Home / ພື້ນຖານ Desktop app / User Interface
UI ຫຼື User Interface ຄື ສ່ວນຕໍ່ປະສານກັບຜູ້ໃຊ້ງານ ຫຼື ສ່ວນທີ່ໃຊ້ໃນການເຊື່ອມຕໍ່ກັບຜູ້ໃຊ້ງານ ແມ່ນສ່ວນທີ່ໃຫ້ຜູ້ໃຊ້ງານສາມາດໂຕ້ຕອບກັບການໃຊ້ງານຜະລິດຕະພັນໄດ້ ເຊິ່ງຈະມຸ້ງເນັ້ນໄປທີ່ເລື່ອງຂອງໜ້າຕາ ການອອກແບບ ແລະ ການດີໄຊນ໌ ຍົກຕົວຢ່າງເຊັ່ນ ໜ້າຈໍ ແພລດຟອມເມນູ ຟ້ອນຕ່າງໆ ການວາງພາບ ຂະໜາດຕົວອັກສອນ ປຸ່ມ ແປ້ນພິມ ສຽງ ຫຼື ແມ່ນແຕ່ແສງໄຟ ເປັນຕົ້ນ
ສິ່ງສຳຄັນສຳລັບ UI ກໍຄືດີໄຊນ໌ທີ່ເບິ່ງສະອາດ ສວຍງາມ ດຶງດູດໃຈ ອີກທັງຕ້ອງເຂົ້າໃຈງ່າຍ ໃຊ້ງານງ່າຍ ມີມາດຕະຖານ ແລະ ເປັນມິດຕໍ່ຜູ້ໃຊ້ງານ ນອກຈາກນີ້ຢັງຕ້ອງມີຟັງກ໌ຊັນທີ່ໜ້າສົນໃຈ ມີພາສາພາບທີ່ເຮັດໃຫ້ຄົນເກີດຄວາມຮູ້ສຶກຢາກຈະໃຊ້ງານ ແລະ ທີ່ສຳຄັນຈະຕ້ອງມີຄວາມເປັນເອກລັກ ໂດດເດັ່ນ ແຕ່ບໍ່ຕ່າງຫລາຍຈົນເກີນໄປ ສະນັ້ນອາດປຽບໄດ້ວ່າ UI ຄື “ສາດແຫ່ງຄວາມງາມ” ທີ່ຈະມາເຕີມເຕັມໃຫ້ UX ອອກມາເປັນຮູບຮ່າງຈົນເກີດເປັນ first impression ທີ່ດີທີ່ສຸດສຳລັບຜູ້ໃຊ້ງານນັ້ນເອງ
UX = ໃຫ້ຄວາມສຳຄັນກັບອາລົມ ແລະ ຄວາມຮູ້ສຶກຂອງຜູ້ໃຊ້
UI = ໃຫ້ຄວາມສຳຄັນກັບຄວາມສວຍງາມ ການຕິດຕໍ່ກັບຜູ້ໃຊ້ ແລະ ຂໍ້ມູນທາງດ້ານເທັກນິກອື່ນໆ ເວົ້າງ່າຍໆ ກໍຄື ສ່ວນທີ່ຜູ້ໃຊ້ເບິ່ງເຫັນ ແລະ ເຮັດພຶດຕິກຳບາງຢ່າງກັບມັນ (interface ແລະ interact)
ຕົວຢ່າງ ປຽບທຽບຄວາມແຕກຕ່າງລະຫວ່າງ UX / UI ກັນແບບງ່າຍໆ ກໍ່ໃຫ້ທ່ານລອງຄິດເຖິງການອອກແບບຖົງຕີນຈັກໜຶ່ງຄູ່ ການທີ່ເຮົາຄິດເຖິງການອອກແບບ ລວດລາຍ ການດີໄຊອອກມາໃຫ້ເບິ່ງງາມເກ໋ ທັງຫມົດເຖິງການໃຊ້ວັດດຸທີ່ດີມີຄຸນນະພາບ (ອັນນີ້ຄື UI) ແລະ ການທີ່ເຮົາຄຳນຶງເຖິງຄວາມພຶງພໍໃຈຂອງລູກຄ້າ ຢາກໃຫ້ລູກຄ້າໃສ່ແລ້ວຮູ້ສຶກເບົາ ສະບາຍ ສວມໃສ່ງ່າຍ ແລະ ບໍ່ກັດຕີນ (ອັນນີ້ຄື UX) ນີ້ຄືປັດຊະຍາຂອງການອອກແບບທຸກສັບພະສິງໃນໂລກ