Home / ພື້ນຖານ Desktop app / Java GUI Swing Menus
Java GUI Swing Menus ຫົວຂໍ້ນີ້ຈະເປັນການລວບລວມວິທີການຂຽນ Java GUI ກ່ຽວກັບການຂຽນສ້າງ ເມນູ (Menu) ເຊິ່ງເປັນ Menu ຄືກັນກັບ Application ທີ່ຣັນເທິງ Desktop ທັ່ວໆ ໄປ ແລະ ໃນ Java Swing ເອງກໍມີ Class ທີ່ເຂົ້າມາຈັດການກັບການສ້າງ Menu ຢູ່ຫຼາຍຕົວ ເຊິ່ງຈັດກຸ່ມຢູ່ໃນ Class ຂອງ javax.swing.JMenu ແລະ ກໍ່ມີຮູບແບບທີ່ໃຊ້ງານງ່າຍ ສວຍງາມ ເຊັ່ນ JMenuBar, JMenu, JMenuItem, JCheckBoxMenuItem , JRadioButtonMenuItem
ການໃຊ້ງານ Java GUI ແບບສ້າງ Menu ຖືວ່າເປັນຄວາມສາມາດທີ່ເຮັດໃຫ້ໂປຣແກຣມເບິ່ງທັນສະໄໝ ມີຟີເຈີ ທີ່ໜ້າໃຊ້ ແລະ ໃຊ້ງານງ່າຍຫລາຍ ສ້າງໄດ້ງ່າຍ ແຕ່ປະສິດທິພາບດີ ສາມາດອອກແບບລາຍການ Menu Item ໄດ້ຫຼາກຫຼາຍ ແຕກຍ່ອຍໄປຕາມຫນ່ວຍຕ່າງໆ ຕາມຕ້ອງການ ແລະ ໃນບົດຄວາມນີ້ຈະພະຍາຍາມຍົກຕົວຢ່າງການສ້າງ Menu ດ້ວຍ Java Swing ໃຫ້ຫຼາກຫຼາຍຫລາຍທີ່ສຸດ ເພື່ອຕ້ອງການເປັນຕົວຢ່າງສຳລັບສະມາຊິກທີ່ຕ້ອງການນຳໄປໃຊ້ງານ