ໂດຍອີງຕາມການຕົກລົງເຫັນດີໃນກອງປະຊຸມລາຍງານການເຄື່ອນໄຫວປະຈຳໄຕມາດທີ່ 1 ຂອງສະມາຄົມນັກສຶກສາລາວ ປະຈໍາເຂດກິວຊູ. ໃນວັນທີ 25 ທັນວາ 2021 ໄດ້ມີການຈັດກິດຈະກໍາ ເພີ່ມຄວາມສາມັກຄີພາຍໃນສະມາຄົມນັກສຶກສາລາວ ປະຈໍາເຂດກິວຊູ ໂດຍນັກສຶກສາລາວ ທີ່ສັງກັດຢູ່ ມະຫາວິທະຍາໄລກິວຊູ ຮັບເປັນເຈົ້າພາບ ແລະ ຈັດກິດຈະກໍາຢູ່ ເມືອງຟຸກຸໂອກະ.
ກິດຈະກໍາດັ່ງກ່າວ ແມ່ນປະກອບມີ 2 ວາລະໃຫຍ່ ຄື: 1. ທ່ຽວຊົມເມືອງຟຸກຸໂອກະ ແລະ 2. ແຂ່ງຂັນກິລາໂບລິ້ງສາມັກຄີ. ມີສະມາຊິກເຂົ້າຮ່ວມຈາກຫຼາຍມະຫາວິທະຍາໄລ ໄດ້ແກ່ ມະຫາວິທະຍາໄລ ກິວຊູ, ມະຫາວິທະຍາໄລ ຢາມາກຸຈິ, ມະຫາວິທະຍາໄລ ຄຸມະໂມໂຕ, ມະຫາວິທະຍາໄລ ນາງາສະກິ, ມະຫາວິທະຍາໄລ APU, ວິທະຍາໄລທັນຕະແພດຟຸກຸໂອກະ, ສະຖາບັນເຕັກໂນໂລຢີກິວຊູ.
ບັນຍາກາດການຫຼິ້ນກິລາ ເປັນໄປຢ່າງຟົດຟື້ນ, ມີຄວາມມ່ວນຊື່ນ ແລະ ເສີມສ້າງຄວາມສາມັກຄີຂອງບັນດານັກສືກສາ.
ໃນການແຂ່ງຂັນເພື່ອຄວາມສາມັກຄີຄັ້ງນີ້ ມີນັກສຶກສາເຂົ້າຮ່ວມ 23 ທ່ານ ເຊິ່ງໄດ້ມີການຈັບຄູ່ກັນ ໂດຍການຈັບສະຫຼາກ ແລະ ແຂ່ງກັນ 3 ຮອບ. ຮອບທຳອິດແມ່ນ ຮອບຄັດເລືອກ, ຮອບທີ່ 2 ແມ່ນ ຮອບຄັດເລືອກຄັ້ງທີ່ສອງ ແລະ ຮອບທີ່ 3 ແມ່ນຮອບຕັດສິນ.
ໄດ້ມີການຈັດລາງວັນ 3 ລາງວັນ ເຊິ່ງຂອງລາງວັນເປັນຂອງທີ່ລະນຶກຈາກ ມະຫາວິທະຍາໄລ ກິວຊູ ເຊິ່ງເປັນສະຖານທີຈັດງານໃນຄັ້ງນີ້. ອັນດັບທີ່ 1 ແມ່ນ ລຽງຈາກ ຂວາຫາຊ້າຍ.
ບາງຮູບພາບບັນຍາກາດໃນການແຂ່ງຂັນໂບລີ້ງສາມັກຄີ ສະແດງຢູ່ດ້ານລຸ່ມ
ນັກສຶກສາທີ່ຮ່ວມກິດຈະກໍາໄດ້ທ່ຽວຊົມຫຼາຍສະຖານທີ່ ທີ່ເປັນຈຸດເດັ່ນຂອງເມືອງຟຸກຸໂອກະ ນໍາພາການທ່ຽວຊົມໂດຍ ນັກສຶກສາລາວທີ່ຮຽນຢູ່ມະຫາວິທະຍາໄລ ກິວຊູ. ບາງຮຸບພາບການເຄື່ອນໄຫວດ້ານລຸ່ມ