Home / ພື້ນຖານ Desktop app / User Experience
UX ຫຼື User Experience ຄື ປະສົບການຂອງຜູ້ໃຊ້ງານໃນດ້ານຄວາມຮູ້ສຶກທີ່ຕອບສະຫນອງຕໍ່ການໃຊ້ງານຜະລິດຕະພັນ ຫຼື ລະບົບຕ່າງໆ ຍົກຕົວຢ່າງເຊັ່ນ ຄວາມສະດວກສະບາຍ ໃຊ້ງານງ່າຍ ຄວາມສະໜຸກສະໜານ ຈົນເກີດເປັນຄວາມພໍໃຈສູງສຸດ ຫຼື ເກີດປະສົບການທີ່ດີຂອງຜູ້ໃຊ້ງານນັ້ນເອງ
ສະນັ້ນໃນອີກທາງໜຶ່ງ User experience ຫຼື UX ມີການພັດທະນາມາຈາກຜົນຂອງການປັບປຸງ UI ເມື່ອມີບາງຢ່າງໃຫ້ຜູ້ໃຊ້ໄດ້ໂຕ້ຕອບກັບປະສົບການຂອງພວກທ່ານ ບໍ່ວ່າຈະເປັນແງ່ບວກ ລົບ ຫຼື ເປັນກາງ ສາມາດປ່ຽນວິທີທີ່ຜູ້ໃຊ້ຮູ້ສຶກກ່ຽວກັບການໂຕ້ຕອບເຫຼົ່ານັ້ນ UX ຈຶ່ງເປັນຈຸດທີ່ຕ້ອງພະຍາຍາມສຶກສາ ແລະ ເຮັດຄວາມເຂົ້າໃຈວ່າຜູ້ໃຊ້ງານຕ້ອງການຫຍັງ ແບບໃດພໍໃຈບໍ ກຸ່ມເປົ້າໝາຍມີໃຜດ້ວຍ ມີຫຍັງໜ້າສົນໃຈດ້ວຍ ຢ່າງລະອຽດ ເພື່ອໃຫ້ຕອບໂຈດກັບຜູ້ໃຊ້ງານຫລາຍທີ່ສຸດ ສະນັ້ນອາດປຽບໄດ້ວ່າ UX ຄື “ສາດແຫ່ງຄວາມພະຍາຍາມເຂົ້າໃຈຜູ້ອື່ນເພື່ອປະໂຫຍດອັນສູງສຸດ”
User Experience Design (UXD) ສ້າງໃຫ້ເກີດຄວາມພຶງພໍໃຈຂອງລູກຄ້າຕໍ່ການໃຊ້ງານ ແລະ ທັງຫມົດເຖິງປະສົບການຕໍ່ຟັງກ໌ຊັ່ນການໃຊ້ງານການປະຕິສຳພັນຂອງການອອກແບບອີກດ້ວຍ ເຊິ່ງຄວາມສຳຄັນຂອງ UX Design ກໍຄືຄຳນຶງເຖິງປະສົບການຂອງຜູ້ໃຊ້ງານ ສິ່ງທີ່ຜູ້ໃຊ້ (User) ໄດ້ຮັບ ແລະ ລຽງກັນມາເປັນເລື່ອງລາວ ຫຼື Journey ທີ່ເອີ້ນວ່າ "User Experience" ຫຼື UX ນັ້ນເອງ
ຕົວຢ່າງຂອງການໃຫ້ຄວາມສຳຄັນກັບ UX ໃນດ້ານຕ່າງໆ
Visual Design ຄື ການອອກແບບໜ້າຕາຂອງເວັບໄຊຕ໌ ອາດຈະໃຊ້ເທັກໂນໂລຢີຕ່າງໆ ເພື່ອຕົກແຕ່ງໃຫ້ສວຍງາມ ໜ້າໃຈງາມ ຫາກເປັນເວັບໄຊຕ໌ ສາມາດໃຊເທັກໂນໂລຢີຢ່າງ Bootstrap ເປັນຕົ້ນ
Usability ຄື ການໃຊ້ງານໄດ້ງ່າຍ ເຊັ່ນ ສາມາດສະໝັກ ເຂົ້າໃຊ້ງານໄດ້ ຊັດເຈນ ບໍ່ສັບສົນ ບໍ່ຊັບຊ້ອນ ຫຼຸດໂອກາດຄວາມຜິດພາດທີ່ອາດຈະເກີດຂຶ້ນໄດ້ ເປັນຕົ້ນ
Interaction Design ຄື ຮູບແບບການຕອບສະຫນອງຕໍ່ການໃຊ້ງານ ວ່າຈະເກີດຫຍັງຂຶ້ນເມື່ອເຂົ້າເມນູນີ້ ຫຼື ຄລິກທີ່ປຸ່ມນີ້ ຫຼື ປັດໜ້າຈໍຂອງ Apps ເປັນຕົ້ນ
Accessibility ຄືການຮອງຮັບການເຂົ້າເຖິງໄດ້ຢ່າງບໍ່ມີອຸປະສັກ ເຊັ່ນ ສີຊັດເຈນ ມີຄຳອະທິບາຍ ຫາກໃຊ້ງານຜິດພາດ ເປັນໄປຕາມແນວທາງ Web Content Accessibility Guidelines (WCAG) ຂອງ W3C ເປັນຕົ້ນ
ຫຼີກລ້ຽງການນຳສະເໜີປຸ່ມຫຼືລິງກ໌ໃດໆ ທີ່ຈະເຮັດໃຫ້ຜູ້ໃຊ້ບໍ່ສົນໃຈທີ່ຈະສັ່ງຊື້-ຊຳລະເງີນ ແຕ່ໃຫ້ສະແດງຄຳກະຕຸ້ນການຕັດສິນໃຈໃນການຊຳລະເງີນ
ໃຫ້ຄຳແນະນຳສະເພາະບຸກຄົນ ເຊັ່ນ ການຊື້ຜະລິດຕະພັນທີ່ເຈົ້າຊື້ກ່ອນໜ້ານີ້ ການເລືອກວິທີການຈັດສົ່ງທີ່ຕ້ອງການ ເປັນຕົ້ນ
ສື່ສານຢ່າງຊັດເຈນ ສ້າງຄວາມໜ້າເຊື່ອຖື ຫາກການຊຳລະເງີນສຳເລັດແລ້ວ ຜູ້ຊື້ສາມາດໄດ້ຮັບສິນຄ້າເມື່ອໃດ ແລະ ການຄືນສິນຄ້າສາມາດເຮັດໄດ້ຢ່າງໃດ ເປັນຕົ້ນ