ກ່ຽວກັບ ສນລຍ ກິວຊູ
ສະມາຄົມນັກສຶກສາລາວ ທີ່ປະເທດຍີປຸ່ນ ແມ່ນການຈັດຕັ້ງສະມາຄົມທີ່ ເປັນຕົວແທນໃຫ້ແກ່ບັນດານັກສຶກສາ ທີ່ກຳລັງສຶກສາຄົ້ນຄວ້າຮຳ່ຮຽນທີ່ ປະເທດຍີປູ່ນ. ເປັນສະມາຄົມທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງສະຖານເອກ ອັກຄະລັດຖະທູດ ແຫ່ງ ສ ປ ປ ລາວ ທີ່ນະຄອນຫຼວງໂຕກຽວ. ສະມາຄົມນັກສຶກສາລາວເຂດກິວຊູ ແມ່ນການ ຈັດຕັ້ງຂອງ ນັກສຶກສາທີ່ເປັນ ຕົວແທນໃຫ້ແກ່ນັກສຶກສາໃນເຂດດັ່ງກ່າວ ໂດຍມີຄະນະບໍລິຫານງານສະມາຄົມ ທີ່ໄດ້ຮັບການແຕ່ງຕັ້ງຈາກສະຖານເອກອັກຄະລັດຖະທູດແຫ່ງ ສ ປ ປ ລາວ ທີ່ນະຄອນຫຼວງໂຕກຽວ.
ຈຸດປະສົງຫຼັກຂອງ ສນລຍ ພວກເຮົາ ແມ່ນເພື່ອສົ່ງເສີມຄວາມສະມັກຄີ ອັນເປັນປຶກແຜ່ນແໜ້ນໜາ ໃນບັນດານັກສຶກສາລາວ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນການສຶກສາຄົ້ນຄວ້າຮໍ່າຮຽນໃຫ້ສຳເລັດຜົນຕາມຄາດໝາຍ ທີ່ວາງໄວ້. ພ້ອມກັນນີ້ພວກເຮົາຍັງໄດ້ມີການເສີມຂະຫຍາຍສາຍພົວພັນ ຮ່ວມມືມິດຕະພາບ ກັບບັນດານັກສຶກສາປະເທດເຈົ້າພາບ ແລະ ສາກົນ ທີ່ກຳລັງສຶກສາຄົ້ນຄວ້າຮໍ່າຮຽນ ໃນເຂດກິວຊູ ໃນການແລກປ່ຽນ ວັດທະນະທຳ, ກິລາ ແລະ ກິດຈຳອື່ນໆ.
ABOUT LSAJ-KYUSHU
The objective of the LSAJ-Kyushu is to foster interactions among its students in academic excellence and life performance during far-away from home study. It is also to promote and enhance mutual understanding, friendship, culture, and sports with local and international students who are currently studying in Kyushu region.
Lao Students Association in Japan is an official representative of Lao students in Japan. It was established under direct supervision from Lao Embassy in Japan and is recognized by Lao Government. Lao Students Association in Kyushu (LSAJ-Kyushu), Japan, is an official representative of Lao students in Kyushu region.