເພດທາງເລືອກ (ຊາຍຮັກຊາຍ) ແລະ ກຸ່ມອື່ນໆທີ່ມີຄວາມສ່ຽງ.
‘‘ການລ້ຽງໝູຂອງຜູ້ລ້ຽງໝູຂະໜາດນ້ອຍໃນ ສປປ ລາວ’’ ເຊິ່ງນໍາສະເໜີໂດຍ ທ່ານ ບຸນໂຮມ ຈັນທະໄຊ, ນັກສຶກສາປະລິນຍາໂທປີທີ 2, ມະຫາວິທະຍາໄລກີວຊູ (ນໍາສະເໜີເປັນພາສາອັງກິດ). ຈຸດປະສົງຫຼັກຂອງການນໍາສະເໜີ ແມ່ນເພື່ອລະດົມຄວາມຄິດເຫັນ ແລະ ປະກອບຄໍາເຫັນ ເພື່ອເຮັດໃຫ້ເນື້ອໃນບົດສົມບູນ ກ່ອນຈະນໍາສະເໜີໃນກອງປະຊຸມວິຊາການຂັ້ນຕໍ່ໄປ. ການແລກປ່ຽນ ແລະ ສົນທະນາ ເນັ້ນໃສ່ການໃຫ້ຂໍ້ມູນສໍາຄັນ ກ່ຽວກັບ ການລ້ຽງໝູເປັນສິນຄ້າ, ການບໍລິໂພກຂອງຄົວເຮືອນ ຫຼື ເປັນການຄໍ້າປະກັນສະບຽງອາຫານ. ນອກນັ້ນ, ຜູ້ເຂົ້າຮ່ວມກໍຍັງໃຫ້ຄໍາເຫັນ, ຄໍາແນະນໍາ, ແລະ ວິທີການຕ່າງໆ ກ່ຽວກັບ ການເຮັດບົດວິໄຈ, ປະສົບການໃນການນໍາສະເໜີບົດ ໃນກອງປະຊຸມວິຊາການລະດັບສາກົນ.
‘‘ການເດີນທາງເຂົ້າ-ອອກ ສປປ ລາວ ແລະ ຢີ່ປຸ່ນ ໃນຊ່ວງການລະບາດຂອງພະຍາດໂຄວິດ-19’’ ເຊິ່ງນໍາສະເໜີໂດຍ ທ່ານ ນາງ ລັດດາວັນ ວໍລະສານ, ນັກສຶກສາປະລິນຍາ ໂທປີທີ 2, ມະຫາວິທະຍາໄລ ນາງາຊາກິ. ການສະເໜີຂອງຫົວຂໍ້ດັ່ງກ່າວ ໄດ້ຍົກໃຫ້ເຫັນບາງເອກະສານທີ່ສໍາຄັນກ່ຽວຂ້ອງ ແລະ ການກະກຽມຄວາມພ້ອມ ຕິດພັນກັບການເດີນທາງ. ພ້ອມທັງເລົ່າປະສົບການໂດຍກົງໃນການເດີນທາງ, ການກັກໂຕ ແລະ ການກວດຊອກຫາເຊື້ອພະຍາດໂຄວິດ-19.
ການແລກປ່ຽນບົດຮຽນໃນຫົວຂໍ້ທີ່ກ່າວມານັ້ນ ເຫັນວ່າ ມີຄວາມສໍາຄັນຫຼາຍ ແລະ ມີປະໂຍດຢ່າງຫຼວງຫຼາຍ. ຜູ້ເຂົ້າຮ່ວມໄດ້ໃຫ້ຄວາມສົນໃຈ, ມີການສົນທະນາ, ມີຄໍາເຫັນ ແລະ ແລກປ່ຽນບົດຮຽນຢ່າງຟົດຟື້ນ ແລະ ສ້າງສັນ, ພ້ອມທັງຖາມ-ຕອບ ຈົນດໍາເນີນໄປຮອດເວລາ 17:30 ໂມງ. ພ້ອມດຽວກັນນັ້ນ, ກິດຈະກໍາການແລກປ່ຽນບົດຮຽນ ຂອງສະມາຄົມນັກສຶກສາລາວເຂດກີວຊູ ໃນລັກສະນະແບບນີ້ ແມ່ນໄດ້ມີການຈັດຂຶ້ນເປັນປະຈຳໃນທຸກໆເດືອນ ໂດຍມີການໝູນວຽນພາຍໃນຈຸສາມອົງການຈັດຕັ້ງມະຫາຊົນ.
ຂຽນ ແລະ ຮູບພາບ ໂດຍ: ສຸກພະວັນ ສະຫວັດວົງ
ກວດແກ້ ໂດຍ: ຄໍາປະເສີດ ມະນີໄຊ
Amidst the global COVID-19 pandemic, the arrangement or gathering of many participants for any activity is not allowed to conduct as usual. Thus, the Lao People Revolutionary Youth Unit (LPRYU) under the Lao Students Association in Japan – Kyushu Region (LSAJ-Kyushu) virtually organized a LSAJ-Kyushu Knowledge Exchange Forum via Zoom on 20 June 2021, at 15:00 (local time in Japan), consisting of 26 participants. In this webinar, there were three topics as follows:
1. "The outbreak of HIV and AIDS Diseases in Laos" presented by Ms. Vilaysone Rajpho, a first-year master's student, Nagasaki University. This presentation gave information on HIV and AIDS infected persons. The diseases affect Human Resource Development in Laos and around the world. The presenter had shown some short videos and some online sources of additional information. She also pointed to the importance of an HIV testing campaign at the village level, especially encourage the MSM (Men who have sex with men) people and other risk groups to get an HIV test.
2. "Behaviors of Smallholder Pig Production in Laos," presented by Mr. Bounhom Chanthaxay, a second-year master's student, Kyushu University (presented in English). The primary purpose of this presentation was to seek comments and recommendations to improve the research paper which will be presented at an international academic conference. This topic delivered helpful information about pig raising regarding commerce, household consumption, and food security in Laos. In addition, the participants provided some constructive comments, suggestions, research techniques, and experiences for the presenter.
3. "Experience sharing on Entry-Exit for Laos and Japan during the COVID-19 pandemic" presented by Ms. Latdavanh Vorlasane, a second-year master's student, Nagasaki University. This presentation covered essential documents and preparations related to traveling regulation. She also shared her experiences through the trip to Laos and re-enter Japan, including 14 days quarantine and the COVID-19 test procedure.
The exchanges on the topics mentioned above were highly significant and valuable. Attendees paid close attention to the presentations, discussed, came up with comments and conversations, down to questions and answers until 17:30. Moreover, the LSAJ-Kyushu Knowledge Exchange Forum is arranged by the LSAJ-Kyushu every month and takes turns within the three mass units.
Written and photo by Soukphavanh Sawathvong
Edited and translated by Khampaserd Manysay