Home / ພື້ນຖານ Desktop app / Component
ໃນການຂຽນໂປຣແກຣມ Java ແລະ ອອກແບບ Java GUI ສິ່ງທີ່ຂາດເລີຍບໍ່ໄດ້ກໍ່ຄື ເຄື່ອງມືທີ່ະໃຊ້ສ້າງການເຮັດວຽກງານຕ່າງໆ ໃນໜ້າ Frame ໃນ Java Swing (javax.swing) ເຮົາຈະເອີ້ນມັນວ່າ Component Controls ເຊິ່ງຈະປະກອບດ້ວຍ Controls ຕ່າງໆ ຫຼວງຫຼາຍທີ່ຈຳເປັນໃນການໃຊ້ງານ ເຊັ່ນ Label , Text Fields , Button ແລະ ອື່ນໆ ແລະ ວິທີການສ້າງ Controls ຕ່າງໆ ກໍ່ງ່າຍຫຼາຍ ສາມາດສ້າງໄດ້ທັງແບບການຂຽນ Code ເອງ ຫຼື ຈະໃຊ້ຜ່ານ GUI Tools ຢ່າງ Eclipse ແລະ NetBeans ກໍ່ໄດ້ເຊັ່ນດຽວກັນ
ສຳລັບຂັ້ນຕອນການສ້າງ Component Controls ນັ້ນອັນດັບທຳອິດຈະຕ້ອງມີການ import ຕົວ Class ຂອງ Controls ນັ້ນກ່ອນ ເຊັ່ນ import javax.swing.JLabel; ເພື່ອກຽມທີ່ຈະສ້າງ Label ດ້ວຍ JLabel ຈາກນັ້ນກໍໃຊ້ການ new ຕົວ Class ແລະ ເອີ້ນໃຊ້ໄດ້ທັນທີ ແຕ່ຖ້າໃນກໍລະນີທີ່ເຮັດຜ່ານ GUI Tools ເທິງ Eclipse ຫຼື NetBeans ການຂຽນ Code ພວກນີ້ຈະບໍ່ມີຄວາມຫຍຸ້ງຍາກ